ແຂວງຫົວພັນ ເລີ່ມລົງມືກໍ່ສ້າງຂົວອູ່ ຂ້າມນ້ຳມ່າ ບ້ານແຜ້ ເມືອງແອດ ຍາວ 162 ແມັດ ກວ້າງ 2.4 ແມັດ ມູນຄ່າ 9 ຕື້ກວ່າກີບ


ວັນທີ 11 ມີນາ 2025 ທີ່ເມືອງແອດ ແຂວງຫົວພັນ ໂຄງການກໍ່ສ້າງຂົວອູ່ຂ້າມນ້ຳມ່າ ຢູ່ບ້ານແຜ້ ເມືອງແອດ ໄດ້ຈັດພິທີເປີດ ການກໍ່ສ້າງ ຢ່າງເປັນທາງການ. ໂດຍການເຂົ້າຮ່ວມຂອງທ່ານ ປອ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ, ມີບັນດາທ່ານການນຳຂອງແຂວງ, ການນຳເມືອງ ແລະ ຕາງໜ້າບໍລິສັດຮັບເໝົາກໍ່ສ້າງ-ເຈົ້າຂອງໂຄງການ ຕະຫລອດຮອດອຳນາດການປົກຄອງ ພ້ອມດ້ວຍພໍ່ແມ່ປະຊາຊົນບ້ານແຜ້ເຂົ້າຮ່ວມ.


ເຈົ້າຂອງໂຄງການໄດ້ລາຍງານບົດແຜນງານການກໍ່ສ້າງວ່າ: ຂົວອູ່ທີ່ຈະສ້າງມີລວງຍາວ 162 ແມັດ, ກວ້າງ 2.4 ແມັດ, ກໍ່ສ້າງດ້ວຍເຫລັກເປັນສ່ວນໃຫຍ່-ທັງສອງພາກມີເສົາເບຕົງເສີມເຫລັກເພຶ່ອຈ່ອງສາຍຂົວ ລວມມູນຄ່າທັງໝົດຂອງໂຄງການ 9 ຕື້ກວ່າກີບ ເປັນທຶນຂອງລັດຖະບານ ສປປ ລາວ ຮັບເໝົາກໍ່ສ້າງໂດຍບໍລິສັດເອກະຊົນ ໄລຍະກໍ່ສ້າງແມ່ນ 8 ເດືອນເຕັມສຳເລັດ ເຊິ່ງຈະເລີ່ມຕົ້ນການກໍ່ສ້າງນັບແຕ່ມື້ເປີດໂຄງການນີ້ເປັນຕົ້ນໄປ.


ການສ້າງຂົວອູ່ນີ້ເປັນການສ້າງເພຶ່ອທົດແທນຂົວໄມ້ໄຜ່ທີ່ປະຊາຊົນໄດ້ກໍ່ສ້າງໃນທຸກໆປີ ແລະ ເພຶ່ອເຮັດໃຫ້ພໍ່ແມ່ປະຊາຊົນນ້ອງຫລານນັກຮຽນບ້ານແຜ້ ແລະ ບ້ານໃກ້ຄຽງ ໄປ-ມາ ຫາສູ່ກັນໃຫ້ມີຄວາມສະດວກສະບາຍຂຶ້ນກວ່າເກົ່າ.
ທີ່ມາ: ຫ້ອງການ ຖວທ ເມືອງແອດ