ກໍາປູເຈຍເຄດຄະເນເສດຖະກິດຂອງປະເທດປີ 2025 ເຕີບໃຫຍ່ໃນລະດັບ 6.3%

ກໍາປູເຈຍເຄດຄະເນເສດຖະກິດຂອງປະເທດປີ 2025 ເຕີບໃຫຍ່ໃນລະດັບ 6.3% - A Wood Flooring Factory in Sihanoukville 2023  B2B Cambodia - ກໍາປູເຈຍເຄດຄະເນເສດຖະກິດຂອງປະເທດປີ 2025 ເຕີບໃຫຍ່ໃນລະດັບ 6.3%
ກໍາປູເຈຍເຄດຄະເນເສດຖະກິດຂອງປະເທດປີ 2025 ເຕີບໃຫຍ່ໃນລະດັບ 6.3% - kitchen vibe - ກໍາປູເຈຍເຄດຄະເນເສດຖະກິດຂອງປະເທດປີ 2025 ເຕີບໃຫຍ່ໃນລະດັບ 6.3%

        ລັດຖະບານກໍາປູເຈຍຍັງມີຄວາມເຊື່ອໝັ້ນວ່າເສດຖະກິດຂອງປະເທດຈະຂະຫຍາຍຕົວໃນລະດັບ 6.3% ໃນປີນີ້.

       ພົນເອກ ຮຸນ ມາເນດ ນາຍົກລັດຖະມົນຕີກໍາປູເຈຍ ກ່າວວ່າ: ກໍາປູເຈຍຍັງຮັກສາຄາດຄະເນການເຕີບໃຫຍ່ທາງເສດຖະກິດໃນລະດັບ 6.3% ໃນປີ 2025 ເພີ່ມຂຶ້ນຈາກ 6% ໃນປີ 2024 ແລະ ຄາດວ່າມີທ່າອ່ຽງເຕີບໃຫຍ່ສະເລ່ຍປະມານ 6.5% ຕໍ່ປີໃນໄລຍະກາງ.

ກໍາປູເຈຍເຄດຄະເນເສດຖະກິດຂອງປະເທດປີ 2025 ເຕີບໃຫຍ່ໃນລະດັບ 6.3% - Visit Laos Visit SALANA BOUTIQUE HOTEL - ກໍາປູເຈຍເຄດຄະເນເສດຖະກິດຂອງປະເທດປີ 2025 ເຕີບໃຫຍ່ໃນລະດັບ 6.3%

       ເສດຖະກິດຂອງກໍາປູເຈຍໄດ້ຮັບແຮງໜຸນຕົ້ນຕໍຈາກການສົ່ງອອກເສື້ອຜ້າ, ເກີບ ແລະ ສິນຄ້າເພື່ອການເດີນທາງ, ອຸດສາຫະກໍາທ່ອງທ່ຽວ, ກະສິກໍາ ແລະ ອະສັງຫາລິມະຊັບ ແລະ ການກໍ່ສ້າງ.

       ພົນເອກ ຮຸນ ມາເນດ ກ່າວອີກວ່າ: ເສດຖະກິດຂອງກໍາປູເຈຍຈະໄດ້ຮັບແຮງຂັບເຄື່ອນ ຈາກການສົ່ງອອກສິນຄ້າເສື້ອຜ້າ ແລະ ສິນຄ້າທີ່ບໍ່ແມ່ນເສື້ອຜ້າ (non-garment), ຂະແໜງການທ່ອງທ່ຽວ ແລະ ບໍລິການທີ່ເຕີບໃຫຍ່ ຕະຫລອດຈົນຂະແໜງກະສິກໍາທີ່ຂະຫຍາຍຕົວຕໍ່ເນື່ອງ, ສ່ວນຂະແໜງອະສັງຫາລິມະຊັບ ແລະ ການກໍ່ສ້າງນັ້ນ ຄາດວ່າຈະເຕີບໃຫຍ່ໃນທາງບວກ, ແຕ່ຢູ່ໃນລະດັບຊ້າລົງ.

       ທ່ານ ຮົງ ວານັກ ຜູ້ອໍານວຍການຝ່າຍເສດຖະສາດລະຫວ່າງປະເທດ ສັງກັດລັດຊະບັນດິດສະຖານແຫ່ງກໍາປູເຈຍ ກ່າວວ່າ: ຂໍ້ຕົກລົງການຄ້າເສລີລະດັບພາກພື້ນ ແລະ ທະວີພາຄີ ມີບົດບາດສໍາຄັນຕໍ່ການສະໜັບສະໜູນການເຕີບໃຫຍ່ຂອງການຄ້າ ແລະ ເສດຖະກິດແບບຍືນຍົງໃນໄລຍະຍາວ ເຊິ່ງຂໍ້ຕົກລົງການຄ້າເຫລົ່ານີ້ ເປີດໂອກາດໃຫ້ກໍາປູເຈຍເຂົ້າເຖິງຕະຫລາດຂະໜາດໃຫຍ່ທີ່ມີປະຊາກອນປະມານ 2,300 ລ້ານຄົນ.

ກໍາປູເຈຍເຄດຄະເນເສດຖະກິດຂອງປະເທດປີ 2025 ເຕີບໃຫຍ່ໃນລະດັບ 6.3% - 5 - ກໍາປູເຈຍເຄດຄະເນເສດຖະກິດຂອງປະເທດປີ 2025 ເຕີບໃຫຍ່ໃນລະດັບ 6.3%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!