ກອງກວດປ່າໄມ້ ພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ ມອບໂຕໝີ 2 ໂຕ ທີ່ຍືດໄດ້ ໃຫ້ໂຄງການອະນຸລັກໝີລາວ
March 6, 2025 - 10:30 AM


ວັນທີ 5 ມີນາ 2025 ທີ່ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ກອງກວດປ່າໄມ້ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ມອບສັດປ່າປະເພດຫວງຫ້າມບັນຊີ1 ຄື: ໂຕໝີ 2 ໂຕ (ເພດຜູ້ ແລະ ເພດແມ່) ນໍ້າໜັກ 70 ກິໂລກລາມ ໃຫ້ໂຄງການອະນຸລັກໝີລາວ (FREETHEBEARS) ປະຈໍາແຂວງຫລວງພະບາງ.
ເຊິ່ງໝີທັງສອງໂຕ ກອງກວດປ່າໄມ້ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຍືດໄດ້ ພາຍຫລັງສານໄດ້ຕັດສິນຜູ້ຖືກຫາແລ້ວ. ເພື່ອໃຫ້ສອດຄ່ອງຕາມລະບຽບກົດໝາຍ ກອງກວດປ່າໄມ້ແຂວງ ຈຶ່ງໄດ້ມອບສັດປ່າດັ່ງກ່າວໃຫ້ໂຄງການອະນຸລັກໝີລາວ (FREETHEBEARS) ປະຈໍາແຂວງຫລວງພະບາງ ສືບຕໍ່ບໍາລຸງປົກປັກຮັກໃຫ້ມີຄວາມແຂງແຮງ ແລະ ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ.
ກ່າວມອບໂດຍ ທ່ານ ໄພເດດ ພັນທະວົງ ຫົວໜ້າກອງກວດກາປ່າໄມ້ແຂວງບໍລິຄໍາໄຊ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ລຸກ ບຣານນູນ ( Luke BRANNON ).
ທີ່ມາ: ໜັງສືພິມບໍລິຄໍາໄຊ