ນະຄອນ ຫລວງພະບາງ ເລັ່ງແກ້ໄຂສະພາບໄຟໄໝ້ຢູ່ສະໜາມຂີ້ເຫຍື້ອ ໃຫ້ສຳເລັດພາຍໃນ ອາທິດນີ້


ຂ່າວແຂວງຫລວງພະບາງ ໃຫ້ຮູ້ວ່າ: ພາຍຫລັງເກີດມີສະພາບໄຟໄໝ້ສະໜາມຂີ້ເຫຍື້ອ ບ້ານຫລັກແປດ ນະຄອນ ຫລວງພະບາງ ແຂວງຫລວງພະບາງ ໃນຕອນແລງຂອງວັນທີ 2 ມີນາ 2025 ຜ່ານມາ, ເບືອງຕົ້ນໄດ້ສຸມໃສ່ສີດນ້ຳສະກັດກັ້ນ ບໍ່ໃຫ້ໄຟລາມໄປຫາຈຸດອື່ນ, ແຕ່ເນື່ອງຈາກປະລິມານຂີ້ເຫຍື້ອມີຈຳນວນຫລາຍ ແລະ ເປັນປລາສະຕິກ ສະສົມເປັນເວລາດົນຈົນກາຍເປັນອາຍແກ໋ສ ທີ່ເປັນເຊື້ອໄຟໄດ້ງ່າຍ.
ທ່ານ ດາວັນ ສີລິວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ໄດ້ໃຫ້ສຳພາດວ່າ: ເຂດທີ່ຖືກໄຟລຸກໄໝ້ ມີເນື້ອທີ່ 1.4 ເຮັກຕາ, ປັດຈຸບັນບໍ່ມີແປວໄຟເກີດຂຶ້ນ, ແຕ່ຍັງມີຄວັນ ເຊິ່ງໄດ້ສຸມໃສ່ສີດນ້ຳ ແລະ ຖົມດິນ ເພື່ອບໍ່ໃຫ້ເກີດຄວັນໄຟຕື່ມ, ຈາກມື້ເກີດເຫດເຖິງວັນທີ 5 ມີນາ ສາມາດປະຕິບັດໄດ້ 30% ຄາດວ່າ ຈະໃຫ້ສຳເລັດພາຍໃນ 1 ອາທິດ.
ຈາກເຫດການດັ່ງກ່າວສົ່ງຜົນໃຫ້ມີຝຸ່ນຄວັນປົກຄຸມເປັນບໍລິເວນກວ້າງ ອາດຈະສົ່ງຜົນກະທົບຕໍ່ການດຳລົງຊີວິດການເປັນຢູ່ຂອງປະຊາຊົນ ຈຶ່ງຮຽກຮ້ອງໃຫ້ປະຊາຊົນນະຄອນຫລວງພະບາງ, ລວມທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຕະຫລອດຮອດຊາວຕ່າງປະເທດ ປ້ອງກັນຕົວເອງດ້ວຍການໃສ່ຜ້າປິດປາກ-ດັງ ເວລາອອກໄປນອກສະຖານທີ່ຢູ່ອາໄສ.