ໄທມອບພຣະພຸດທະຮູບບູຮານ ທີ່ສູນຫາຍໃນສະໄໝສົງຄາມອິນດູຈີນຄືນໃຫ້ແກ່ ສປປ ລາວ


ສຳນັກຂ່າວໂທລະພາບຊ່ອງ7ຂອງໄທລາຍງານວ່າ: ວັນທີ 7 ມີນາ 2025, ທ່ານອຸປະກິດ ປາຈະຣິຍາງກຸນ ອະດີດສະມາຊິກວຸດທິສະພາ, ຫົວໜ້າຜູ້ແທນທຳມະທູດຂອງໄທ ໄດ້ເຂົ້າພົບ ທ່ານ ຄຳພັນ ອັນລາວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳປະເທດໄທ ເພື່ອສົ່ງມອບພຣະພຸດທະຮູບບູຮານທີ່ສຳຄັນ ແລະ ສູນຫາຍໃນປາງສົງຄາມອິນໂດຈີນ ສົ່ງມອບຄືນໃຫ້ແກ່ ສປປ ລາວ. ພຣະພຸດທະຮູບດັ່ງກ່າວເປັນພຣະພຸດທະຮູບປາງມານວິໄຊ ເນື້ອສຳລິດ, ໜ້າຕັກກວ້າງ 38ຊັງຕີແມັດເຄິ່ງ, ສູງ 74 ຊັງຕີແມັດ, ຮູບຊົງຕາມແບບສິລະລ້ານຊ້າງໃນໄລຍະພຸດທະ ສະຕາວັດທີ 19-24 ຫຼື ປະມານ 200-700 ປີກ່ອນ.
ພຣະພຸດທະຮູບອົງດັ່ງກ່າວໄດ້ມາຈາກພໍ່ຄ້າ ເຊິ່ງປະມູນມາຈາກພິພິທະພັນສ່ວນຕົວໃນປະເທດ ຝຣັ່ງ ແລະ ຕໍ່ມາກົມສິລະປະກອນໄທ ໄດ້ຄົ້ນຄວ້າຈາກຫຼັກຖານຕ່າງໆເຊັ່ນ: ພາບສະເກັດ, ແຜ່ນຈາລຶກຈາກຖານພະພຸດທະຮູບ ເລີຍຮູ້ວ່າ ເປັນພຣະພຸດທະຮູບທີ່ເຄີຍປະດິດສະຖານໃນວັດເພຍວັດ ເມືອງຄູນ ແຂວງຊຽງຂວາງ ສປປ ລາວ ຈຶ່ງໄດ້ທຳການສົ່ງມອບຄືນໃຫ້ແກ່ ສປປ ລາວ ເຊິ່ງ
ພະພຸດທະຮູບເກົ່າແກ່ອົງນີ້ ຈະນຳໄປປະດິດສະຖານທີ່ວັດເດີມຄື ວັດເພຍວັດ ເມືອງຄູນ ແຂວງຊຽງຂວາງ.