8 ນະໂຍບາຍຂອງລາວເພື່ອຊຸກຍູ້ເສດຖະກິດໃນສົກນີ້
ກະຊວງແຜນການ ແລະ ການລົງທືນ ໃຫ້ຮູ້ວ່າ: ໃນປີນີ້, ລັດຖະບານໄດ້ດຳເນີນຫລາຍມາດຕະການ ເພື່ອຊຸກຍູ້ການຂະຫຍາຍຕົວຂອງເສດສະກິດໃຫ້ມີການຂະຫລາຍຕົວຕໍ່ເນື່ອງ, ໂດຍເລັ່ງປະຕິບັດ 8 ນະໂຍບາຍເພື່ອກະຕູ້ນເສດຖະກິດຂອງປະເທດໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວຄື:
(1) ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໝັ້ນທ່ຽງໂດຍດໍາເນີນມາດຕະ ການການເງິນ-ເງິນຕາໃຫ້ກົມກຽວເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວບໍ່ຫລຸດ7%, ພ້ອມທັງເພີ່ມທະວີເອົາໃຈໃສ່ຕິດຕາມການເຄື່ອນໄຫວວຽກງານພາສີ-ອາກອນຢ່າງໃກ້ຊິດ, ສົ່ງເສີມການລົງທຶນ ແລະ ດໍາເນີນທຸລະກິດ, ແກ້ໄຂການຊໍາລະສະສາງໃຫ້ມີສະພາບຄ່ອງ, ຊອກວິທີແກ້ໄຂການຊໍາລະໜີ້ ແລະ ພັນທະບັດໃຫ້ໄດ້ຈໍານວນໜຶ່ງ, ສືບຕໍ່ປະຕິບັດນະໂຍບາຍດອກເບັ້ຍເງິນຝາກ ແລະ ເງິນກູ້ຂອງທະນາຄານທຸລະກິດໃຫ້ເໝາະສົມ ເພື່ອອໍານວຍໃຫ້ແກ່ການສົ່ງເສີມການຜະລິດ ແລະ ເຄື່ອນໄຫວທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ແຂງແຮງ.
(2) ຄຸ້ມຄອງການເກັບລາຍຮັບງົບປະມານໃຫ້ມີປະສິດທິຜົນໂດຍປະຕິຮູບກົນໄກເກັບລາຍຮັບໃຫ້ເປັນລະບົບ, ນໍາໃຊ້ເຄື່ອງມືຮັບປະກັນດ້ານຄວາມໂປ່ງໃສ, ປັບປຸງກົນໄກງົບປະມານ ແລະ ແຜນລາຍຈ່າຍໃຫ້ມີປະສິດທິຜົນ, ໄປຄຽງຄູ່ກັບການປະຕິບັດມາດຕະການຕ້ານການຟູມເຟືອຍຢ່າງແຂງແຮງໃນທົ່ວປະເທດ ແລະ ອັດຊ່ອງຫວ່າງຮົ່ວໄຫລຂອງງົບປະມານ.
(3) ຊຸກຍູ້ບັນດາຂະແໜງການ ແລະ ທ້ອງຖິ່ນເປັນເຈົ້າການຄົ້ນຄວ້ານໍາໃຊ້ທ່າແຮງຂອງຕົນເພື່ອສ້າງເປັນໂຄງການລະອຽດ ແນໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໂດຍສະເພາະຢູ່ເຂດຊົນນະບົດຫ່າງໄກສອກຫລີກ, ທັງປັບປຸງການຈັດຕັ້ງປະຕິບັດວຽກງານສາມສ້າງໃຫ້ມີປະສິດທິຜົນ ແລະ ບໍ່ໃຫ້ມີຊ່ອງຫວ່າງລະເມີດລະບຽບກົດໝາຍ.
(4) ປັບປຸງສະພາບແວດລ້ອມ ແລະ ບັນຍາກາດຂອງການລົງທຶນ, ການດໍາເນີນທຸລະກິດ, ໂດຍແກ້ໄຂຂັ້ນຕອນ ແລະ ນິຕິກໍາຕ່າງໆທີ່ບໍ່ສະດວກ, ກົດໜ່ວງທ່ວງດຶງ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາເນີນທຸລະກິດ ເພື່ອໃຫ້ການພິຈາລະນາອະນຸມັດລົງທຶນມີຄວາມວ່ອງໄວ, ໂປ່ງໃສ ບົນພື້ນຖານປະຕິ ບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.
