ການຄຸ້ມຄອງທາງຫລວງໃຫ້ໄດ້ດີ ຕ້ອງມີມາດຕະການເຂັ້ມງວດ ແລະ ເທົ່າທຽມຕໍ່ໜ້າກົດໝາຍ

ການຄຸ້ມຄອງທາງຫລວງໃຫ້ໄດ້ດີ ຕ້ອງມີມາດຕະການເຂັ້ມງວດ ແລະ ເທົ່າທຽມຕໍ່ໜ້າກົດໝາຍ - 480740485 1024372063056470 8289727189356755402 n - ການຄຸ້ມຄອງທາງຫລວງໃຫ້ໄດ້ດີ ຕ້ອງມີມາດຕະການເຂັ້ມງວດ ແລະ ເທົ່າທຽມຕໍ່ໜ້າກົດໝາຍ
ການຄຸ້ມຄອງທາງຫລວງໃຫ້ໄດ້ດີ ຕ້ອງມີມາດຕະການເຂັ້ມງວດ ແລະ ເທົ່າທຽມຕໍ່ໜ້າກົດໝາຍ - kitchen vibe - ການຄຸ້ມຄອງທາງຫລວງໃຫ້ໄດ້ດີ ຕ້ອງມີມາດຕະການເຂັ້ມງວດ ແລະ ເທົ່າທຽມຕໍ່ໜ້າກົດໝາຍ

ໂດຍ: ຜາຕຸງ

ການທີ່ຈະເຮັດຈະສ້າງ ຫຼື ການກະທຳໃດໆ ກໍຕາມຖ້າຫາກມີການຄຸ້ມຄອງນຳໃຊ້ທີ່ດີຖືກຕ້ອງຕາມເຕັກນິກມາດຕະຖານ ຈະເຮັດໃຫ້ສິ່ງເຫຼົ່ານັ້ນນຳໃຊ້ໄດ້ນຳໄຊ້ໄດ້ຍາວນານ ກຸ້ມຄ່າກັບການລົງທຶນອັນມະຫາສານ ແຕ່ກົງກັນຂ້າມຖ້າຫາກການນຳໃຊ້ບໍ່ຖືກຕ້ອງ ນຳໃຊ້ເກີນຄວາມສາມາດຂອງສິ່ງກໍສ້າງເຫຼົ່ານັ້ນແລ້ວໃນທີ່ສຸດ ຈະນຳເອົາຄວາມເສຍຫາຍຢ່າງມະຫາສານມາສູ່ປະເທດຊາດ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມ.

ການຄຸ້ມຄອງທາງຫລວງໃຫ້ໄດ້ດີ ຕ້ອງມີມາດຕະການເຂັ້ມງວດ ແລະ ເທົ່າທຽມຕໍ່ໜ້າກົດໝາຍ - Visit Laos Visit SALANA BOUTIQUE HOTEL - ການຄຸ້ມຄອງທາງຫລວງໃຫ້ໄດ້ດີ ຕ້ອງມີມາດຕະການເຂັ້ມງວດ ແລະ ເທົ່າທຽມຕໍ່ໜ້າກົດໝາຍ

ເສັ້ນທາງຄົມມະນາຄົມ ໂລ່ງລ່ຽນໄປມາສະດວກ ເພື່ອເປັນເງື່ອນໄຂໃຫ້ການພັດທະນາດ້ານອື່ນໃຫ້ຂະຫຍາຍຕົວໄປຕາມໆກັນ ນັ້ນເປັນເປົ້າໝາຍໜຶ່ງເພື່ອນຳພາເອົາປະເທດຊາດກ້າວເດີນໄປສູ່ຈຸດໝາຍທີ່ວາງໄວ້ ຄືຫຼຸດພົ້ນຈາກສະນະພາບດ້ອຍພັດທະນາ.

ການກໍ່ສ້າງເສັ້ນທາງຄົມມະນາຄົມນັ້ນ ໃຊ້ວັດສະດຸທົນທານ ແລະ ມາດຕະຖານຕ້ອງມາກ່ອນສະເໝີ  ນັ້ນກໍໝາຍຄວາມວ່າຕ້ອງໃຊ້ທຶນມະຫາສານ ເຊັ່ນກັນ  ເມື່ອມີເສັ້ນທາງແລ້ວ ສິ່ງທີ່ຕ້ອງເຂັ້ມງວດຕື່ມກໍຄືການຄຸ້ມຄອງ ແລະ ນຳໃຊ້ຂອງສັງຄົມຕາມລະບຽບກົດ ໝາຍພາຍໃນປະເທດ, ບໍ່ອະນຸຍາດໃຫ້ ບຸກຄົນ, ນິຕິບຸກຄົນ ຢູ່ເໜືອລະບຽບກົດໝາຍ ໃສ່ໜັກເກີນຂະໜາດໄດ້ກຳນົດໄວ້ ສຸດທ້າຍກໍເຮັດໃຫ້ເສັ້ນທາງເປ່ເພເສຍຫາຍ ຜູ້ທີ່ເສຍຫາຍກໍຄືພາກລັດ ແລະ ຜູ້ຮັບຜົນກຳກໍຄືປະຊາຊົນ.

