ເດລີເຂັ້ມງວດມົນລະພິດທາງອາກາດ ບໍ່ເຕີມນໍ້າມັນໃສ່ລົດເກົ່າເກີນ 15 ປີ

ເດລີເຂັ້ມງວດມົນລະພິດທາງອາກາດ ບໍ່ເຕີມນໍ້າມັນໃສ່ລົດເກົ່າເກີນ 15 ປີ - iq4c40be1c3ff1ff70df24ac18e691868e - ເດລີເຂັ້ມງວດມົນລະພິດທາງອາກາດ ບໍ່ເຕີມນໍ້າມັນໃສ່ລົດເກົ່າເກີນ 15 ປີ
ເດລີເຂັ້ມງວດມົນລະພິດທາງອາກາດ ບໍ່ເຕີມນໍ້າມັນໃສ່ລົດເກົ່າເກີນ 15 ປີ - kitchen vibe - ເດລີເຂັ້ມງວດມົນລະພິດທາງອາກາດ ບໍ່ເຕີມນໍ້າມັນໃສ່ລົດເກົ່າເກີນ 15 ປີ

       ສໍານັກຂ່າວຊິນຮົວລາຍງານວ່າ: ໃນວັນທີ 1 ມີນາ ລັດຖະບານໃໝ່ຂອງລັດເດລີໃນອິນເດຍ ເຊິ່ງເຂົ້າຮັບຕໍາແໜ່ງໃນອາທິດກ່ອນ ປະກາດແຜນຫ້າມຈໍາໜ່າຍນໍ້າມັນເຊື້ອໄຟໃຫ້ລົດທີ່ມີອາຍຸການນໍາໃຊ້ 15 ປີຂຶ້ນໄປ ນັບແຕ່ວັນທີ 1 ເມສາເປັນຕົ້ນໄປ.

       ທ່ານ ມານຈິນເດິ ສິງ ສິຣສາ ລັດຖະມົນຕີວ່າການກະຊວງສິ່ງແວດລ້ອມຂອງເດລີ ລະບຸວ່າ: ຈະມີການຈັດຕັ້ງທີມເຈົ້າໜ້າທີ່ ເພື່ອຈໍາແນກ ແລະ ຫ້າມລົດເກົ່າເຂົ້າສູ່ເດລີ.

ເດລີເຂັ້ມງວດມົນລະພິດທາງອາກາດ ບໍ່ເຕີມນໍ້າມັນໃສ່ລົດເກົ່າເກີນ 15 ປີ - Visit Laos Visit SALANA BOUTIQUE HOTEL - ເດລີເຂັ້ມງວດມົນລະພິດທາງອາກາດ ບໍ່ເຕີມນໍ້າມັນໃສ່ລົດເກົ່າເກີນ 15 ປີ

       ຂະນະດຽວກັນ, ທ່ານ ສິຣສາ ກ່າວວ່າ: ອາຄານສູງຫລາຍຊັ້ນ ທັງໂຮງແຮມ, ອາຄານການຄ້າ ແລະ ສໍານັກງານ ຕ້ອງຕິດຕັ້ງປືນສີດພົ່ນນໍ້າຕ້ານໝອກຄວັນເພື່ອຄວບຄຸມມົນລະພິດທາງອາກາດ ແລະ ລັດຖະບານເດລີຈະພະຍາຍາມສ້າງຝົນທຽມເພື່ອກໍາຈັດມົນລະພິດທາງອາກາດ ເຊິ່ງເປັນບັນຫາຊໍາເຮື້ອຂອງເດລີ ໜຶ່ງໃນເມືອງທີ່ມັກຄອງຕໍາແໜ່ງທີ່ມີມົນລະພິດຫລາຍທີ່ສຸດໃນໂລກ ໂດຍສະເພາະມົນລະພິດທາງອາກາດ.

      ທັງນີ້, ສື່ທ້ອງຖິ່ນລາຍງານວ່າ: ດັດຊະນີຄຸນນະພາບອາກາດຂອງເດລີຢູ່ລະດັບ 795 ໃນເດືອນພະຈິກ 2024 ເຊິ່ງສຸງສຸດໃນຮອບ 4 ປີ.

ເດລີເຂັ້ມງວດມົນລະພິດທາງອາກາດ ບໍ່ເຕີມນໍ້າມັນໃສ່ລົດເກົ່າເກີນ 15 ປີ - 5 - ເດລີເຂັ້ມງວດມົນລະພິດທາງອາກາດ ບໍ່ເຕີມນໍ້າມັນໃສ່ລົດເກົ່າເກີນ 15 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!