(5) ຊຸກຍູ້ສົ່ງເສີມການຜະລິດເປັນສີນຄ້າ ແລະ ບໍລິການຕາມທ່າແຮງຂອງຂະແໜງການ ແລະ ທ້ອງຖິ່ນເພື່ອໃຫ້ມີຄວາມຫລາກຫລາຍ ເປັນຕົ້ນ: ຜະລິດກະສິກໍາສະອາດ ແລະ ປອດສານ ພິດ, ອຸດສະຫະກໍາປຸງແຕ່ງ, ການທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ວັດທະນາທໍາ, ການບໍລິການທາງຜ່ານ ແລະ ໂລຈີສຕິກ, ຊຸກຍູ້ສົ່ງເສີມການຄົ້ນຄວ້າວິໄຈ, ການຖ່າຍທອດເຕັກໂນໂລຊີ ເພື່ອຍົກສະມັດຕະພາບ, ຜະລິດຕະພາບ ແລະ ຄຸນນະພາບຂອງຜະລິດຕະພັນພາຍໃນໃຫ້ສູງ ເພື່ອແນໃສ່ສ້າງຄວາມອາດສາມາດຂອງສີນຄ້າ ແລະ ການບໍລິການໃຫ້ສາມາດແຂ່ງຂັນໃນຕະຫລາດພາກພື້ນ ແລະ ສາກົນ.
(6) ຊຸກຍູ້ຊ່ວຍເຫລືອບັນດາໂຄງການລົງທຶນທີ່ໄດ້ອະນຸມັດໃຫ້ສາມາດເຄື່ອນໄຫວຜະລິດທຸລະກິດຢ່າງມີປະສິດທິຜົນ, ໂດຍການກວດກາ ແລະ ສະໜັບສະ ໜູນຊ່ວຍເຫລືອຜູ້ລົງທຶນບົນພື້ນຖານລະບຽບກົດໝາຍ ເພື່ອໃຫ້ການລົງທຶນທີ່ໄດ້ຮັບອະນຸມັດແລ້ວນັ້ນ, ໂດຍສະເພາະໂຄງການລົງທຶນຂະໜາດໃຫຍ່ໃນຂົງເຂດພະລັງງານ-ບໍ່ແຮ່, ອຸດສະຫະກໍາ ແລະ ກະສິກໍາ ທີ່ມີຜົນກະທົບສູງຕໍ່ເສດຖະກິດໃຫ້ສາມາດເຄື່ອນໄຫວເປັນປົກກະຕິ, ຮັບປະກັນແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ປະຕິບັດຕາມສັນຍາ ແລະ ເຂົ້າສູ່ຂະບວນການຜະລິດໂດຍໄວເພື່ອເປັນກໍາລັງແຮງຊຸກຍູ້ການເຕີບໂຕຂອງເສດຖະກິດ.
(7) ປັບປຸງວິສາຫະກິດລັດໃຫ້ສາມາດເຄື່ອນໄຫວຢ່າງມີປະສິດທິຜົນ, ສາມາດປະກອບ ສ່ວນຢ່າງໜັກແໜ້ນໃຫ້ແກ່ເສດຖະກິດແຫ່ງຊາດ, ໂດຍການກວດຄືນເປົ້າໝາຍການເຄື່ອນໄຫວທຸລະກິດໃນໄລຍະໃໝ່, ຄວາມອາດສາມາດແຂ່ງຂັນໃນການດໍາເນີນທຸລະກິດຕາມກົນໄເສດຖະກິດຕະຫລາດບົນພື້ນຖານປະຕິບັດລະບຽບກົດໝາຍ.
(8) ສືບຕໍ່ປັບປຸງກົງຈັກ, ກົນໄກການບໍລິຫານລັດໃຫ້ຮັດກຸ່ມ, ໂປ່ງໃສ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນໂດຍການສືບຕໍ່ສັບຊ້ອນພາລະບົດບາດຂອງບາງຂະແໜງການທີ່ເຫັນວ່າຍັງມີການທັບຊ້ອນ ແລະ ແບ່ງຄວາມຮັບພິ ຊອບບໍ່ຈະແຈ້ງ, ອັນສໍາຄັນແມ່ນລັດຖະບານຈະເນັ້ນໃສ່ການບໍລິຫານລັດດ້ວຍກົດໝາຍໃຫ້ເຂັ້ມງວດກວ່າເກົ່າ ແລະ ມີປະສິດທິຜົນສູງ.