ຈາກໄຟຟ້າ ສູ່ນ້ຳປະປາ ແລະ ຂີ້ເຫຍື້ອ ບັນຫາທີ່ຊຳເຮື້ອຂາດເຫລືອບໍ່ພໍ

- 657d231c bea5 4a1b 842b 7c071c73e63c - ຈາກໄຟຟ້າ ສູ່ນ້ຳປະປາ ແລະ ຂີ້ເຫຍື້ອ ບັນຫາທີ່ຊຳເຮື້ອຂາດເຫລືອບໍ່ພໍ
- kitchen vibe - ຈາກໄຟຟ້າ ສູ່ນ້ຳປະປາ ແລະ ຂີ້ເຫຍື້ອ ບັນຫາທີ່ຊຳເຮື້ອຂາດເຫລືອບໍ່ພໍ

ໂດຍ: ທິດດີ

ອາທິດກ່ອນນີ້ ທິດດີໄດ້ເວົ້າເຖິງບັນຫາຕ່າງໆເກີດຂຶ້ນກັບໄຟຟ້າ ໂດຍໄດ້ນຳເອົາປະເດັນທີ່ສັງຄົມສ່ອງແສງ ແລະ ສະແດງຄວາມເປັນຫ່ວງ ຕໍ່ບັນຫາທີ່ເກີດຂຶ້ນ ມື້ນີ້ຂໍຜ່ານບັນຫາໄຟຟ້າໄປກ່ອນ ຈະເວົ້າບັນຫານ້ຳປະປາ ແລະ ບັນຫາຂີ້ເຫຍື້ອ ຕາມການສ່ອງແສງຈາກສັງຄົມທີ່ມີຢ່າງກວ້າງຂວາງ ຈົນກາຍເປັນສຽງໂຈດຂານກັນທັງໃນອອນລາຍ, ຕາມກາງບ້ານຮ້ານຫຍ້າ, ແມ່ຄ້າໃນຕະຫລາດ ບໍ່ເວັ້ນແຕ່ພະນັກງານບຳນານຜູ້ມີເວລາໃນການສົນທະນາບ້ານເມືອງ  ເຊິ່ງທັງໝົດນັ້ນບໍ່ມີແນວຄິດຈະໂຄ່ນລົ້ມຫລື ທັບຖັບໂຈມຕີ ພາກສ່ວນໃດອົງກອນໃດ ພຽງແຕ່ຍົກຂຶ້ນມາເປັນການປຽບທຽບຊັ່ງຊາຕົວຈິງນຳກັນຢູ່ໃນສັງຄົມ ແຕ່ໃນຕົວຈິງແລ້ວກໍ່ໜ້າເຫັນໃຈທາງນະຄອນຫຼວງເຮົາ ເພາະມັນເປັນບັນຫາຊຳເຮື້ອ ແລະ ແກ່ຍາວມາໄດ້ຫຼາຍປີແລ້ວ.

- Visit Laos Visit SALANA BOUTIQUE HOTEL - ຈາກໄຟຟ້າ ສູ່ນ້ຳປະປາ ແລະ ຂີ້ເຫຍື້ອ ບັນຫາທີ່ຊຳເຮື້ອຂາດເຫລືອບໍ່ພໍ
- Visit Laos Visit SALANA BOUTIQUE HOTEL - ຈາກໄຟຟ້າ ສູ່ນ້ຳປະປາ ແລະ ຂີ້ເຫຍື້ອ ບັນຫາທີ່ຊຳເຮື້ອຂາດເຫລືອບໍ່ພໍ

