ອາເມລິກາຂຶ້ນອາກອນເຫລັກ ຫວຽດນາມທີ່ໃຊ້ວັດຖຸດິບຈາກຈີນ


ລັດຖະບານວໍຊິງຕັນປະກາດຂຶ້ນອາກອນສິນຄ້າເຫລັກນຳເຂົ້າຈາກຫວຽດນາມ ຖານໃຊ້ວັດຖຸດິບນຳເຂົ້າຈາກບໍລິສັດໃນຈີນ ທີ່ຢູ່ໃນບັນຊີດຳລະເມີດມາດຕະການຕໍ່ຕ້ານການອຸດໜຸນລາຄາສິນຄ້າຂອງກະຊວງການຄ້າອາເມລິກາ.
#US slaps duties on #Vietnamese steel originating from #China. #Vietnamhttps://t.co/NsbZLRcxxp
— VnExpress (@vietnamenglish) December 6, 2017
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດອາເມລິກາ ໃນວັນທີ 5 ທັນວາວ່າ: ກະຊວງການຄ້າອາເມລິກາອອກຖະແຫລງການໃນວັນທີ 5 ທັນວາ ເພີ່ມອັດຕາອາກອນເຫລັກຫລາຍລາຍການທີ່ນຳເຂົ້າຈາກຫວຽດນາມ ເນື່ອງຈາກສິນຄ້າເຫລັກຫລາຍລາຍການຂອງຫວຽດນາມຜະລິດໂດຍໃຊ້ວັດຖຸດິບຈາກບໍລິສັດໃນຈີນ ທີ່ຢູ່ໃນລາຍຊື່ບໍລິສັດເຊິ່ງລະເມີດມາດຕະການຕໍ່ຕ້ານການອຸດໜຸນລາຄາສິນຄ້າຂອງອາເມລິກາ ໂດຍລາຍງານຂອງກະຊວງການຄ້າລະບຸວ່າ: ນັບແຕ່ອອກມາດຕະການຂຶ້ນອາກອນເຫລັກຫລາຍລາຍການຈາກຈີນ ໃນປີ 2015 ມູນຄ່າສິນຄ້າເຫລັກສົ່ງອອກຈາກຫວຽດນາມສູ່ອາເມລິກາເພີ່ມຂຶ້ນຈາກ 11 ລ້ານໂດລາສະຫະລັດຕໍ່ປີ ເປັນ 295 ລ້ານໂດລາສະຫະລັດຕໍ່ປີ.
ທັງນີ້, ສິນຄ້າເຫລັກຈາກຫວຽດນາມທີ່ຈະໄດ້ຮັບຜົນກະທົບຈາກມາດຕະການດັ່ງກ່າວ ລວມທັງເຫລັກແຜ່ນຂາວລີດເຢັນຈາກຫວຽດນາມຕ້ອງຜະເຊີນກັບອັດຕາອາກອນເພີ່ມຂຶ້ນເປັນ 531%. ຂະນະທີ່ອັດຕາອາກອນສຳລັບສະແຕນເລດ ຫລື ເຫລັກກ້າຈາກຫວຽດນາມເພີ່ມຂຶ້ນເປັນ 238% ເຊິ່ງຜູ້ຊ່ຽວຊານເບິ່ງວ່າ: ເປັນອັດຕາຢູ່ໃນລະດັບ “ສູງ” ທີ່ຈະເຮັດໃຫ້ສິນຄ້າເຫລັກຈາກຫວຽກນາມຕ້ອງຖອນຕົວອອກຈາກຕະຫລາດໃນອາເມລິກາ. ເຖິງຢ່າງໃດກໍຕາມ, ຕົວເລກດັ່ງກ່າວຍັງສາມາດປ່ຽນແປງໄດ້ ແລະ ລັດຖະບານວໍຊິງຕັນມີກຳນົດປະກາດອັດຕາເກັບສຸດທ້າຍໃນວັນທີ 16 ກຸມພາທີ່ຈະເຖິງ.