ການາດາເອົາຄືນທ່ານ ທຣໍາ ຂຶ້ນພາສີນໍາເຂົ້າ ຫ້າມນໍາເຂົ້າຜະລິດຕະພັນແອລກໍຮໍຈາກອາເມລິກາ


ຫລາຍພື້ນທີ່ຂອງການາດາ ລວມທັງລັດອອນແທຣີໂອ ແລະ ຄວິເບກ ສັ່ງຫ້າມຈໍາໜ່າຍເຄື່ອງດື່ມແອລກໍຮໍຈາກອາເມລິກາ ເພື່ອຕອບໂຕ້ມາດຕະການພາສີນໍາເຂົ້າຂອງປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ.
ທ່ານ ດັກ ຟອດ ເຈົ້າຄອງລັດອອນແທຣີໂອ ເຊິ່ງຕັ້ງຢູ່ທາງໃຕ້ຂອງການາດາ ແລະ ຕິດກັບອາເມລິກາ ກ່າວວ່າ: “ນີ້ຈະເປັນການໂຈມຕີຄັ້ງໃຫຍ່ຕໍ່ຜູ້ຜະລິດອາເມລິກາ”.
ທ່ານ ຟອດ ເປີດເຜີຍວ່າ: ໃນແຕ່ລະປີ ຮ້ານຄ້າທີ່ດໍາເນີນງານໂດຍຄະນະກໍາມະການຄວບຄຸມເຄື່ອງດື່ມແອລກໍຮໍແຫ່ງລັດອອນແທຣີໂອ (LCBO) ຈໍາໜ່າຍຜະລິດຕະພັນເຄື່ອງດື່ມແອລກໍຮໍຈາກອາເມລິກາ ມູນຄ່າເກືອບ 1,000 ລ້ານໂດລາການາດາ.
ຂະນະທີ່ເວັບໄຊຂອງ LCBO ປະກາດວ່າ: “ຮ້ານຄ້າຕ່າງໆກໍາລັງຖອນສິນຄ້າຈາກອາເມລິກາ ເພື່ອຕອບສະໜອງຕໍ່ມາດຕະການພາສີນໍາເຂົ້າທີ່ມີຕໍ່ສິນຄ້າການາດາ”.
ນອກຈາກນີ້, ລັດຄວິເບກສັ່ງໃຫ້ຜູ້ຈັດຈໍາໜ່າຍເຄື່ອງດື່ມແອລກໍຮໍພາຍໃນລັດ “ຢຸດຈັດຫາເຄື່ອງດື່ມແອລກໍຮໍຈາກອາເມລິກາ” ໃຫ້ຮ້ານຄ້າ, ຮ້ານບັນເທີງ ແລະ ຮ້ານອາຫານ ເຊັ່ນດຽວກັບລັດແມນິໂທບາ, ສ່ວນລັດບຣິຕິໂຄລໍາບີ ໄດ້ສັ່ງໃຫ້ຮ້ານຄ້າຢຸດຊື້ເຄື່ອງດື່ມແອລກໍຮໍຈາກ “ລັດສີແດງ” ທີ່ໂຫວດໃຫ້ພັກຣີພັບລິກັນ.