ພົບວັດຖຸຄ້າຍຄືວັດຖຸບູຮານເກົ່າແກ່ ທີ່ບ້ານໂນນອຸດົມ ເມືອງອຸທຸມພອນ


ວັນທີ 4 ມີນາ 2025, ຫ້ອງການຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ເມືອງອຸທຸມພອນ,ແຂວງສະຫວັນນະເຂດ ຮ່ວມກັບຂະແໜງວັດທະນະທຳ ພ້ອມດ້ວຍອຳນາດການປົກຄອງ,ອົງການຈັດ ຕັ້ງທີ່ກ່ຽວຂ້ອງຂອງບ້ານໂນນອຸດົມ ໄດ້ລົງຂຸດຄົ້ນ ສິ່ງທີ່ມີລັກສະນະຄ້າຍຄືວັດຖຸບູຮານ ທີ່ບ້ານໂນນອຸດົມ.


ຜ່ານການຂຸດຄົ້ນຕົວຈິງໃນເບື້ອງຕົ້ນພົບເຫັນວັດຖຸທີ່ມີລັກສະນະຄ້າຍຄືໃບເສມາ 1 ໃບ, ເສົາເສມາໃຫຍ່ ແລະ ນ້ອຍ 9 ຕົ້ນ ແລະ ວັດຖຸທີ່ເປັນຊິ້ນສ່ວນເງິນລາດ 35 ຊິ້ນ,ຊິ້ນສ່ວນຫີນ 1 ອັນ, ຊິ້ນສ່ວນຕະປູ 1 ອັນ,ຊິ້ນສ່ວນບິ້ງຖ້ວຍ 1 ອັນ ແລະ ຄຸດຫີນ 1 ອັນ, ຢູ່ບໍລິເວນດິນນາຂອງ ນາງ ເລາະ ອາຍຸ 50 ປີ ປະຊາຊົນບ້ານໂນນອຸດົມ.


ຕາມການບອກເລົ່າຂອງນາງເລາະ ເຈົ້າຂອງດິນນາໃຫ້ຮູ້ວ່າ: ຫລາຍເຊັ່ນຄົນເຄີຍເລົ່າຂານກັນມາວ່າສະຖານທີ່ດັ່ງກ່າວ ເປັນບ້ານຮ້າງ ແລະ ວັດຮ້າງ ໂດຍສະເພາະ ໃນບໍລິເວນຂອບເຂດດິນນາຂອງຕົນ ອາດຈະເປັນວັດຮ້າງ ບ່ອນທີ່ຕັ້ງສິມມາກ່ອນ ຈິ່ງພົບເຫັນລັກສະນະຄ້າຍຄືວັດຖຸບູຮານ ບໍ່ວ່າຈະເປັນໃບເສມາ, ເສົາເສມາໃຫຍ່ ແລະ ນ້ອຍ, ຊິ້ນສ່ວນເງິນລາດ, ຄຸດຫີນ ແລະ ອຶ່ນໆໃນບໍລິເວນນີ້.
ປະຈຸບັນເຄື່ອງຂອງຈຳນວນດັ່ງກ່າວໄດ້ເກັບຮັກສາໄວ້ຄຽງຄູ່ກັບພະພຸດທະຮູບທີ່ໄດ້ຂຸດພົບໃນປີ2002ຜ່ານມາ ຢູ່ທີ່ວັດບ້ານສີບຸນເຮືອງ ບ້ານໂນນອຸດົມ ໂດຍທີ່ອຳນາດການປົກຄອງແລະປະຊາຊົນພາຍໃນບ້ານໄດ້ປຸກສ້າງບ່ອນເກັບຮັກສາໄວ້ໃຫ້ປອດໄພ.