ຈີນຕອບໂຕ້ພາສີອາກອນຂອງທ່ານ ທຣໍາ ສັ່ງຢຸດນໍາເຂົ້າຖົ່ວເຫລືອງ-ໄມ້ຊຸງຈາກອາເມລິກາ


ກົມພາສີອາກອນຈີນເປີດເຜີຍໃນວັນທີ 4 ມີນາວ່າ: ຈີນໄດ້ຢຸດໃບອະນຸຍາດນໍາເຂົ້າຖົ່ວເຫລືອງຂອງບໍລິສັດອາເມລິກາ 3 ແຫ່ງ ແລະ ຢຸດການນໍາເຂົ້າໄມ້ຊຸງຈາກອາເມລິກາ ເຊິ່ງສໍານັກຂ່າວຣອຍເຕີລາຍງານວ່າເປັນການເພີ່ມລະດັບການຕອບໂຕ້ຕໍ່ການເກັບພາສີນໍາເຂົ້າເພີ່ມຂອງອາເມລິກາທີ່ມີຕໍ່ສິນຄ້າຈີນ.
ບໍລິສັດອາເມລິກາທີ່ໄດ້ຮັບຜົນກະທົບຈາກການຢຸດໃບອະນຸຍາດນໍາເຂົ້າ ໄດ້ແກ່ ສະຫະກອນກະສິກໍາ “ຊີເອຊເອສ” (CHS Inc), ຜູ້ສົ່ງອອກທັນຍາພືດລະດັບໂລກ “ຫລຸຍ ເດຣຟັສ ຄອມປານີ ເກຣນ ເມີແຊນໄດຊິງ” (Louis Dreyfus Company Grains Merchandising LLC) ແລະ ຜູ້ດໍາເນີນການສະຖານີຂົນສົ່ງທັນຍາພືດເພື່ອສົ່ງອອກ “ອີຈີທີ” (EGT).
ກົມພາສີອາກອນຈີນລະບຸວ່າ: ສາເຫດຂອງການຢຸດເນື່ອງຈາກພົບເຊື້ອຣາເອີກອດ (ergot) ແລະ ສານເຄືອບເມັດໃນຖົ່ວເຫລືອງນໍາເຂົ້າຈາກອາເມລິກາ. ຂະນະທີ່ການຢຸດນໍາເຂົ້າໄມ້ຊຸງອາເມລິກາມາຈາກການກວດພົບໜອນ, ເຊື້ອລາແອສເພີຈິລລັສ (aspergillus) ແລະ ສັດຕູພືດອື່ນໆ.
ກ່ອນໜ້ານີ້ໃນວັນດຽວກັນ, ຈີນຍັງໄດ້ເກັບພາສີນໍາເຂົ້າຄວບຄຸມສິນຄ້າກະສິກໍາ ແລະ ອາຫານຂອງອາເມລິກາມູນຄ່າ 2.1 ໝື່ນລ້ານໂດລາ ເຊິ່ງລວມທັງຖົ່ວເຫລືອງ, ເຂົ້າສາລີ, ຊີ້ນສັດ ແລະ ຝ້າຍ.
ການດໍາເນີນງານຂອງຈີນເປັນການຕອບໂຕ້ການຕັດສິນໃຈຂອງປະທານາທິບໍດີ ໂດນັລ ທຣໍາ ແຫ່ງອາເມລິກາ ທີ່ຮຽກເກັບພາສີເພີ່ມອີກ 10% ຈາກຈີນ ມີຜົນບັງຄັບໃຊ້ໃນວັນທີ 4 ມີນາ 2025 ສົ່ງຜົນເຮັດໃຫ້ພາສີນໍາເຂົ້າສະສົມຢູ່ທີ່ 20% ໂດຍທໍານຽບຂາວອ້າງວ່າເພື່ອຕອບໂຕ້ຈີນບໍ່ແກ້ໄຂບັນຫາຢາເສບຕິດທີ່ລັກລອບເຂົ້າສູ່ອາເມລິກາ.
ທັງນີ້, ການສັ່ງຢຸດໄມ້ຊຸງອາເມລິກາ ເປັນການຕອບໂຕ້ໂດຍກົງຕໍ່ຄໍາສັ່ງຂອງທ່ານ ທຣໍາ ໃນວັນທີ 1 ມີນາ ທີ່ໃຫ້ມີການສອບສວນທາງການຄ້າກ່ຽວກັບໄມ້ຊຸງນໍາເຂົ້າ ໂດຍກ່ອນໜ້ານີ້ ທ່ານ ທຣໍາ ເຄີຍແຈ້ງຕໍ່ນັກຂ່າວວ່າກໍາລັງພິຈາລະນາເກັບພາສີນໍາເຂົ້າໃນອັດຕາ 25% ກັບໄມ້ຊຸງ ແລະ ຜະລິດຕະພັນຈາກປ່າ.
ຂໍ້ມູນຈາກພາສີອາກອນຈີນສະແດງໃຫ້ເຫັນວ່າ: ຈີນເປັນໜຶ່ງໃນຜູ້ນໍາເຂົ້າຜະລິດຕະພັນໄມ້ລາຍໃຫຍ່ທີ່ສຸດຂອງໂລກ ແລະ ເປັນຕະຫລາດສົ່ງອອກອັນດັບ 3 ສໍາລັບຜະລິດຕະພັນຈາກປ່າຂອງອາເມລິກາ ໂດຍໃນປີ 2024 ຈີນນໍາເຂົ້າໄມ້ຊຸງ ແລະ ຜະລິດຕະພັນໄມ້ໝົດເປືອກອື່ນໆຈາກອາເມລິກາ ມູນຄ່າປະມານ 850 ລ້ານໂດລາ.