ເລັ່ງລັດພັດທະນາການທ່ອງທ່ຽວໃຫ້ກ້າວສູ່ມາດຕະຖານຍິ່ງຂຶ້ນ

ເລັ່ງລັດພັດທະນາການທ່ອງທ່ຽວໃຫ້ກ້າວສູ່ມາດຕະຖານຍິ່ງຂຶ້ນ - 481255151 9070050463116764 4995153268443627881 n - ເລັ່ງລັດພັດທະນາການທ່ອງທ່ຽວໃຫ້ກ້າວສູ່ມາດຕະຖານຍິ່ງຂຶ້ນ
ເລັ່ງລັດພັດທະນາການທ່ອງທ່ຽວໃຫ້ກ້າວສູ່ມາດຕະຖານຍິ່ງຂຶ້ນ - kitchen vibe - ເລັ່ງລັດພັດທະນາການທ່ອງທ່ຽວໃຫ້ກ້າວສູ່ມາດຕະຖານຍິ່ງຂຶ້ນ

ໂດຍ: ທິດກໍ່າ

ບໍ່ວ່າໃນສະພາບປັດຈຸບັນ ກໍຄືໃນອະນາຄົດ ຂະແໜງການທ່ອງທ່ຽວຈະກາຍເປັນເລົ້າເຂົ້າໃຫຍ່ເພື່ອນໍເອົາຄວາມມັ່ງຄັ່ງຮັ່ງມີມາໃຫ້ປະເທດຊາດ ແລະ ປະຊາຊົນ ໂດຍສະເພາະຜູ້ປະກອບການຈະມີລາຍໄດ້ເປັນກອບເປັນກໍາ ຂໍພຽງແຕ່ວ່າພວກເຮົາໃຫ້ຄວາມສໍາຄັນພາກັນຊຸກຍູ້ສົ່ງເສີມ ແລະ ພ້ອມກັນເລັ່ງລັດພັດທະນາໃຫ້ກ້າວສູ່ຄວາມເປັນມາດຕະຖານໂດຍໄວ. ປະເທດລາວຂອງພວກເຮົາເຖິງວ່າບໍ່ມີທະເລ ແຕ່ກໍຫລາຍປັດໄຈທີ່ດຶງດູດເອົານັກທ່ອງທ່ຽວຈາກຕ່າງປະເທດເຂົ້າມາສໍາຜັດ, ສຶກສາຫາຄວາມຮູ້ ແລະ ທ່ຽວຊົມພາບບັນຍາກາດຢ່າງເພິ່ງພໍໃຈ ແລະ ອີ່ມເອີບ.

ເລັ່ງລັດພັດທະນາການທ່ອງທ່ຽວໃຫ້ກ້າວສູ່ມາດຕະຖານຍິ່ງຂຶ້ນ - Visit Laos Visit SALANA BOUTIQUE HOTEL - ເລັ່ງລັດພັດທະນາການທ່ອງທ່ຽວໃຫ້ກ້າວສູ່ມາດຕະຖານຍິ່ງຂຶ້ນ

ຫາກຕັ້ງໂຈດກັນວ່າ, ບັນດາປັດໄຈທີ່ຈະດຶງດູດເອົານັກທ່ອງທ່ຽວຈາກຕ່າງແດນເຂົ້າມາທ່ຽວລາວນັບມື້ນັບຫລາຍນັ້ນມີຫຍັງແດ່ ? ຄໍາຕອບໂຈດນັ້ນກໍຄື ອັນທີໜຶ່ງ ແມ່ນໃນເລື່ອງທໍາມະຊາດ ເປັນຕົ້ນມີພູຜາປ່າໄມ້, ຖໍ້າຮູພູເຂົາ, ແມ່ນໍ້າລໍາເຊ, ອາກາດສົດຊື່ນ ພາບວິວທິວທັດທໍາມະຊາດອັນສວຍສົດງົດງາມແຕ່ເໜືອຕະຫລອດໃຕ້. ອັນສອງມາແມ່ນໃນເລື່ອງວັດທະນະທໍາອັນດີງາມ ເປັນຕົ້ນດ້ານສະຖາປັດຕະຍະກໍາ, ຮີດຄອງປະເພນີທີ່ເປັນເອກະລັກຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າ. ສ່ວນປັດໄຈທີ່ພິເສດອີກອັນໜຶ່ງກໍແມ່ນໃນເລື່ອງຄ່າໃຊ້ຈ່າຍຖືກທີ່ສຸດໃນໂລກ. ຈາກເວັບໄຊທີ່ມີຊື່ວ່າ: Hello Safe ໄດ້ເປີດເຜີຍວ່າ: ປະເທດລາວເປັນປະເທດທີ່ມີການທ່ອງທ່ຽວລາຄາຖືກທີ່ສຸດໃນຈໍານວນ 136 ປະເທດຂອງໂລກໃນປີ 2025. ເວັບໄຊດັ່ງກ່າວຍັງບອກວ່າ: ຄ່າໃຊ້ຈ່າຍຕໍ່ມື້ພຽງ 214,500 ກີບ. ສະເພາະຄ່າພັກເຊົາພຽງ 128,700-277,400 ກີບຕໍ່ຄືນ. ຂໍ້ມູນທັງໝົດນີ້ແມ່ນອີງຕາມຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວ ລວມທັງຄ່າອາຫານ, ຄ່າທີ່ພັກ ແລະ ຄ່າເດີນທາງໄປມາໃນໄລຍະ 8 ເດືອນຂອງປີ 2024 ເຊິ່ງເປັນປີທ່ອງທ່ຽວລາວໄດ້ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວເຖິງ 2 ລ້ານ 6 ແສນເທື່ອຄົນ.