ຕົວຢ່າງມີໃຫ້ເຫັນກໍລະນີ ເຂດພິເສດບາາງບ່ອນ ກໍ່ສ້າງ ຖົມດິນ ໃຫ້ລົດຂົນດິນໃສ່ນໍ້າໜັກເກີນຈົນທາງເປ່ເພ ເຖິງແມ່ນວ່າເປ່ເພແຕ່ທາງເຂດຄຸ້ມຄອງຂອງຕົນເອງກໍຕາມ ແຕ່ກ່ອນຈະເຖິງເຂດດັ່ງກ່າວ ຕ້ອງຜ່ານເສັ້ນທາງສາທາລະນະບໍ່ຈັກວ່າເທົ່າໃດກິໂລແມັດ ນັ້ນໝາຍຄວາມວ່າເສັ້ນທາງເຫລົ່ານັ້ນກໍໄດ້ຮັບຜົນກະທົບບໍ່ແມ່ນໜ້ອຍ ແລ້ວຖ້າຫາກເປ່ເພຂຶ້ນມາ ໃຜຈະເປັນຜູ້ຮັບຜິດຊອບ ເລື່ອງນີ້ກໍເຂັ້ມງວດກວດກາຄືນຕື່ມ.

ຢາກໃຫ້ການປະຕິບັດວຽກງານຕົວຈິງມີຜົນດີມີຜົນສຳເລັດນັ້ນ ມັນຂຶ້ນກັບການຄຸ້ມຄອງຂອງພາກລັດ ມັນຂຶ້ນກັບສິດອຳນາດຂອງລັດຖະບານຂອງປະເທດ ຈະບໍ່ຂຶ້ນກັບອຳນາດເດັດຂາດຂອງບຸກຄົນໃດໜຶ່ງ ພາກສ່ວນໃດໜຶ່ງ ເພາະບຸກຄົນຂຶ້ນກັບການຈັດຕັ້ງ ເພື່ອເຮັດໃຫ້ທຸກສິ່ງທຸກຢ່າງເປັນໄປຕາມລະບຽບກົດໝາຍການປົກຄອງຂອງປະເທດທີ່ຕົນເອງດຳລົງຢູ່ໄດ້ຢ່າງໝັ້ນຄົງ.

ແນວໃດກໍຕາມ ລະບຽບກົດໝາຍສ້າງມາເພື່ອເປັນເຄື່ອງມືຂອງລັດຖະບານໃນການປົກປ້ອງຄຸ້ມຄອງປະເທດຊາດ, ດັ່ງນັ້ນ ພວກເຮົາຈຶ່ງໄວ້ວາງໃຈໃຫ້ຜູ້ທີ່ຮັກສາກົດໝາຍຕ້ອງເປັນແບບຢ່າງໃນການປະຕິບັດໃຫ້ເຂົ້ມງວດ ແລະ ມີຜົນສັກສິດເດັດຂາດ ບໍ່ແມ່ນຈະລອຍຕາມກະແສທີ່ເກີດຂຶ້ນໃນສັງຄົມທີ່ເປັນຢູ່ໃນປັດຈຸບັນ ຖ້າຜິດກໍຕ້ອງກ່າວເຕືອນ, ປັບໃໝ, ລົງໂທດຕາມສະຖານການກະທຳຜິດ.

ການຄຸ້ມຄອງທາງຫລວງໃຫ້ໄດ້ດີ ຕ້ອງມີມາດຕະການເຂັ້ມງວດ ແລະ ເທົ່າທຽມຕໍ່ໜ້າກົດໝາຍ - 5 - ການຄຸ້ມຄອງທາງຫລວງໃຫ້ໄດ້ດີ ຕ້ອງມີມາດຕະການເຂັ້ມງວດ ແລະ ເທົ່າທຽມຕໍ່ໜ້າກົດໝາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!