ຕູ້ນີລະໄພ-ໄປສະນີເພື່ອຕີຖອຍສິ່ງຫຍໍ້ທໍ້


ເທົ່າທີ່ຜູ້ຂຽນໄດ້ຕິດຕາມມາ, ຖືວ່າຂະແໜງການເງິນເປັນ ຂະແໜງທີ່ລ້ຳໜ້າໃນການເປີດ ຫູ, ເປີດຕາ ແລະ ເປີດໃຈໃຫ້ຊາວ ລາວເຮົາໃນທົ່ວປະເທດໄດ້ລາຍງານ, ຕຳນິສົ່ງຂ່າວ, ສ່ອງແສງ ຫລື ມີຄຳສະເໜີແນະຕ່າງໆ ຕໍ່ອົງ ກອນ ຫລື ພະນັກງານທີ່ເຮັດວຽກ ໃນຂົງເຂດການເງິນ. ຈຸດປະສົງ ທີ່ເຮັດແນວນີ້ຂຶ້ນມາກໍເພື່ອຕີຖອຍບັນດາ ປະກົດການຫຍໍ້ທໍ້ໃນ ການທຳງານຂອງອົງກອນ, ລາມໄປ ຮອດພະ ນັກງານທີ່ສັງກັດຢູ່ໃນ ການຄຸ້ມຄອງຂອງຕົນ. ກ່ອນ ໜ້ານັ້ນ, ທາງກະຊວງການເງິນ ກໍໄດ້ເປີດໃຈທາງສາຍດ່ວນມາ ແລ້ວ, ມາໃນຄັ້ງນີ້ກໍໄດ້ເປີດຕູ້ນີ ລະໄພຂຶ້ນເຊິ່ງເອີ້ນວ່າ: “ຕູ້ຮັບ ຄຳຮ້ອງ, ຄຳສະເໜີ” ຕາມຜູ້ຂຽນ ຄິດ, ການທີ່ສ້າງສິ່ງໃໝ່ໆນີ້ ຂຶ້ນມາແມ່ນເຮົາຂໍຊົມເຊີຍ, ທັງສະ ໜັບສະໜູນ ແລະ ເຫັນວ່າດີທີ່ສຸດ. ຍ້ອນວ່າໃນລະບອບປະຊາທິປະ ໄຕ,ປະຊາຊົນເຮົາທຸກຄົນມີສິດ ອອກປາກສຽງຕຳນິສົ່ງຂ່າວ ຫລື ສ່ອງແສງກັນບົນພື້ນຖານຫລັກ ການ ແລະ ລະບຽບການຂອງ ກົດໝາຍບ້ານເມືອງ, ການເຮັດ ແບບນີ້ຂຶ້ນມາມັນກໍແມ່ນວິທີໜຶ່ງ ເພື່ອເປີດກວ້າງໃຫ້ຄົນໃນສັງຄົມຊ່ວຍກັນເວົ້າວ່າ, ປະກອບຄຳຄິດ ຄຳເຫັນເພື່ອພ້ອມກັນກ້າວເດີນ ໄປໃຫ້ເຖິງຈຸດໝາຍ ຫລື ຫລັກ ໄຊທີ່ໄດ້ກຳນົດເອົາໄວ້. ອີກປະ ການໜຶ່ງຕາມເຮົາຄິດການທີ່ ເຮັດວິທີນີ້ແມ່ນການຕີຈາກວົງ ນອກເຂົ້າໃນ. ສ່ວນວ່າການຕີ ຈາກ ວົງໃນອອກນອກແມ່ນ ພວກເຮົາເຮັດວິທີນີ້ແມ່ນການຕີ ຈາກວົງນອກເຂົ້າໃນ. ສ່ວນວ່າ ການຕີຈາກວົງໃນອອກນອກ ແມ່ນພວກເຮົາເຄີຍເຮັດກັນມາ ເປັນປົກກະຕິ, ເວົ້າໄດ້ວ່າເກືອບ ທົດສະວັດແລ້ວ. ເປັນຕົ້ນວ່າໃນ ການ ດຳເນີນຊີວິດການເມືອງ ພາໃນພັກພວກເຮົາກໍໄດ້ເວົ້າວ່າກັນ, ໃນອົງການຈັດຕັ້ງມະຫາ ຊົນກໍໄດ້ເວົ້າກັນຕາມກົດລະບຽບ ເທົ່າທີ່ມີສ່ວນວ່າ ເບື້ອງລັດພວກ ເຮົາຍິ່ງເອົາໃຈໃສ່ ແລະ ເວົ້າວ່າ ກັນເກືອບປົກກະຕິ ແລະ ຮອບ ດ້ານ. ນອກຈາກການລວມສະ ຫລຸບວາງແຜນໃນວຽກງານ ຕ່າງໆແລ້ວ, ຍັງມີການສັງເກດ ຕີລາຄາຈຸດດີ, ຈຸດອ່ອນ, ມີການ ສ່ອງແສງ ແລະ ຕຳນິສົ່ງຂ່າວ ເຊິ່ງກັນ ແລະ ກັນຢ່າງແຫລກ ແຫລວ ແລະ ລະອຽດລະອໍ, ຈຶ່ງ ສາມາດ ເປັນແຜນອັນລະອຽດ ເພື່ອບໍລິຫານຈັດການໄດ້. ນີ້ຄືສິ່ງ ທີ່ພວກເຮົາໄດ້ເຮັດໃນຫລັກການປະຊາທິປະໄຕຂອງລະບົບການປົກຄອງທີ່ມີປະຊາທິປະໄຕ.
