ອົດສະຕຣາລີ ສັນຍາຄວາມຮ່ວມມື ແລະ ສະໜັບສະໜູນໂຄງການ ເພື່ອຢຸດຕິພະຍາດ ເອດ ແລະ ວັນນະໂລກ ຢູ່ແຂວງຈໍາປາສັກ

ອົດສະຕຣາລີ ສັນຍາຄວາມຮ່ວມມື ແລະ ສະໜັບສະໜູນໂຄງການ ເພື່ອຢຸດຕິພະຍາດ ເອດ ແລະ ວັນນະໂລກ ຢູ່ແຂວງຈໍາປາສັກ - 481119559 1205636521572162 8096157738074655968 n 1 - ອົດສະຕຣາລີ ສັນຍາຄວາມຮ່ວມມື ແລະ ສະໜັບສະໜູນໂຄງການ ເພື່ອຢຸດຕິພະຍາດ ເອດ ແລະ ວັນນະໂລກ ຢູ່ແຂວງຈໍາປາສັກ
ອົດສະຕຣາລີ ສັນຍາຄວາມຮ່ວມມື ແລະ ສະໜັບສະໜູນໂຄງການ ເພື່ອຢຸດຕິພະຍາດ ເອດ ແລະ ວັນນະໂລກ ຢູ່ແຂວງຈໍາປາສັກ - kitchen vibe - ອົດສະຕຣາລີ ສັນຍາຄວາມຮ່ວມມື ແລະ ສະໜັບສະໜູນໂຄງການ ເພື່ອຢຸດຕິພະຍາດ ເອດ ແລະ ວັນນະໂລກ ຢູ່ແຂວງຈໍາປາສັກ

ວັນທີ 28 ກຸມພາ 2025 ທີ່ພະແນກສາທາລະນະສຸກ ແຂວງຈໍາປາສັກ ເຊັນບົດບັນທຶກຄວາມເຂົ້າໃຈ ສໍາລັບໂຄງການ “ການຮ່ວມມື ເພື່ອຢຸດຕິພະຍາດເອດ ແລະ ວັນນະໂລກ ຢູ່ແຂວງຈໍາປາສັກ” ລະຫວ່າງ ພະແນກສາທາລະນະສຸກແຂວງຈໍາປາສັກ ແລະ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ໂດຍການເປັນປະທານຂອງທ່ານ ບົວທອງ ສຸວັນນະສານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ, ທ່ານ ນາງ ເມແກນ ຈອນສ (Megan Jones) ເອກອັກຄະລະສະທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງໂຄງການແມ່ນເພື່ອປະກອບສ່ວນສົ່ງເສີມດ້ານສຸຂະພາບທີ່ດີໃຫ້ແກ່ປະຊາຊົນທີ່ມີຂໍ້ຈຳກັດທາງດ້ານເສດຖະກິດ – ສັງຄົມ ເຊັ່ນ: ສະໜັບສະໜູນໃຫ້ແກ່ກຸ່ມເປົ້າໝາຍຜູ້ດ້ອຍໂອກາດທີ່ມີຄວາມສ່ຽງ ຢູ່ເຂດຫ່າງໄກສອກຫຼີກ ທີ່ໄດ້ຮັບຜົນກະທົບຈາກພະຍາດເອດ ແລະ ພະຍາດວັນນະໂລກຂອງ 8 ເມືອງ, ມີ 546 ບ້ານເປົ້າ ໝາຍ ທີ່ຂື້ນກັບແຂວງຈຳປາສັກ.

ເພື່ອແນ່ໃສ່ເຮັດໃຫ້ອັດຕາການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບພະຍາດເອດ ແລະ ພະຍາດວັນນະໂລກແກ່ກູ່ມເປົ້າຫຼາຍຂຶ້ນ, ເພີ່ມອັດຕາການຊອກຄົ້ນຂອງສອງພະຍາດນີ້ໃຫ້ຫຼາຍທີ່ສຸດ ແລະ ເມື່ອເປັນພະຍາດແລ້ວ ກໍຕ້ອງໄດ້ຮັບການປີ່ນປົວຢ່າງທັນການ. ໄລຍະໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການນັບແຕ່ມື້ເຊັນບົດບັນທຶກຈົນຮອດເດືອນເມສາ ປີ 2027.

ອົດສະຕຣາລີ ສັນຍາຄວາມຮ່ວມມື ແລະ ສະໜັບສະໜູນໂຄງການ ເພື່ອຢຸດຕິພະຍາດ ເອດ ແລະ ວັນນະໂລກ ຢູ່ແຂວງຈໍາປາສັກ - 3 - ອົດສະຕຣາລີ ສັນຍາຄວາມຮ່ວມມື ແລະ ສະໜັບສະໜູນໂຄງການ ເພື່ອຢຸດຕິພະຍາດ ເອດ ແລະ ວັນນະໂລກ ຢູ່ແຂວງຈໍາປາສັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!