ນະຄອນຫລວງພະບາງ ໄດ້ຮັບລາງວັນເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ ປີ 2025

ນະຄອນຫລວງພະບາງ ໄດ້ຮັບລາງວັນເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ ປີ 2025 - 482012672 1036570175169992 7011081722689641854 n - ນະຄອນຫລວງພະບາງ ໄດ້ຮັບລາງວັນເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ ປີ 2025
ນະຄອນຫລວງພະບາງ ໄດ້ຮັບລາງວັນເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ ປີ 2025 - kitchen vibe - ນະຄອນຫລວງພະບາງ ໄດ້ຮັບລາງວັນເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ ປີ 2025

ວັນທີ 4 ມີນາ 2025 ນີ້ ຢູ່ນະຄອນຫລວງແບກແລງ, ປະເທດເຢຍລະມັນ ໄດ້ມີການງານມະຫະກຳ ການທ່ອງທ່ຽວໂລກ ITB Berlin 2025  ໂດຍນະຄອນ ຫລວງພະບາງ ໄດ້ຮັບລາງວັນເລື່ອງລາວຈຸດໝາຍປາຍທາງການທ່ອງ ທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນສໍາລັບປີ 2025 (2025 Green Destinations Top 100 Story Awards) ອັນດັບທີ 3 ໃນໝວດ “ການບໍລິຫານຈັດການ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ” ທີ່ຮັບຮູ້ເຖິງຄວາມສໍາເລັດໃນການພັດທະນາການທ່ອງທ່ຽວທີ່ຍືນຍົງ ຫຼື ການປັບປຸງຄືນໃໝ່ໃຫ້ດີຂຶ້ນ, ການຄຸ້ມຄອງການທ່ອງທ່ຽວ ແລະ ການຟື້ນຟູຫລັງວິກິດການ.

ລາງວັນດັ່ງກ່າວ ແມ່ນໝາກຜົນຂອງຄວາມພະຍາຍາມໃນການປົກປັກຮັກສາມໍລະດົກໂລກ ແລະ ພັດທະນາການທ່ອງທ່ຽວ ຂອງອົງການປົກຄອງແຂວງທີ່ເຫັນຄວາມສໍາຄັນໃນການພັດທະນາແບບຍືນຍົງ ພາຍໃນແຂວງ; ທັງແມ່ນຄວາມພາກ ພູມໃຈຂອງຊາວຫລວງພະບາງ ເວົ້າລວມກໍຄືຂອງປະເທດ ເຊິ່ງເປັນການໄດ້ຮັບລາງ ວັນຄັ້ງທໍາອິດຂອງຊາດ ແລະ ເປັນຊາດທຳອິດທີ່ໄດ້ຮັບລາງວັນໃນບັນດາປະເທດ CLMV (ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ).

ນະຄອນຫລວງພະບາງ ໄດ້ຮັບລາງວັນເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ ປີ 2025 - Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງພະບາງ ໄດ້ຮັບລາງວັນເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ ປີ 2025

ສໍາລັບແຜນທິດທາງປີ 2025 ຫລວງພະບາງ ຈະສຸມໃສ່ປັບປຸງຕາມເງື່ອນໄຂ ແລະ ຕົວຊີ້ວັດໃນແຕ່ລະດ້ານ ເພື່ອສະ ເໜີຂໍການຢັ້ງຢືນຮັບເອົາຫລວງພະບາງເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ ຈາກອົງການທ່ອງທ່ຽວສີຂຽວ; ເຊິ່ງແມ່ນອົງການນໍາໜ້າໃນດ້ານການຢັ້ງຢືນຄວາມຍືນຍົງ ໃຫ້ແກ່ ຈຸດໝາຍປາຍທາງການທ່ອງທ່ຽວ ແລະ ຜູ້ປະກອບການທຸລະກິດໃນທົ່ວໂລກ ທີ່ຖືກຮັບຮອງໂດຍ ສະພາ ການທ່ອງທ່ຽວໂລກ ຫຼື GSTC.

ສໍາລັບມາດຖານຂອງຈຸດໝາຍປາຍທາງການທ່ອງທ່ຽວແບບຍືນຍົງ ປະກອບມີ 6 ໝວດ ຄື:

1). ການບໍລິຫານຈັດການ ແລະ ຄຸ້ມຄອງຈຸດໝາຍ ປາຍທາງການທ່ອງທ່ຽວ;

2). ທຳມະຊາດ ແລະ ທັດສະນິຍະພາບ;

3). ສິ່ງແວດລ້ອມ ແລະ ສະພາບອາກາດ;

4). ວັດທະນະທຳ ແລະ ຮີດຄອງປະເພນີ;

5).ຄວາມເປັນຢູ່ທີ່ດີຂອງຄົນໃນສັງຄົມ;

6). ການປະກອບທຸລະກິດ ແລະ ການສື່ສານ.

ທີ່ມາ:​ ຂ່າວສານຫລວງພະບາງ

ນະຄອນຫລວງພະບາງ ໄດ້ຮັບລາງວັນເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ ປີ 2025 - 5 - ນະຄອນຫລວງພະບາງ ໄດ້ຮັບລາງວັນເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ ປີ 2025
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!