ທ່ານ ທຣໍາ ສັ່ງຂຶ້ນພາສີສິນຄ້າຂອງການາດາ, ແມັກຊິກ ແລະ ຈີນອີກ ມີຜົນບັງຄັບໃຊ້ 4 ມີນານີ້

ທ່ານ ທຣໍາ ສັ່ງຂຶ້ນພາສີສິນຄ້າຂອງການາດາ, ແມັກຊິກ ແລະ ຈີນອີກ ມີຜົນບັງຄັບໃຊ້ 4 ມີນານີ້ - 111 4 - ທ່ານ ທຣໍາ ສັ່ງຂຶ້ນພາສີສິນຄ້າຂອງການາດາ, ແມັກຊິກ ແລະ ຈີນອີກ ມີຜົນບັງຄັບໃຊ້ 4 ມີນານີ້
ທ່ານ ທຣໍາ ສັ່ງຂຶ້ນພາສີສິນຄ້າຂອງການາດາ, ແມັກຊິກ ແລະ ຈີນອີກ ມີຜົນບັງຄັບໃຊ້ 4 ມີນານີ້ - kitchen vibe - ທ່ານ ທຣໍາ ສັ່ງຂຶ້ນພາສີສິນຄ້າຂອງການາດາ, ແມັກຊິກ ແລະ ຈີນອີກ ມີຜົນບັງຄັບໃຊ້ 4 ມີນານີ້

       ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ສັ່ງເດີນໜ້າຂຶ້ນພາສີສິນຄ້ານໍາເຂົ້າຈາກການາດາ ແລະ ແມັກຊິກຕາມແຜນ 25% ພາຍຫລັງໂຈະຄໍາສັ່ງດັ່ງກ່າວ 30 ວັນ ແລະ ຂຶ້ນພາສີສິນຄ້ານໍາເຂົ້າຈາກຈີນອີກ 10% (ລວມກັບຄັ້ງທໍາອິດເປັນ 20%) ໂດຍຈະເລີ່ມມີຜົນບັງຄັບໃຊ້ໃນວັນທີ 4 ມີນານີ້.

        ລັດຖະບານອາເມລິກາອ້າງວ່າ: ມາດຕະການຂຶ້ນພາສີດັ່ງກ່າວເກີດຂຶ້ນ ພາຍຫລັງການາດາ, ແມັກຊິກ ແລະ ຈີນ ເຊິ່ງມີສ່ວນກ່ຽວຂ້ອງກັບບັນຫາລັກລອບເຂົ້າເມືອງຜິດກົດໝາຍ ແລະ ລັກລອບຄ້າຂາຍຢາເສບຕິດຢູ່ອາເມລິກາ ຍັງບໍ່ສາມາດຊ່ວຍແກ້ໄຂບັນຫາດັ່ງກ່າວໄດ້, ອາເມລິກາຈຶ່ງເພີ່ມມາດຕະການກົດດັນໃຫ້ທັງສາມປະເທດດໍາເນີນມາດຕະການທີ່ເຂັ້ມງວດແລ້ວມີປະສິດທິພາບຍິ່ງຂຶ້ນ.

ທ່ານ ທຣໍາ ສັ່ງຂຶ້ນພາສີສິນຄ້າຂອງການາດາ, ແມັກຊິກ ແລະ ຈີນອີກ ມີຜົນບັງຄັບໃຊ້ 4 ມີນານີ້ - Visit Laos Visit SALANA BOUTIQUE HOTEL - ທ່ານ ທຣໍາ ສັ່ງຂຶ້ນພາສີສິນຄ້າຂອງການາດາ, ແມັກຊິກ ແລະ ຈີນອີກ ມີຜົນບັງຄັບໃຊ້ 4 ມີນານີ້

       ຂະນະທີ່ຜູ້ນໍາທັງສາມປະເທດປະກາດກຽມມາດຕະການຕອບໂຕ້ອາເມລິກາ ເຊິ່ງລວມທັງການຂຶ້ນພາສີສິນຄ້ານໍາເຂົ້າຈາກອາເມລິກາ ໂດຍຫລາຍຝ່າຍສະແດງຄວາມກັງວົນວ່າ: ສົງຄາມພາສີຂອງທ່ານ ທຣໍາ ຈະກະທົບຕໍ່ສະຖຽນລະພາບການຄ້າໂລກ.

       ທ່ານ ທຣໍາ ລະບຸວ່າ: ປັດຈຸບັນບໍ່ມີພື້ນທີ່ວ່າງເຫລືອໃນການາດາ ແລະ ແມັກຊິກແລ້ວ ສິ່ງທີ່ພວກເຂົາຈະຕ້ອງເຮັດຄື: ສ້າງໂຮງງານຜະລິດລົດ ແລະ ສິນຄ້າອື່ນໆໃນອາເມລິກາ ເຊິ່ງຈະເຮັດໃຫ້ສິນຄ້າເຫລົ່ານັ້ນບໍ່ຖືກເກັບພາສີສິນຄ້ານໍາເຂົ້າ.

        ຜູ້ຊ່ຽວຊານປະກາດເຕືອນວ່າ: ພົນລະເມືອງອາເມລິກາຈະໄດ້ຮັບຜົນກະທົບຈາກມາດຕະການຂຶ້ນພາສີສິນຄ້ານໍາເຂົ້າຂອງທ່ານ ທຣໍາ ເຊັ່ນກັນ. ສິນຄ້າອຸປະໂພກ-ບໍລິໂພກຫລາຍຊະນິດເຊັ່ນ: ເມເປິ້ນໄຊຣັບ, ນໍ້າມັນເຊື້ອໄຟ, ອະໂວກາໂດ ຈະມີລາຄາເພີ່ມສູງຂຶ້ນ.

      ສ່ວນຕະຫລາດຫຸ້ນອາເມລິກາ ມີການຜັນຜວນຫລາຍ ພາຍຫລັງທ່ານ ທຣໍາ ປະກາດຂຶ້ນພາສີອີກ ເຊິ່ງທັງສາມປະເທດລ້ວນເປັນຄູ່ຄ້າລາຍໃຫຍ່ຂອງອາເມລິກາ ໂດຍລັດຖະບານ ທຣໍາ ຍັງເຊື່ອໝັ້ນໃນນະໂຍບາຍຂຶ້ນພາສີອາກອນ ແລະ ເບິ່ງວ່າເປັນແນວທາງສໍາຄັນໃນການກະຕຸ້ນການຜະລິດໃນປະເທດ ແລະ ດຶງດູດການລົງທຶນຈາກຕ່າງປະເທດ.

ອ້າງອີງ:

ທ່ານ ທຣໍາ ສັ່ງຂຶ້ນພາສີສິນຄ້າຂອງການາດາ, ແມັກຊິກ ແລະ ຈີນອີກ ມີຜົນບັງຄັບໃຊ້ 4 ມີນານີ້ - 3 - ທ່ານ ທຣໍາ ສັ່ງຂຶ້ນພາສີສິນຄ້າຂອງການາດາ, ແມັກຊິກ ແລະ ຈີນອີກ ມີຜົນບັງຄັບໃຊ້ 4 ມີນານີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!