+ ບົດບາດ ແລະ ສິດຜົນປະໂຫຍດຂອງແມ່ຍິງໃນສັງຄົມບາງປະເທດ
ແຕ່ເຖິງປານນັ້ນກໍຕາມ, ບັນ ຫາປະກົດການຫຍໍ້ທໍ້ທີ່ມັນເກີດ ຂຶ້ນໃນຂະແໜງການເງິນໃນ ຫລາຍປີຜ່ານມາມັນກໍຍັງເກີດ ຂຶ້ນຈົນປະເທດຊາດເກືອບຕົກຢູ່ ໃນຂັ້ນ ວິກິດ. ອັນທີພົ້ນເດັ່ນທີ່ ສຸດກໍແມ່ນບັນຫາການເກັບລາຍ ຮັບແຕ່ລະປີມັນບໍໄດ້ຕາມເປົ້າ. ຜົນກະທົບດ້ານເງິນດ້ຳຄ້ຳເດືອນ ຂອງພະນັກງານໃນ ບາງຂະ ແໜງການ ແລະ ຫລາຍທ້ອງຖິ່ນ ໃນເຂດຊົນນະບົດຫ່າງໄກສອກ ຫລີກ. ພວກເຂົາເຫລົ່ານັ້ນຈົນ ເຖິງຂັ້ນໄດ້ອົດກິນ, ອົດຢູ່ດ້ວຍ ຄວາມທຸກຍາກລຳບາກ ແລະ ຖູ ໄຖທຸກຢ່າງເພື່ອຄວາມຢູ່ລອດ. ແຕ່ກົງກັນຂ້າມບັນດາພະນັກ ງານທີ່ຢູ່ໃນຂະແໜງການເງິນ, ໂດຍສະເພາະຜູ້ທີ່ຢູ່ໄກ້ສິດກັບ ເງິນແມ່ນພາກັນຮັ່ງມີຈົນເຫລືອ ຢູ່ເຫລືອກິນ, ເຫລືອໃຊ້ເຫລືອ ຈ່າຍ, ພາກັນມີເງິນມີຄຳ, ມີດິນ ດອນຕອນຫຍ້າ, ມີລົດຫລູຫລາ ປ່ຽນຄັນຂີ່, ມື້ເຊົ້າສີແດງມື້ແລງ ສີຟ້າ ໂດຍບໍ່ຫົວຊາຕໍ່ຫົວອົກຂອງ ພະນັກງານທີ່ເຂົາມີເງິນເດືອນ ໜ້ອຍ ແລະ ຢູ່ຫ່າງໄກສອກ ຫລີກ. ຊ້ຳບໍ່ໜຳເມື່ອເຫັນວ່າ ຄວາມຮັ່ງມີແຕກໂຕນກັນກໍ່ເກີດ ມີ ສັງຄົມແບ່ງແຍກຖານະ, ໜ້າທີ່ ຕຳແໜ່ງ, ແບ່ງແຍກຊົນຊັ້ນໄປ ໃນຕົວ, ເກີດມີຄວາມອວດອົ່ງ ທະນົງຕົວ ແລະ ສ້າງທິດສະດີ ໜຶ່ງຂຶ້ນມາໃໝ່ເພື່ອປົກປ້ອງຕົນ ເອງວ່າ: ພະນັກງານຜູ້ໃດທີ່ບໍ່ມີ ຄວາມສາມາດກຸ້ມຕົນເອງເພິ່ງ ຕົນເອງໃນຍຸກນີ້ແມ່ນພວກທີ່ຕົກ ຢູ່ໃນຈິນຕະນາການເກົ່າວ່າຊັ້ນ! ສ່ວນພວກ ໃດທີ່ມີຖານະຄອບ ຄົວຮັ່ງມີແດ່ກໍຕົກຢູ່ໃນຈິນຕະນາ ການໃໝ່ ເຊິ່ງຮູ້ໄດ້ຮູ້ເສຍ, ມີຫົວ ຄິດປະດິດສ້າງ, ຊ່າງຊອກຊ່າງ ຫາຈົນເຮັດໃຫ້ຕົນເອງບືນຂຶ້ນມີ ຖານະໃນສັງຄົມ, ປ່ຽນທັດສະນະ ຄະຕິ, ລືມເພື່ອນເກົ່າ, ໝູ່ເກົ່າທີ່ ເຄີຍຮ່ວມເປັນຮ່ວມຕາຍ, ຮ່ວມ ສຸກຮ່ວມທຸກ, ຮ່ວມກິນສຸກກິນດິບ ນຳກັນມາ, ມີການ ຈຳແນກແບ່ງ ຊັ້ນ ແລະ ຫ່າງເຫີນກັນຢ່າງຈະ ແຈ້ງ.ນີ້ຄືໝາກຜົນທີ່ສະແດງ ອອກລະຫວ່າງຄວາມແຕກຕ່າງ ຂອງພະນັກງານຜູ້ຢູ່ໃກ່ ແລະ ຢູ່ໄກ ກັບເງິນ.
ແນວໃດກໍຕາມ, ເທົ່າທີ່ ກ້ອງ ສ່ອງ ອິດສະຫລະ ໄດ້ເຫັນ ແລະ ພິສູດເບິ່ງສັດຈະທຳແຫ່ງຄວາມ ເປັນຈິງທຸກສິ່ງຢ່າງທີ່ມັນເກີດ ຂຶ້ນມາທັງອັນດີ ແລະ ອັນຮ້າຍ ນັ້ນ, ແມ່ນຍ້ອນຄົນຜູ້ເຮັດຜູ້ກະທຳ ນັ້ນ ເປັນຫລັກ ແລະ ເປັນຕົ້ນເຫດ ທັງມວນ. ອັນສຳຄັນທີ່ສຸດແມ່ນ ຜູ້ເປັນນາຍ, ຜູ້ເປັນຫົວໜ້າ ຫລື ເປັນແກນນຳໃນບ່ອນນັ້ນຕ້ອງ ເປັນຜູ້ພາເຮັດພາໄປ ແລະ ມີ ຄວາມເດັດຂາດຈິງຈັງ. ຕົວຢ່າງ ວ່າ ເມື່ອມີຄົນຕຳນິສົ່ງຂ່າວຜ່ານ ຕູ້ຄຳຮ້ອງຄຳສະເໜີວ່າ ທ່ານນັ້ນ, ສະຫາຍນີ້, ໜ່ວຍງານນັ້ນ, ໜ່ວຍ ງານນີ້ມີບັນຫາເລື່ອງກິນສິນບົນ, ມີການສໍ້ລາດບັງຫລວງ, ສັງຄົມ ຮູ້ເຫັນ ແລະ ຕຳນິສົ່ງຂ່າວຄາວ ໃຫ້ມີການປັບປຸງ, ປ່ຽນແປງ ຫລື ແກ້ໄຂ, ແຕ່ກໍຍັງເຮັດຫູໜວກກິນ ຟານ ຫລື ຫາວິທີແກ້ສຸດທ້າຍຕູ້ ຮັບຄຳຮ້ອງ ຫລື ຄຳສະເໜີ ກໍຈະ ກາຍເປັນສານຫໍພະພູມຜີຕາແຮກທີ່ໄຮ້ຄວາມສັດທາ.


ໂດຍ: ກ້ອງສ່ອງ ອິດສະຫລະ