ແຂວງສາລະວັນ ປະຕິບັດການ​ລົງທຶນໄດ້​​ 73% ຂອງ​ແຜນການ​

- 24296673 1041799799296458 9123635168682474617 n 1 - ແຂວງສາລະວັນ ປະຕິບັດການ​ລົງທຶນໄດ້​​ 73% ຂອງ​ແຜນການ​
- kitchen vibe - ແຂວງສາລະວັນ ປະຕິບັດການ​ລົງທຶນໄດ້​​ 73% ຂອງ​ແຜນການ​

​ເມື່ອ​ບໍ່​ດົນ​ມາ​ນີ້, ພະແນກແຜນການ-ການລົງທຶນແຂວງສາລະວັນ ​ແລະ ​ແຂວງ​ຊຽງ​ຂວາງ ​ໄດ້ຈັດ​ກອງ​ປະຊຸມ​ພົບ​ປະ​ແລກປ່ຽນ​ບົດຮຽນ​, ພາຍ​ໃຕ້ຫົວຂໍ້: ນະໂຍບາຍ ດຶງດູດການລົງທຶນພາກເອກະຊົນພາຍ ແລະ ຕ່າງປະເທດ, ພ້ອມທັງຖອດຖອນບົດ ຮຽນການພັດທະນາຈຸດສຸມຂອງແຂວງ, ລັດຖະບານ ແລະ ວຽກ ງານ 3 ສ້າງ, ​ໂດຍການ​ເປັນປະທານ​ຂອງທ່ານ ​ໄຊຍະເດດ ວົງສາລະວັນ ຫົວໜ້າພະແນກແຜນການ ​ແລະ ການລົງທຶນ ແຂວງສາລະວັນ, ທ່ານ ໄມດີ ຄຳພຸກດວງແກ້ວ ຫົວໜ້າພະແນກແຜນການ ​ແລະ ການລົງທຶນແຂວງຊຽງຂວາງ​, ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​​ເຂົ້າ​ຮ່ວມ.

- 24294447 1041799852629786 1178412744247165621 n 1 - ແຂວງສາລະວັນ ປະຕິບັດການ​ລົງທຶນໄດ້​​ 73% ຂອງ​ແຜນການ​

ທ່ານ ຄຳກິງ ແກ້ວສຸພັນ ຮອງຫົວໜ້າພະແນກແຜນການ ​ແລະ ການລົງທຶນ ແຂວງສາລະວັນ ​ໃຫ້​ຮູ້​ວ່າ: ສະພາບການລົງທຶນພາກເອກະຊົນພາຍ​ໃນ ແລະ ຕ່າງປະ ເທດ ໃນປີ 2017 ແຂວງສາລະວັນ ໄດ້ອະນຸມັດການລົງທຶນມີ 660.342 ຕື້ກີບ, ເທົ່າ ກັບ 73% ຂອງແຜນການປີ, ທຶນພາຍໃນມີ 8 ໂຄງການ ມູນຄ່າ 246.412 ຕື້ກີບ, ເທົ່າກັບ 30.801 ລ້ານກວ່າໂດລາສະຫະລັດ, ໃນນັ້ນ ຂົງເຂດກະສີກໍາ ມີ 3 ໂຄງການ ມູນຄ່າ 41 ຕື້ກວ່າກີບ, ເທົ່າກັບ 5 ລ້ານກວ່າໂດລາສະຫະລັດ, ຂົງເຂດພະລັງງານໄຟຟ້າ ມີ 4 ໂຄງການ, ມີມູນຄ່າ 186.677 ຕື້ກວ່າກີບ ຫຼືເທົ່າກັບ 23.334 ລ້ານໂດລາສະຫະ ລັດ, ການລົງທຶນຕ່າງປະເທດ ແລະ ຮຸ້ນສ່ວນມີ 2 ໂຄງການ , ມີມູນຄ່າ 18.599 ຕື້ກີບ, ເທົ່າກັບ 2.324 ລ້ານໂດລາສະຫະລັດຄື: ໂຮງງານຜະລິດດິນຈີ່ທັນສະ​ໄໝ ຂອງບໍລິສັດ ເຫິງຕາ ຈຳກັດ ມູນຄ່າ 3.500 ຕື້ກີບ ແລະ ໂຮງງານປຸງແຕ່ງກາເຟ ເພື່ອສົ່ງອອກ ຕ່າງປະເທດຂອງບໍລິສັດ ກາດເກ້ລາວ-ສາລະວັນຈຳກັດຜູ້ດຽວ ມູນຄ່າການລົງທຶນ 15.099 ຕື້ກີບ, ສຳລັບການອອກທະບຽນໄດ້ ທັງໝົດ 91 ຫົວໜ່ວຍ, ມີມູນຄ່າທຶນຈົດທະບຽນທັງໝົດ 413 ຕື້ກວ່າ ກີບ, ໃນນັ້ນ ເກີດຂື້ນໃໝ່ 51 ຫົວໜ່ວຍ, ດັດແກ້ 40 ຫົວໜ່ວຍຄື: ວິສາຫະກິດບຸກຄົນ 41 ຫົວໜ່ວຍ, ບໍລິສັດຈຳ ກັດຜູ້ດຽວ 36 ຫົວໜ່ວຍ, ບໍລິສັດຈຳກັດ 13 ຫົວໜ່ວຍ ​ແລະ ບໍລິສັດມະຫາຊົນມີ 1 ຫົວໜ່ວຍ, ວຽກງານການນຳເຂົ້າປະຕິບັດໄດ້ 212 ຕື້ກວ່າກີບ, ເພີ້ມຂື້ນ 26,34%, ທຽບໃສ່ປີຜ່ານມາລື່ນແຜນ 22,86%, ດ້ານການສົ່ງອອກປະຕິບັດ ໄດ້ 298 ຕື້ກວ່າກີບ ເພີ້ມຂື້ນ 6,68% ທຽບໃສ່ປີຜ່ານມາສ່ວນໃຫຍ່ແມ່ນກາເຟ, ມັນຕົ້ນ, ສາລີ ແລະອື່ນໆ.

- Visit Laos Visit SALANA BOUTIQUE HOTEL - ແຂວງສາລະວັນ ປະຕິບັດການ​ລົງທຶນໄດ້​​ 73% ຂອງ​ແຜນການ​
- 5 - ແຂວງສາລະວັນ ປະຕິບັດການ​ລົງທຶນໄດ້​​ 73% ຂອງ​ແຜນການ​
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!