ເຈົ້າໜ້າທີ່ຖະແຫລງ ” ບໍ່ແມ່ນຄວາມຈິງ! ” ກໍລະນີທີ່ມີຄລິບສຽງ ມີເດັກນ້ອຍຖືກລັກພາໂຕ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ

ເຈົ້າໜ້າທີ່ຖະແຫລງ " ບໍ່ແມ່ນຄວາມຈິງ! " ກໍລະນີທີ່ມີຄລິບສຽງ ມີເດັກນ້ອຍຖືກລັກພາໂຕ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ - 481249536 1194422449353678 3495313614623548316 n - ເຈົ້າໜ້າທີ່ຖະແຫລງ ” ບໍ່ແມ່ນຄວາມຈິງ! ” ກໍລະນີທີ່ມີຄລິບສຽງ ມີເດັກນ້ອຍຖືກລັກພາໂຕ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ
ເຈົ້າໜ້າທີ່ຖະແຫລງ " ບໍ່ແມ່ນຄວາມຈິງ! " ກໍລະນີທີ່ມີຄລິບສຽງ ມີເດັກນ້ອຍຖືກລັກພາໂຕ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ - kitchen vibe - ເຈົ້າໜ້າທີ່ຖະແຫລງ ” ບໍ່ແມ່ນຄວາມຈິງ! ” ກໍລະນີທີ່ມີຄລິບສຽງ ມີເດັກນ້ອຍຖືກລັກພາໂຕ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ

ຂ່າວໜັງສືພິມຄວາມສະຫງົບລາຍງານວ່າ: ວັນທີ 3 ມີນາ 205 ພັທ ຕຸ້ຍ ແກ້ວສະຫວັດ ຮອງຫົວໜ້າພະແນກຕຳຫຼວດ ຜູ້ຊີ້ນຳວຽກງານສືບສວນ-ສອບສວນ ກອງບັນຊາການ ປກສ ນະຄອນລວງວຽງຈັນ ຖະແຫຼງຕໍ່ສື່ມວນຊົນ ປກສ ວ່າ: ວັນທີ​ 27​ ກຸມພາ​ 2025​ ຫລັງຈາກຮັບລາຍງານວ່າໄດ້ຄລິບສຽງທີ່ມີກຸ່ມຄົນສົ່ງຕໍ່ຜ່ານສື່ອອນລາຍ “ວັອດແອັບ” ອີກທັງມີຄົນຈຳນວນໜຶ່ງໄດ້ຟັງຄລິບສຽງແລ້ວນຳຂໍ້ມູນໄປໂພສ ແລະ ແຊຣ໌ຕໍ່ລົງເຟສບຸກ ວ່າ ເກີດມີເຫດການຄົນຂັບລົດຕູ້ສີຂາວ ລັກພາໂຕເດັກນ້ອຍ ຢູ່ບ້ານດອນດູ່. ເຈົ້າໜ້າທີ່ກໍໄດ້ມີການເກັບກຳຂໍ້ມູນ, ປະຕິບັດຕາມໜ້າທີ່ວິຊາສະເພາະ ຈຶ່ງໄດ້ຮູ້ວ່າ ບໍ່ແມ່ນຄວາມຈິງ ຕາມທີ່ຄລິບສຽງກ່າວ.

ລຸງ ທອງສຸກ ເຈົ້າຂອງຄລິບສຽງດັ່ງກ່າວ ເຊິ່ງເປັນພໍ່ຕູ້ຂອງເດັກນ້ອຍທີ່ຖືກອ້າງວ່າຖືກລັກພາໂຕແຕ່ໜີລອດອອກມາໄດ້ ອອກມາຢືນຢັນດ້ວຍຄວາມຮູ້ສຶກຜິດຕໍ່ສັງຄົມ ວ່າ: ຄລິບສຽງແມ່ນຕົນເອງໄດ້ເວົ້າແທ້ ແຕ່ເປັນພຽງການເຂົ້າໃຈຜິດຂອງຄົນພາຍໃນຄອບຄົວ. ດັ່ງນັ້ນ, ຈຶ່ງຈໍອອກມາຢືນຢັນວ່າ ຫລານຂອງຕົນເອງບໍ່ໄດ້ຖືກລັກພາຕົວ ແລະ ບໍ່ໄດ້ປະສົບກັບເຫດການຖືກລັກພາຕົວ ຄືດັ່ງທີ່ຄລິບສຽງນັ້ນໄດ້ເວົ້າອອກມາ. ພ້ອມທັງຂໍຮຽກຮ້ອງໃຫ້ຢຸດສົ່ງຕໍ່ຄລິບສຽງ, ຢຸດແຊຣໂພສເຟສບຸກທີ່ກ່ຽວກັບຂ່າວວ່າມີເດັກນ້ອຍຖືກລັກພາໂຕ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ຖະແຫລງ " ບໍ່ແມ່ນຄວາມຈິງ! " ກໍລະນີທີ່ມີຄລິບສຽງ ມີເດັກນ້ອຍຖືກລັກພາໂຕ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ - 5 - ເຈົ້າໜ້າທີ່ຖະແຫລງ ” ບໍ່ແມ່ນຄວາມຈິງ! ” ກໍລະນີທີ່ມີຄລິບສຽງ ມີເດັກນ້ອຍຖືກລັກພາໂຕ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!