ມາເລເຊຍຜ່ານກົດໝາຍ ດັນປະເທດເປັນຜູ້ນໍາດ້ານເຕັກໂນໂລຊີກາກບອນຕໍ່າຂອງໂລກ


ສະພາຜູ້ແທນລາຊະດອນມາເລເຊຍ ຜ່ານຮ່າງກົດໝາຍສະບັບໃໝ່ ເພື່ອມຸ່ງສູ່ການເປັນຜູ້ນໍາລະດັບໂລກດ້ານການດັກຈັບ, ການໃຊ້ປະໂຫຍດ ແລະ ການກັກເກັບກາກບອນ ເຊິ່ງເປັນເຕັກໂນໂລຊີທີ່ໄດ້ຮັບການຍົກຍ່ອງວ່າ ຊ່ວຍຫລຸດການປ່ອຍແກັສເຮືອນແກ້ວໄດ້.
ຮ່າງກົດໝາຍດັ່ງກ່າວກໍານົດກອບທາງກົດໝາຍສໍາລັບໂຄງການດັກຈັບ, ການໃຊ້ປະໂຫຍດ ແລະ ການກັກເກັບກາກບອນ (CCUS) ດ້ວຍຄວາມຫວັງວ່າ: ຈະເປັນຕົວຂັບເຄື່ອນເສດຖະກິດທີ່ສໍາຄັນ ແລະ ສ້າງມູນຄ່າສູງເຖິງ 250,000 ລ້ານໂດລາສະຫະລັດ ແລະ ສ້າງວຽກຫລາຍແສນຕໍາແໜ່ງ ພາຍໃນປີ 2050.
ທ່ານ ຣາຟີຊີ ຣາມລີ ລັດຖະມົນຕີເສດຖະກິດມາເລເຊຍ ກ່າວວ່າ: ຮ່າງກົດໝາຍສະບັບນີ້ ຈະຊ່ວຍໃຫ້ມາເລເຊຍສາມາດແກ້ໄຂບັນຫາການປ່ຽນແປງສະພາບອາກາດໄດ້ ລວມທັງຊ່ວຍເສີມສ້າງສະຖານະຜູ້ນໍາລະດັບພາກພື້ນດ້ານເຕັກໂນໂລຊີກາກບອນຕໍ່າໃນເວລາດຽວກັນ. ທ່ານ ຣາມລີ ເນັ້ນວ່າ: ໂຄງການ CCUS ຄືແນວທາງໃໝ່ຂອງການເຕີບໃຫຍ່ທາງເສດຖະກິດ.
ມາເລເຊຍອ້າງວ່າ: ພວກເຂົາຢູ່ໃນຕໍາແໜ່ງທີ່ເໝາະສົມເປັນພິເສດ ສໍາລັບໂຄງການ CCUS ເພາະມີແຫລ່ງນໍ້າມັນທີ່ໝົດລົງແລ້ວຈໍານວນຫລາຍ ເຊິ່ງເໝາະສໍາລັບການກັກເກັບແກັສກາກບອນໄດອອກໄຊ.
ທັງນີ້, ກົດໝາຍວ່າດ້ວຍການນໍາເຂົ້າ ແລະ ກັກເກັບກາກບອນໄດອອກໄຊຢ່າງຖາວອນ ໃນພື້ນທີ່ບໍລິເວນນອກຝັ່ງຂອງມາເລເຊຍ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 31 ມີນານີ້. ເຖິງຢ່າງໃດກໍຕາມ, ກົດໝາຍຈະຄວບຄຸມສະເພາະຄາບສະໝຸດມາເລເຊຍ ແລະ ເຂດປົກຄອງຕົນເອງລາບວນ ເຊິ່ງຕັ້ງຢູ່ທາງຕາເວັນຕົກສຽງເໜືອຂອງເກາະບໍເນຍ.
ຂະນະທີ່ລັດຊາບາ ແລະ ຊາຣາວັກ ເຊິ່ງຕັ້ງຢູ່ທາງຕາເວັນອອກ ໄດ້ຍື່ນຄໍາຮ້ອງຂໍແຍກອອກຈາກໂຄງການດັ່ງກ່າວ ເພື່ອຮັກສາໄວ້ເຊິ່ງຄວາມເປັນອິດສະຫລະທາງເສດຖະກິດ.