ຈີນຂຶ້ນພາສີສິນຄ້າກະສິກໍາຂອງອາເມລິກາສູງສຸດອີກ 15% ຕອບໂຕ້ທ່ານ ທຣໍາ ເພີ່ມກໍາແພງການຄ້າ

ຈີນຂຶ້ນພາສີສິນຄ້າກະສິກໍາຂອງອາເມລິກາສູງສຸດອີກ 15% ຕອບໂຕ້ທ່ານ ທຣໍາ ເພີ່ມກໍາແພງການຄ້າ - 222 3 - ຈີນຂຶ້ນພາສີສິນຄ້າກະສິກໍາຂອງອາເມລິກາສູງສຸດອີກ 15% ຕອບໂຕ້ທ່ານ ທຣໍາ ເພີ່ມກໍາແພງການຄ້າ
ຈີນຂຶ້ນພາສີສິນຄ້າກະສິກໍາຂອງອາເມລິກາສູງສຸດອີກ 15% ຕອບໂຕ້ທ່ານ ທຣໍາ ເພີ່ມກໍາແພງການຄ້າ - kitchen vibe - ຈີນຂຶ້ນພາສີສິນຄ້າກະສິກໍາຂອງອາເມລິກາສູງສຸດອີກ 15% ຕອບໂຕ້ທ່ານ ທຣໍາ ເພີ່ມກໍາແພງການຄ້າ

      ລັດຖະບານປັກກິ່ງປະກາດມາດຕະການຕອບໂຕ້ພາສີສິນຄ້າຮອບໃໝ່ຂອງລັດຖະບານວໍຊິງຕັນ ດ້ວຍການຂຶ້ນພາສີສິນຄ້າກະສິກໍາຫລາຍລາຍການຂອງອາເມລິກາ ໃນອັດຕາເພີ່ມສູງສຸດອີກ 15%.

      ກະຊວງການຄ້າຈີນອອກຖະແຫລງການ ເລື່ອງການຂຶ້ນພາສີໄກ່, ທັນຍາພືດ, ສາລີ ແລະ ຝ້າຍຂອງອາເມລິກາ ໃນອັດຕາເພີ່ມຂຶ້ນອີກ 15%. ຂະນະທີ່ເຂົ້າຟ່າງ, ຖົ່ວເຫລືອງ, ຊີ້ນໝູ, ຊີ້ນງົວ, ສັດທະເລ, ຜັກ, ໝາກໄມ້ ແລະ ຜະລິດນົມຂອງອາເມລິກາ ຈະຜະເຊີນອັດຕາພາສີເພີ່ມຂຶ້ນອີກ 10%.

ຈີນຂຶ້ນພາສີສິນຄ້າກະສິກໍາຂອງອາເມລິກາສູງສຸດອີກ 15% ຕອບໂຕ້ທ່ານ ທຣໍາ ເພີ່ມກໍາແພງການຄ້າ - Visit Laos Visit SALANA BOUTIQUE HOTEL - ຈີນຂຶ້ນພາສີສິນຄ້າກະສິກໍາຂອງອາເມລິກາສູງສຸດອີກ 15% ຕອບໂຕ້ທ່ານ ທຣໍາ ເພີ່ມກໍາແພງການຄ້າ

       ມາດຕະການທັງໝົດຈະມີຜົນນັບແຕ່ວັນທີ 10 ມີນາເປັນຕົ້ນໄປ ເພື່ອຕອບໂຕ້ລັດຖະບານວໍຊິງຕັນຂອງປະທານາທິບໍດີ ໂດນັລ ທຣໍາ ຂຶ້ນພາສີສິນຄ້າຂອງຈີນເພີ່ມອີກ 10% ມີຜົນນັບແຕ່ວັນທີ 4 ມີນາ ຈາກທີ່ເພີ່ມຂຶ້ນແລ້ວ 10% ນັບແຕ່ວັນທີ 4 ກຸມພາ ຜ່ານມາ.

       ທັງນີ້, ມູນຄ່າການຄ້າລະຫວ່າງອາເມລິກາກັບຈີນ ປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 1 ແລະ 2 ຂອງໂລກ ສູງກວ່າ 530,000 ລ້ານໂດລາສະຫະລັດ ລະຫວ່າງເດືອນມັງກອນ-ພຶດສະພາ 2024 ຕາມລາຍງານຂອງກະຊວງການຄ້າອາເມລິກາ. ເຖິງວ່າທັງສອງປະເທດຕັ້ງກໍາແພງພາສີຕໍ່ກັນ ນັບແຕ່ຍຸກລັດຖະບານ ທຣໍາ ສະໄໝທໍາອິດກໍຕາມ ໂດຍຈີນເປັນປະເທດຄູ່ຄ້າລາຍໃຫຍ່ອັນດັບສອງຂອງອາເມລິກາ ຮອງຈາກແມັກຊິກ.

ຈີນຂຶ້ນພາສີສິນຄ້າກະສິກໍາຂອງອາເມລິກາສູງສຸດອີກ 15% ຕອບໂຕ້ທ່ານ ທຣໍາ ເພີ່ມກໍາແພງການຄ້າ - 4 - ຈີນຂຶ້ນພາສີສິນຄ້າກະສິກໍາຂອງອາເມລິກາສູງສຸດອີກ 15% ຕອບໂຕ້ທ່ານ ທຣໍາ ເພີ່ມກໍາແພງການຄ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!