ອິດສະລາແອນບັອກການສົ່ງການຊ່ວຍເຫລືອເຂົ້າກາຊາ ບີບຮາມັດຕໍ່ເວລາຢຸດຍິງ


ອິດສະລາແອນຕ້ອງການໃຫ້ກຸ່ມຮາມັດຍອມຮັບການຂະຫຍາຍໄລຍະເວລາສະຫງົບເສິກ ຕາມແນວທາງທີ່ສະເໜີໂດຍລັດຖະບານອາເມລິກາ.
ທໍານຽບນາຍົກລັດຖະມົນຕີອິດສະລາແອນອອກຖະແຫລງການວ່າ: ຈາກຂໍ້ຕົກລົງຢຸດຍິງໄລຍະທໍາອິດ 42 ວັນກັບກຸ່ມຮາມັດຢູ່ເຂດກາຊາ ເຊິ່ງມີຜົນນັບແຕ່ວັນທີ 19 ມັງກອນ ສິ້ນສຸດແລ້ວໃນວັນທີ 1 ມີນາຜ່ານມາ, ແຕ່ກຸ່ມຮາມັດຍັງບໍ່ຕອບສະໜອງຂໍ້ສະເໜີຂອງທ່ານ ສຕີບ ວິດຄອບ ຜູ້ແທນພິເສດຂອງອາເມລິກາ ໃນການຂະຫຍາຍໄລຍະເວລາສະຫງົບເສິກ, ນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ຈຶ່ງມີຄໍາສັ່ງໃຫ້ຢຸດການສົ່ງມອບການຊ່ວຍເຫລືອເຂົ້າສູ່ເຂດກາຊາ.
ຖະແຫລງການລະບຸອີກວ່າ: ຕາບໃດທີ່ກຸ່ມຮາມັດຍັງປະຕິເສດຂະຫຍາຍເວລາການຢຸດຍິງ ທ່າທີນັ້ນຍ່ອມຕ້ອງໄດ້ຮັບຜົນກະທົບ ແລະ ຢືນຢັນວ່າ: ຂໍ້ຕົກລົງສະຫງົບເສິກຕ້ອງເກີດຂຶ້ນຄຽງຄູ່ໄປກັບການປ່ອຍຕົວປະກັນທີ່ເຫລືອ.
ສ່ວນກຸ່ມຮາມັດອອກຖະແຫລງການປະນາມອິດສະລາແອນ ແລະ ຮຽກຮ້ອງປະຊາຄົມສາກົນຮ່ວມກັນເພີ່ມແຮງກົດດັນອິດສະລາແອນ ໃຫ້ຢຸດມາດຕະການບັງຄັບໃຫ້ປະຊາຊົນຢູ່ເຂດກາຊາຕ້ອງອຶດຫິວ.
ກ່ອນໜ້ານີ້ບໍ່ດົນ, ລັດຖະບານອິດສະລາແອນປະກາດສະໜັບສະໜູນຂໍ້ສະເໜີຂະຫຍາຍໄລຍະເວລາຢຸດຍິງຢູ່ເຂດກາຊາກັບກຸ່ມຮາມັດ ທີ່ສະເໜີໂດຍທ່ານ ວິກຄອບ ໃຫ້ຍາວນານຄວບຄຸມໝົດເດືອນຣໍມາດອນຂອງຊາວມຸດສະລິມ ແລະ ເທດສະການປັສຄາຂອງຊາວຢິວ ຖ້າທຸກຝ່າຍເຫັນພ້ອມ ຂໍ້ຕົກລົງຈະໄດ້ຮັບການຕໍ່ເວລາຄວບຄຸມຈົນຮອດກາງເດືອນເມສາ ເພື່ອໃຫ້ຄວບຄຸມໄລຍະເວລາຂອງເທດສະການສໍາຄັນທາງສາສະໜາທັງສອງເທດສະການ.
ທັງນີ້, ຂໍ້ຕົກລົງສະຫງົບເສິກໄລຍະທໍາອິດຜ່ານພົ້ນໄປໄດ້ແບບລາບລື່ນ ໂດຍອິດສະລາແອນ ແລະ ກຸ່ມຮາມັດກ່າວຫາກັນຕະຫລອດວ່າອີກຝ່າຍລະເມີດຂໍ້ຕົກລົງຢຸດຍິງ, ແຕ່ໃນໄລຍະເວລາ 6 ອາທິດ ຂອງການພັກຮົບ ກຸ່ມຮາມັດປ່ອຍຕົວປະກັນຊາວອິດສະລາແອນ 33 ຄົນ ແລະ ຊາວໄທ 5 ຄົນ. ຂະນະທີ່ອິດສະລາແອນປ່ອຍຕົວນັກໂທດຊາວປາແລັສຕິນປະມານ 2,000 ຄົນ.