ແຕ່ຢ່າງໃດກໍດີ, ເພື່ອເຮັດໃຫ້ການທ່ອງທ່ຽວໃນປະເທດເຮົານັບມື້ມີການພັດທະນາຂະຫຍາຍຕົວດີຂຶ້ນຢ່າງໄດ້ມາດຕະຖານໃນພາກພື້ນ ແລະ ສາກົນ, ໃນບົດລາຍງານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ສະຫລຸບວຽກງານຈັດຕັ້ງປະຕິບັດກິດຈະກໍາປີທ່ອງທ່ຽວລາວ 2024 ຜ່ານມາວ່າ: ຕ້ອງໄດ້ແກ້ໄຂພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກຕ່າງໆເຊັ່ນ: ຖະໜົນຫົນທາງ, ການເຊື່ອມຕໍ່ທາງການບິນຕໍ່ກັບຕະຫລາດເປົ້າໝາຍ, ສະຖານທີ່ທ່ອງທ່ຽວຫລາຍແຫ່ງບໍ່ທັນໄດ້ຮັບການພັດທະນາເທົ່າທີ່ຄວນ, ການໂຄສະນາຍັງບໍ່ກວ້າງຂວາງ ອັນເປັນສາເຫດໃຫ້ນັກທ່ອງທ່ຽວບໍ່ສາມາດເຂົ້າເຖິງກຸ່ມເປົ້າໝາຍ, ພາຫະນະຂົນສົ່ງຈໍານວນໜຶ່ງບໍ່ໄດ້ມາດຕະຖານ, ພະນັກງານຂັບລົດຈໍານວນໜຶ່ງກໍຂາດຈັນຍາບັນ, ການຈັດກິດຈະກໍາການທ່ອງທ່ຽວຫລາຍແຂວງປະລະສິ່ງເສດເຫລືອ ຖິ້ມຂີ້ເຫຍື້ອຊະຊາຍ, ການສົມທົບລະຫວ່າງພາກລັດ ແລະ ພາກທຸລະກິດຍັງບໍ່ທັນຄ່ອງຕົວ, ຄ່າບໍລິການຂົນສົ່ງ, ຄ່າອາຫານບາງບ່ອນຍັງສູງຢູ່, ພະນັກງານນໍາທ່ຽວສວຍໂອກາດນໍາພາທ່ຽວເອງ, ການສະໜອງງົບປະມານໃຫ້ແຕ່ລະແຂວງ ເພື່ອສົ່ງເສີມການທ່ອງທ່ຽວຍັງຊັກຊ້າ, ການບໍລິການບໍ່ໄປຕາມແຜນທີ່ກໍານົດ, ການນໍາໃຊ້ງົບປະມານສະໜອງໃຫ້ແຂວງຈໍານວນໜຶ່ງບໍ່ສາມາດຈັດກິດຈະກໍາຕາມແຜນໄດ້ ຍ້ອນຄວາມເຂົ້າໃຈໃນການນໍາໃຊ້ບໍ່ໄປຕາມລະບົບ ແລະ ຂັ້ນຕອນ. ນີ້ຄືບັນຫາຄົງຄ້າງທີ່ຕ້ອງໄດ້ແກ້ໄຂໃນປີ 2025 ກໍຄືໃນປີຕໍ່ໆໄປ ໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງປະເທດເຮົາ.

ເລັ່ງລັດພັດທະນາການທ່ອງທ່ຽວໃຫ້ກ້າວສູ່ມາດຕະຖານຍິ່ງຂຶ້ນ - 3 - ເລັ່ງລັດພັດທະນາການທ່ອງທ່ຽວໃຫ້ກ້າວສູ່ມາດຕະຖານຍິ່ງຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!