ເລື່ອງນ້ຳປະປາກໍຄືເລື່ອງອື່ນໆ ເບື້ອງນອກເບື້ອງໃນ ຂັ້ນຕອນການຜະລິດແນວໃດ ຄ່າໃຊ້ຈ່າຍຕົ້ນທຶນເປັນແນວໃດ ໃນສັງຄົມທົ່ວໄປແລ້ວບໍ່ມີທ່ານໃດຮູ້ໄດ້ລະອຽດ ຮູ້ແຕ່ວ່າ ໃຊ້ນໍ້າໃນຊີວິດປະຈຳວັນ, ຮອດເດືອນມາກໍຈ່າຍເງິນ ແຕ່ສິ່ງທີ່ໜ້າຄິດ ແລະ ໜ້າສົງໄສກໍຄື ເປັນຫຍັງນໍ້າປະຢູ່ນະຄອນຫລວງວຽງຈັນຈຶ່ງຂາດໆເຂີນໆ ມາຄ່ອຍມາແຮງ ລາຍບໍ່ດີຂາດໄປເປັນມື້ ເຊິ່ງເຂົ້າໃຈບາງຄັ້ງທີ່ເພິ່ນແຈ້ງວ່າມີການສ້ອມແປງ ແຕ່ນອກມື້ບໍ່ແຈ້ງມັນເປັນຍ້ອນຫຍັງ, ຄັນວ່າເປັນນໍາຍາມແລ້ງ ນໍ້າເຂີນຂາດກໍບໍ່ສາມາດເວົ້າໄດ້ ໂດຍສະເພາະສາຍນໍ້າງື່ມ ແລະ ນໍ້າຂອງກໍຍັງໄຫລ ບໍໄດ້ແຫ້ງແລ້ງເຖິງຂັ້ນອຶດຢາກ ບັນຫານີ້ ມັນບໍ່ແມ່ນເກີດຂຶ້ນມື້ນີ້ມື້ວານ ຫລື ປີແລ້ວປີກາຍ ແຕ່ມັນມີມາຫລາຍໆປີ ຜູ້ຂຽນຄິດວ່າບັນຫານີ ຄວນຮຽກຮ້ອງ, ດຶງດູດໃຫ້ມີການລົງທຶນເພີ່ມປະລິມານການຜະລິດໃຫ້ຫລາຍຂຶ້ນບໍ ເພື່ອສະໜອງນໍ້າໃຫ້ພຽງພໍ  ເພາະໃນແຕ່ລະປີ ປະຊາກອນເພີ່ມຂຶ້ນ, ການໃຊ້ນໍ້າຫລາຍຂຶ້ນ ຈະຜະລິດສໍ່າເກົ່າກໍເປັນໄປບໍ່ໄດ້ ເລື່ອງນີ້ຖ້າພາກສ່ວນກ່ຽວຂ້ອງມີການອອກມາຖະແຫລງຊີ້ແຈງໃຫ້ສັງຄົມໄດ້ຮັບຊາບກໍຈະເປັນການດີ ເພາະການທີ່ບບໍມີນໍ້າໃຊ້ນໍ້າອາບໃນຕົວເມືອງນະຄອນຫລວງວຽງຈັນ ຊື່ວ່າເມືອງຫລວງຂອງປະເທດນັ້ນມັນບໍ່ແມ່ນເລື່ອງເລັກນ້ອຍ.

ສຳລັບ ບັນຫາຂີ້ເຫຍື້ອ ອັນນີ້ມີປະຊາຊົນ ແລະ ບັນຫາທຸລະກິດເຂດຕົວເມືອງສູນກາງເສດຖະກິດ ເພິ່ນພາກັນຈົ່ມ ຈົມແລ້ວຈົ່ມອີກ ຜູ້ຟັງກໍປວດຫົວພໍສົມຄວນ ເຊິ່ງໄລຍະຜ່ານມາເຫັນວ່າ ທາງບ້ານກໍ່ເອົາໃຈໃສ່ດີຫລາຍ ແຕ່ໄລຍະຫລັງໆມານີ້ ບໍ່ຮູ້ວ່າມີການຂັດຂ້ອງ ຫລື ການຈັດສັນຄວາມຮັບຜິດຊອບ ແບ່ງຕາຕະລາງໃໝ່ຫລືແນວໃດ ຕາມການບອກເລົ່າຕົວຈິງ ແລະ ການຈົ່ມລົງໃນໂຊຊຽວເຫັນວ່າບາງບ້ານ ສອງອາທິດ ຫຼື ສາມອາທິດຈຶ່ງມາເກັບເອົາຂີ້ເຫຍື້ອໄປຖິ້ມ  ດົນໆຈະມີສຽງໂທລະສັບເຖິງລູກຄ້າໃຫ້ຊຳລະເງິນຜ່ານລະບົບທະນາຄານ ເມື່ອລູກຄ້າຮຽກຮ້ອງຕ້ອງການໃຫ້ລົງມາເບິ່ງຕົວຈິງ ມາເຊັນສັນຍາພັດມິດຈີ່ຫຼີ່ ຈົນຫຼາຍຄົນເວົ້າວ່າ ຄັນເຮັດທຸລະກິດແບບນີ້ມັນກະສະບາຍແທ້ລະນໍ ກະບໍ່ຮູ້ວ່າເພິ່ນຜູ້ສຳປະທານ ແລະ ຜູ້ໃຫ້ສຳປະທານເພິ່ນຈະຄິດແນວໃດ?

