ການແຕ່ງໜ້າອ່ອນໆມີສະເໜ່ດຶງດູດກວ່າ
ການສຶກສານີ້ໄດ້ຕີພິມລົງໃນວາລະສານ The Quarterly Journal of Experimental Psychology ເຊິ່ງຜົນການສຳ ຫລວດບອກວ່າ ທັງແມ່ຍິງ ແລະ ຜູ້ຊາຍລ້ວນແຕ່ເຫັນກົງກັນວ່າແມ່ຍິງຈະມີສະເໜ່ດຶງດູດຫລາຍກ່ວາ ເມື່ອພວກນາງແຕ່ງໜ້າໂດຍເຄື່ອງສຳອາງພຽງໜ້ອຍດຽວ.
ການສຶກສາເທື່ອນີ້ມີແມ່ຍິງ 44 ຄົນມາເປັນນາງແບບໃຫ້ຖ່າຍຮູບ ເຊິ່ງພວກນາງໄດ້ແຕ່ງໜ້າໂຕເອງໂດຍເຄື່ອງສຳອາງຄືກັບກຳລັງຈະອອກໄປທ່ຽວຫລິ້ນກັບໝູ່ໃນຕອນກາງຄືນ ແລະ ທີມງານກໍຈະຖ່າຍຮູບໃບໜ້າ ທັງກ່ອນ ແລະ ຫລັງແຕ່ງໜ້າໄວ້ ຈາກນັ້ນກໍເອົາຮູບພາບມາຈຳແນກເປັນ 21 ປະເພດ ຕາມການແຕ່ງໜ້າໃນລັກສະນະຕ່າງໆ ແລ້ວເອົາໄປໃຫ້ອາສາສະໝັກຊາຍ 22 ຄົນ, ຍິງ 22 ຄົນ ເບິ່ງ ແລະ ປຽບທຽບຮູບຖ່າຍຕ່າງໆເພື່ອເບິ່ງການປ່ຽນແປງຂອງເຄື່ອງສຳອາງເທິງໃບໜ້າ ແລະ ເລືອກຮູບທີ່ເບິ່ງແລ້ວມີສະເໜ່ດຶງດູດຫລາຍທີ່ສຸດສຳລັບພວກເຂົາອອກມາ. ຜົນປະກົດວ່າ : ຮູບຖ່າຍຂອງນາງແບບທີ່ອາສາສະໝັກທັງຍິງ ແລະ ຊາຍເລືອກມາສ່ວນຫລາຍເປັນຮູບນາງແບບທີ່ແຕ່ງໜ້າບໍ່ຫລາຍ (ແຕ່ຝ່າຍຊາຍຈະເລືອກຮູບທີ່ແຕ່ງໜ້າອ່ອນກ່ວາແມ່ຍິງເລືອກ) ຜົນສະຫລຸບວ່າ : ຮູບຂອງນາງແບບທີ່ໃຊ້ເຄື່ອງສຳອາງແຕ່ງໃບໜ້າ ປະມານ 30% ສາມາດດຶງດູດສາຍຕາຂອງກຸ່ມ ອາສາສະໝັກໄດ້ຫລາຍທີ່ສຸດ.
ຜົນທີ່ໄດ້ນີ້ຖືວ່າຢູ່ເໜືອຄວາມຄາດໝາຍທີ່ຜູ້ວິໄຈ ແລະ ອາສາສະໝັກຄິດ ເຊິ່ງສະທ້ອນວ່າຄົນເຮົາມັກຄິດໄປເອງວ່າຄົນອ້ອມ ຂ້າງມັກໃບໜ້າທີ່ຖືກຕົກແຕ່ງໂດຍເຄື່ອງສຳອາງຫລາຍກ່ວາທີ່ໂຕເອງຄິດ. ດັ່ງນັ້ນ, ຈຶ່ງເບິ່ງຄືວ່າໂຕເອງເປັນພຽງແຕ່ກຸ່ມນ້ອຍໆທີ່ມັກໃບໜ້າປາສະຈາກເຄື່ອງສຳອາງ ຫລື ແຕ່ງໂດຍເຄື່ອງສຳອາງພຽງໜ້ອຍດຽວ ແລະ ຄິດໄປວ່າແມ່ຍິງທີ່ແຕ່ງໜ້າໂດຍເຄື່ອງສຳອາງຫລາຍໆມີແຮງດຶງດູດກັບຜູ້ຊາຍຫລາຍກ່ວາ ໂດຍທີ່ຄວາມຈິງມັນບໍ່ແມ່ນແນວນັ້ນ.