ຄະນະຮັບຜິດຊອບແກ້ໄຂໄຟໄໝ້ ຢູ່ສະໜາມຂີ້ເຫຍື້ອຫລັກແປດ ນະຄອນຫລວງພະບາງ ສາມາດປະຕິບັດໄດ້ 30%

ຄະນະຮັບຜິດຊອບແກ້ໄຂໄຟໄໝ້ ຢູ່ສະໜາມຂີ້ເຫຍື້ອຫລັກແປດ ນະຄອນຫລວງພະບາງ ສາມາດປະຕິບັດໄດ້ 30% - 481078763 1524836185103358 7358046861978851677 n - ຄະນະຮັບຜິດຊອບແກ້ໄຂໄຟໄໝ້ ຢູ່ສະໜາມຂີ້ເຫຍື້ອຫລັກແປດ ນະຄອນຫລວງພະບາງ ສາມາດປະຕິບັດໄດ້ 30%
ຄະນະຮັບຜິດຊອບແກ້ໄຂໄຟໄໝ້ ຢູ່ສະໜາມຂີ້ເຫຍື້ອຫລັກແປດ ນະຄອນຫລວງພະບາງ ສາມາດປະຕິບັດໄດ້ 30% - kitchen vibe - ຄະນະຮັບຜິດຊອບແກ້ໄຂໄຟໄໝ້ ຢູ່ສະໜາມຂີ້ເຫຍື້ອຫລັກແປດ ນະຄອນຫລວງພະບາງ ສາມາດປະຕິບັດໄດ້ 30%

ທ່ານ ດາວັນ ສີລິວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະບໍລິການຕົວເມືອງ ໄດ້ໃຫ້ສຳພາດວ່າ: ພາຍຫລັງເກີດໄຟໄໝ້ສະໜາມຂີ້ເຫຍື້ອ ບ້ານຫລັກແປດ ນະຄອນຫລວງພະບາງ ແຂວງຫລວງພະບາງ ໃນຕອນແລງຂອງວັນທີ່ 2 ມີນາ 2025, ຄະນະຮັບຜິດຊອບສະໜາມຂີ້ເຫຍື້ອ ໄດ້ສົມທົບກັບເຈົ້າໜ້າທີ່ມອດໄຟ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ສຸມໃສ່ການສີດນ້ຳສະກັດກັ້ນ ບໍ່ໃຫ້ໄຟລາມໄປຫາຈຸດອື່ນ, ແຕ່ເນື່ອງຈາກປະລິມານຂີ້ເຫຍື້ອມີຈຳນວນຫລາຍ ແລະ ສ່ວນໃຫຍ່ແມ່ນວັດຖຸທີ່ເປັນພາລາສະຕິກ ທັງຜ່ານການສະສົມເປັນເວລາດົນ ຈື່ງກາຍເປັນອາຍແກ໋ສ ເຮັດໃຫ້ກາຍເປັນເຊື້ອໄຟໄດ້ງ່າຍ.

ຄະນະຮັບຜິດຊອບແກ້ໄຂໄຟໄໝ້ ຢູ່ສະໜາມຂີ້ເຫຍື້ອຫລັກແປດ ນະຄອນຫລວງພະບາງ ສາມາດປະຕິບັດໄດ້ 30% - 481664170 1210027061133108 7794865957332628672 n 1024x1024 - ຄະນະຮັບຜິດຊອບແກ້ໄຂໄຟໄໝ້ ຢູ່ສະໜາມຂີ້ເຫຍື້ອຫລັກແປດ ນະຄອນຫລວງພະບາງ ສາມາດປະຕິບັດໄດ້ 30%

ເຂດທີ່ໄຟລຸກໄໝ້ ເປັນເຂດຖີ້ມຂີ້ເຫຍື້ອ ມີເນື້ອທີ່ເກືອບເຮັກຕ່າເຄິ່ງ, ປັດຈຸບັນເຂດທີ່ມີໄຟໄໝ້ ແມ່ນບໍ່ມີແປວໄຟເກີດຂື້ນແລ້ວ ແຕ່ຍັງມີຄວັນຈາກການເຜົາໄໝ້ຂອງຂີ້ເຫຍື້ອ ຄະນະຮັບຜິດຊອບ ໄດ້ສຸມໃສ່ສີດນ້ຳ ແລະ ຖົມດີນ ເພື່ອບໍ່ໃຫ້ເກີດຄວັນໄຟຕື່ມ, ມາຮອດຕອນແລງຂອງວັນທີ່ 5 ສາມາດປະຕິບັດໄດ້ 30% ຂອງບັນດາໜ້າວຽກທັງໝົດ ຄາດວ່າ ຈະໃຫ້ສຳເລັດພາຍໃນ 1 ອາທິດ.

ຈາກເຫດການໄຟໄໝ້ສະໜາມຂີ້ເຫຍື້ອ ບ້ານຫລັກແປດ ນະຄອນຫລວງພະບາງ ເຮັດໃຫ້ມີຝຸ່ນຄວັນ ປົກຄຸມເປັນບໍລິເວນກວ້າງ ສົ່ງຜົນກະທົບຕໍ່ການດຳລົງຊີວິດການເປັນຢູ່ຂອງປະຊາຊົນ ຈື່ງຮຽກຮ້ອງໃຫ້ປະຊາຊົນຊາວນະຄອນຫລວງພະບາງ ລວມທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຕະຫລອດຮອດຊາວຕ່າງປະເທດ ທີ່ດຳລົງຊີວິດຢູ່ເທດສະບານແຂວງຫລວງພະບາງ ພ້ອມກັນປ້ອງກັນຕົວເອງດ້ວຍການໃສ່ຜ້າປິດປາກ-ດັງ ເວລາອອກໄປນອກສະຖານທີ່ຢູ່ອາໄສ ເພື່ອປ້ອງກັນຝຸ່ນຄວັນມົນລະຜິດ.

ທີ່ມາ: ໂທລະພາບແຂວງຫລວງພະບາງ

ຄະນະຮັບຜິດຊອບແກ້ໄຂໄຟໄໝ້ ຢູ່ສະໜາມຂີ້ເຫຍື້ອຫລັກແປດ ນະຄອນຫລວງພະບາງ ສາມາດປະຕິບັດໄດ້ 30% - 3 - ຄະນະຮັບຜິດຊອບແກ້ໄຂໄຟໄໝ້ ຢູ່ສະໜາມຂີ້ເຫຍື້ອຫລັກແປດ ນະຄອນຫລວງພະບາງ ສາມາດປະຕິບັດໄດ້ 30%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!