ຢ່າງໃດກໍຕາມ ບັນຫາທີ່ເວົ້າມາ ເບິ່ງຄືເປັນເລື່ອງເລັກນ້ອຍ ແຕ່ຄວາມຈິງແລ້ວມັນໃຫຍ່ ເພາະມັນຄືພື້ນຖານໂຄງລ່າງ ອັນບົ່ງບອກເຖິງການພັດທະນາ ເວົ້າດ້ວຍເລື່ອງນໍ້າໄຫລໄຟສະຫວ່າງ ຫົນທາງສະອາດ ມັນກະທົບເຖິງການດຳລົງຊີວິດຂອງຜູ້ຄົນນະຄອນຫຼວງຂອງປະເທດ ໂດຍສະເພາະຄຳຂວັນ 6 ສ ຂອງນະຄອນຫລວງວຽງຈັນ ເຊິ່ງຕ້ອງໄດ້ເອົາໃຈໃສ່ເຂັ້ມງວດ.


ສຸດທ້າຍແລ້ວ ພວກເຮົາປະຊາຊົນ ກໍຍັງຫວັງເລິກໆບັນຫາຕ່າງໆນີ້ຈະໄດ້ຮັບການແກ້ໄຂຢ່າງເໝາະສົມ ແກ້ໃຫ້ຖືກຈຸດ ແລະ ມີທິດທາງທີ່ດີຂຶ້ນໂດຍໄວ  ທັງໝົດນີ້ກໍເພື່ອເຮັດໃຫ້ນະຄອນຫລວງຂອງເຮົາ ກາຍເປັນຕົວແບບທາງດ້ານການຈັດການບໍລິຫານ, ການບໍລິການ, ການກຽມພ້ອມຄວາມປອດໄພ ຮັບໃຊ້ຊີວິດການເປັນຢູ່ຂອງປວງຊົນ ເພື່ອຄວາມຢູ່ດີກິນດີ ແລະ ຄວາມສະດວກຂອງຊາວເມືອງ ັທງໝົດນີ້ຄືເປົ້າໝາຍອັນຍິ່ງໃຫຍ່ທີ່ບົ່ງບອກເຖິງຄວາມຈະເລີນສີວິໄລ ແລະ ການພັດທະນາຂອງປະເທດຊາດບ້ານເມືອງຢ່າງແທ້ຈິງ.

- 5 - ຈາກໄຟຟ້າ ສູ່ນ້ຳປະປາ ແລະ ຂີ້ເຫຍື້ອ ບັນຫາທີ່ຊຳເຮື້ອຂາດເຫລືອບໍ່ພໍ
- 4 - ຈາກໄຟຟ້າ ສູ່ນ້ຳປະປາ ແລະ ຂີ້ເຫຍື້ອ ບັນຫາທີ່ຊຳເຮື້ອຂາດເຫລືອບໍ່ພໍ
- 3 - ຈາກໄຟຟ້າ ສູ່ນ້ຳປະປາ ແລະ ຂີ້ເຫຍື້ອ ບັນຫາທີ່ຊຳເຮື້ອຂາດເຫລືອບໍ່ພໍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!