ອົງການປົກຄອງນະຄອນຫຼວງວຽງຈັນ-ມົດສະກູ ສັນຍາຮ່ວມມື

ອົງການປົກຄອງນະຄອນຫຼວງວຽງຈັນ-ມົດສະກູ ສັນຍາຮ່ວມມື - 480533357 122141967272388511 3054201056176248273 n - ອົງການປົກຄອງນະຄອນຫຼວງວຽງຈັນ-ມົດສະກູ ສັນຍາຮ່ວມມື
ອົງການປົກຄອງນະຄອນຫຼວງວຽງຈັນ-ມົດສະກູ ສັນຍາຮ່ວມມື - kitchen vibe - ອົງການປົກຄອງນະຄອນຫຼວງວຽງຈັນ-ມົດສະກູ ສັນຍາຮ່ວມມື

ຂ່າວໜັງສືພິມວຽງຈັນໃໝ່ ລາຍງານວ່າ: ວັນທີ 27 ກຸມພາ 2025 ນີ້ ທີ່ນະຄອນຫຼວງມົດສະກູ ປະເທດ ສ.ຣັດເຊຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ Sergey Cheremin ລັດຖະ ມົນຕີປະຈຳອົງການປົກຄອງນະຄອນຫຼວງມົດສະກູ ຜູ້ຊີ້ນຳວຽກພົວພັນສາກົນ ແລະ ເສດຖະກິດກັບພາຍນອກ ໄດ້ລົງພິທີລົງນາມແຜນງານການຮ່ວມມືລະຫວ່າງ ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ແລະ ອົງການປົກຄອງນະຄອນຫຼວງມົດສະກູ ໂດຍມີມີ ທ່ານ ສີພັນດອນ ອ້ວຍບົວບຸດດີ ເອກອັກຄະລັດຖະທູດລາວປະຈຳຣັດເຊຍ ທ່ານ Alexey Shaposhnikov ປະທານສະພາດູມານະຄອນຫຼວງມົດສະກູ ແລະ ການນໍາຂັ້ນສູງສອງນະຄອນຫຼວງເຂົ້າຮ່ວມ.

ການຮ່ວມມືດັ່ງກ່າວ ເພື່ອພັດທະນາການພົວພັນສອງຝ່າຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນລະ ຫວ່າງຣັດເຊຍ ແລະ ລາວ ໂດຍຖືເອົາຄວາມສົນໃຈຮ່ວມກັນໃນການລົງເລິກ ແລະ ຂະຫຍາຍການພົວພັນຮ່ວມມືທີ່ໄດ້ມີການລົງນາມໃນແຜນງານການຮ່ວມມືຂອງສອງນະຄອນຫຼວງປີ 2025-2028 ຈຸດປະສົງຂອງແຜນງານນີ້ເພື່ອຜັນຂະຫຍາຍ ແລະ ເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດມໍລະດົກທາງວັດທະນະທຳ, ການວາງແຜນຕົວເມືອງ ການປົກປັກຮັກສາສິ່ງແວດລ້ອມ ການທ່ອງ ທ່ຽວ ແລະ ກິລາ ການພັດທະນາອຸດສາຫະກຳ ແລະ ນະວັດຕະກຳ ການຄ້າ ເສດຖະກິດ ແລະ ການລົງທຶນ ລວມທັງການຈັດງານວາງ ສະແດງ ແລະ ກອງປະຊຸມໃຫ້ສອດ ຄ່ອງຕາມກົດໝາຍຂອງສອງຝ່າຍ ແລະ ສົນທິສັນຍາທີ່ສອງຝ່າຍເປັນພາຄີ ສອງຝ່າຍຈະຕັ້ງໜ້າປະຕິບັດການປະສານງານກິດຈະກຳການເຄື່ອນຂອງຕົນພາຍໃຕ້ແຜນງານການຮ່ວມມືນີ້ໃຫ້ຖືກຕ້ອງສອດຄ່ອງຕາມຂອບເຂດຂອງແຜນງານ ເພື່ອຮັບປະກັນການປະຕິບັດຖືກຕາມກົດໝາຍແລະມີປະສິດທິຜົນ ສອງຝ່າຍຈະຮ່ວມມືກັນໃນຂົງເຂດຄວາມສາມາດຂອງຕົນ ເປັນຕົ້ນດ້ານວັດທະນະທໍາ ແລະ ມໍລະດົກທາງວັດທະນະທໍາ ດ້ານການຊ່ວຍເຫຼືອພັດທະນາຕົວເມືອງ ດ້ານການປົກປັກຮັກສາສິ່ງ ແວດລ້ອມຕົວເມືອງ ດ້ານການທ່ອງທ່ຽວ ດ້ານການພັດທະນາອຸດສາຫະກໍາ ແລະ ນະວັດຕະກໍາ ດ້ານການພັດທະນາການພົວພັນການຄ້າ ແລະ ທຸລະກິດ ແລະ ດ້ານການພັດທະນາການຂົນສົ່ງສາທາລະນະ ແລະ ໂຄງສ້າງພື້ນຖານການຂົນສົ່ງທາງບົກ.

ອົງການປົກຄອງນະຄອນຫຼວງວຽງຈັນ-ມົດສະກູ ສັນຍາຮ່ວມມື - Visit Laos Visit SALANA BOUTIQUE HOTEL - ອົງການປົກຄອງນະຄອນຫຼວງວຽງຈັນ-ມົດສະກູ ສັນຍາຮ່ວມມື
ອົງການປົກຄອງນະຄອນຫຼວງວຽງຈັນ-ມົດສະກູ ສັນຍາຮ່ວມມື - 4 - ອົງການປົກຄອງນະຄອນຫຼວງວຽງຈັນ-ມົດສະກູ ສັນຍາຮ່ວມມື
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!