ຫາລືກ່ຽວກັບການກະກຽມການປະກາດ ນະຄອນ ຫຼວງພະບາງ ເປັນນະຄອນພົ້ນທຸກ

ຫາລືກ່ຽວກັບການກະກຽມການປະກາດ ນະຄອນ ຫຼວງພະບາງ ເປັນນະຄອນພົ້ນທຸກ - 481824722 1205705958231885 4306027228769779991 n - ຫາລືກ່ຽວກັບການກະກຽມການປະກາດ ນະຄອນ ຫຼວງພະບາງ ເປັນນະຄອນພົ້ນທຸກ
ຫາລືກ່ຽວກັບການກະກຽມການປະກາດ ນະຄອນ ຫຼວງພະບາງ ເປັນນະຄອນພົ້ນທຸກ - kitchen vibe - ຫາລືກ່ຽວກັບການກະກຽມການປະກາດ ນະຄອນ ຫຼວງພະບາງ ເປັນນະຄອນພົ້ນທຸກ

ວັນທີ 25 ກຸມພາ 2025 ຜ່ານມານີ້ ທີ່ສະໂມສອນຫ້ອງວ່າການນະຄອນຫຼວງພະບາງ ໄດ້ມີການຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມການປະກາດ ນະຄອນ ຫຼວງພະບາງເປັນນະຄອນພົ້ນທຸກ.

ໃນກອງປະຊຸມ ໄດ້ປຶກສາຫາລືປະກອບຄຳຄິດເຫັນຕ່າງໆຢ່າງກົງໄປກົງມາໃນແຕ່ ລະດ້ານ ເພື່ອກຽມຄວາມພ້ອມການປະກາດນະຄອນຫຼວງພະບາງເປັນນະຄອນພົ້ນທຸກ, ນະຄອນຫຼວງພະບາງເປັນນະຄອນເຂັ້ມແຂງຮອບດ້ານ ໂດຍໄດ້ຄົ້ນຄ້ວາ ແລະ ມີຄວາມເປັນເອກະພາບໃນກອງປະຊຸມ ທີ່ຈະໄດ້ປະກາດນະຄອນຫຼວງພະບາງເປັນນະຄອນພົ້ນທຸກຢູ່ທີ່ສະໂມສອນ ໂຮງຮຽນ ສຸພານຸວົງ, ມີການຈັດງານວາງສະ ແດງສິນຄ້າ, ຊົມຄວາມງາມທິວທັດໃນສະຖານທີ່ຈັດງານ, ຮັບຊົມການສະແດງສິລະປະວັນນະຄອນດີພາຍໃນທ້ອງຖິ່ນ ແລະກິດຈະກຳອື່ນໆອີກດ້ວຍ.

ການປະກາດນະຄອນຫຼວງພະບາງ ເປັນນະຄອນພົ້ນທຸກ ແມ່ນໄດ້ຈັດຕັ້ງປະຕິ ບັດຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ສະໄໝທີ 7 ຢ່າງເປັນຂະບວນຟົດຟື້ນ ເພື່ອຮັບປະກັນໃຫ້ທຸກວຽກງານບັນລະຜົນສຳເລັດຕາມຄາດໝາຍວາງໄວ້ ເຊີ່ງນະຄອນຫຼວງພະບາງ ໄດ້ມີການປັບປຸງອົງການປົກຄອງບ້ານພາຍໃນ 115 ບ້ານ ໃນທົ່ວນະຄອນສຳເລັດ 100 % , ລົງປັບປຸງປົວແປງພັກ, ໜ່ວຍພັກຮາກຖານບ້ານ, ໜ່ວຍພັກສຳນັກງານ, ກົມກອງ, ໂຮງຮຽນ ແລະ ໂຮງໝໍເຫັນວ່າສຳເລັດ ຮ້ອຍສວນຮ້ອຍ.

ທີ່ມາ: Lao National Radio

ຫາລືກ່ຽວກັບການກະກຽມການປະກາດ ນະຄອນ ຫຼວງພະບາງ ເປັນນະຄອນພົ້ນທຸກ - 3 - ຫາລືກ່ຽວກັບການກະກຽມການປະກາດ ນະຄອນ ຫຼວງພະບາງ ເປັນນະຄອນພົ້ນທຸກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!