ແອັສປາຍຈັບໂຄເຄນລອດໃຫຍ່ ໜັກ 5.800 ກິໂລ ມູນຄ່າ 210 ລ້ານເອີໂຣ


ແອັສປາຍຈັບໂຄເຄນລາຍໃຫຍ່ສຸດໃນຮອບ 18 ປີ ຍຶດມາໄດ້ຈາກຕູ້ຄອນເທນເນີເຮືອຂົນສົ່ງສິນຄ້າເດີນທາງມາຈາກເມືອງເມເດຍີນ ປະເທດໂກລົມບີ ນ້ຳໜັກກວ່າ 5.800 ກິໂລ ມູນຄ່າປະມານ 210 ລ້ານເອີໂຣ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມາດຣິດ ປະເທດແອັສປາຍ ໃນວັນທີ 5 ທັນວາວ່າ: ກະຊວງປ້ອງກັນຄວາມສະຫງົບຂອງແອັສປາຍຖະແຫລງວ່າ: ທາງການແອັສປາຍສາມາດຈັບກຸມຢາເສບຕິດປະເພດໂຄເຄນລາຍໃຫຍ່ທີ່ສຸດໃນຮອບ 18 ປີຜ່ານມາ ນ້ຳໜັກຫລາຍກວ່າ 5.800 ກິໂລ ພົບຊຸກເຊື່ອງຢູ່ໃນຕູ້ຄອນເທນເນີໃນເຮືອສິນຄ້າລຳໜຶ່ງ ເຊິ່ງເດີນທາງມາຈາກເມືອງເມເດຍີນ ປະເທດໂກລົມບີ ໂດຍສະກັດຈັບໄດ້ຢູ່ທ່າເຮືອອັລເຂຊິຣາສ ທາງຕອນໃຕ້ຂອງແອັສປາຍ ປົນມາກັບໝາກກ້ວຍຈາກໂກລົມບີຈະນຳໄປສົ່ງເອລ ປຣາດ ເດິ ຍໍເບຣກັດ ທີ່ຕັ້ງຂອງສະໜາມບິນສາກົນໃນແຄວ້ນກາຕາລຸນຢາ ທາງຕາເວັນອອກສຽງເໜືອຂອງແອັສປາຍ.
ກະຊວງປ້ອງກັນຄວາມສະຫງົບຂອງແອັສປາຍຖະແຫລງຕໍ່ໄປວ່າ: ມີຜູ້ຖືກຈັບກຸມ 3 ຄົນໃນຄະດີນີ້ ເຊິ່ງມີປະທານບໍລິສັດນຳເຂົ້າຂອງແອັສປາຍ ເຊິ່ງເປັນຜູ້ໃຊ້ຕູ້ຄອນເທນເນີດັ່ງກ່າວ ແລະ ຈັບກຸມເພີ່ມອີກ ເຊິ່ງອາດກ່ຽວຂ້ອງກັບຄະດີນີ້ ແລະ ຢູ່ລະຫວ່າງການສອບສວນອີກ 2 ຄົນ.
ໂຄເຄນນ້ຳໜັກຫລາຍກວ່າ 5.800 ກິໂລ ຖືກພົບໃນວັນທີ 28 ພະຈິກຜ່ານມາ ມູນຄ່າປະມານ 210 ລ້ານເອີໂຣ ແບ່ງເປັນຫໍ່ລະ 1 ກິໂລ ຈັດສົ່ງໄປໃຫ້ຜູ້ຮັບເຊິ່ງເຊື່ອວ່າເປັນຜູ້ຈັດຈຳໜ່າຍ ຫລື ອາດເປັນແກ້ງອາດຊະຍາກຳ.