LXML ສືບຕໍ່ຮ່ວມມືກັບກະຊວງປ້ອງກັນປະເທດ ເພື່ອຍົກລະດັບວຽກງານການເກັບກູ້ລະເບີດບໍ່ທັນແຕກຕົກຄ້າງຢູ່ ຢູ່ພາກສະໜາມ ບໍ່ຄໍາ-ທອງ ເຊໂປນ


ວັນທີ 27 ກຸມພາ 2025 ນີ້ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (LXML) ສືບຕໍ່ຮ່ວມມືລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ກັບກະຊວງປ້ອງກັນປະເທດ ເປັນໄລຍະເວລາອີກ 2 ປີ ໃນການຮ່ວມມືວຽກງານເກັບກູ້ ແລະ ທໍາລາຍລະເບີດທີ່ບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ຂົງເຂດໂຄງການ ບໍ່ຄຳ-ທອງ ເຊໂປນ.
ການຮ່ວມມືທີ່ຍາວນານນີ້ ມີຈຸດປະສົງເພື່ອຮັບປະກັນຄວາມປອດໄພຂອງພະນັກງານ, ຜູ້ຮັບເໝົາ ແລະ ຊຸມຊົນທ້ອງຖິ່ນ ແລະ ຍົກລະດັບຄວາມອາດສາມາດດ້ານວິຊາການກວດກູ້ ທໍາລາຍລະເບີດບໍ່ທັນແຕກ ຂອງກະຊວງປ້ອງກັນປະເທດ ເພື່ອຜົນປະໂຫຍດຂອງລູກຫຼານຄົນຮຸ່ນໃໝ່ໃນອະນາຄົດຂອງ ສປປ ລາວ. ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ທ່ານ ສະໝານ ອະເນກາ, ຜູ້ອໍານວຍການໃຫຍ່ LXML.
ໃຫ້ກຽດລົງນາມໃນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ໂດຍ ທ່ານ ພັນເອກ ບຸນສົດ ອິນສີນາ, ຮອງຫົວໜ້າກົມຊ່າງແສງ, ພ້ອມດ້ວຍທ່ານ ບິວ ຊຸຍ, ຜູ້ຈັດການພະແນກສັນຍາ ແລະ ຈັດຊື້ LXML. ໂດຍການເປັນສັກຂີພິຍານຂອງ ທ່ານ ພັນເອກ ປາດຖະໜາ ບຸດຕິຈັກ, ຮອງຫົວຫນ້າຫ້ອງການກົມໃຫຍ່ເສນາທິການ ແລະ ທ່ານ ໄມເຄີນ ສະຕັອດ, ຜູ້ຈັດການພະແນກບໍລິການເຕັກນິກບໍ່ແຮ່ LXML.
ວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ເປັນວຽກງານໜຶ່ງທີ່ມີຄວາມສຳຄັນໃນວົງຈອນການຂຸດຄົ້ນ-ປຸງແຕ່ງ-ຜະລິດແຮ່ທາດ ຂອງບໍ່ຄຳ-ທອງ ເຊໂປນ. ບໍ່ຄຳ-ທອງ ເຊໂປນ ຕັ້ງຢູ່ບ່ອນທີ່ຖືກຖິ້ມລະເບີດລົງໃສ່ຫຼາຍທີ່ສຸດໃນປະເທດ ອັນເນື່ອງມາຈາກສົງຄາມອີນດູຈີນ ເຊິ່ງໄດ້ສ້າງຄວາມເປັນອັນຕະລາຍອັນໃຫຍ່ຫຼວງໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ. ນັບຕັ້ງແຕ່ເລີ່ມດໍາເນີນງານ, LXML ໄດ້ຮ່ວມມືຢ່າງໃກ້ຊິດກັບກະຊວງປ້ອງກັນປະເທດ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (NRA) ແລະ UXO Lao ເພື່ອຍົກລະດັບມາດຕະຖານຄວາມປອດໄພ ແລະ ວິທີການເກັບກູ້ໃນໄລຍະສອງທົດສະວັດທີ່ຜ່ານມາ.


ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ LXML ກ່າວວ່າ: “ພວກເຮົາອຸທິດຕົນໃຫ້ແກ່ການກໍາຈັດອຸປະສັກອັນຕະລາຍທີ່ຂັດຂວາງການພັດທະນາໃນປະເທດລາວ, ພວກເຮົາໄດ້ພະຍາຍາມຢ່າງຕໍ່ເນື່ອງ ເພື່ອຍົກລະດັບຄວາມປອດໄພຂອງພະນັກງານ ແລະ ຊຸມຊົນ ໂດຍສຸມໃສ່ການລົງທຶນໃນອຸປະກອນທີ່ທັນສະໄໝ, ການພັດທະນາເຕັກນິກການເກັບກູ້ລະເບີດ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບລະເບີດບໍ່ທັນແຕກໃຫ້ແກ່ ຄູ່ຮ່ວມງານ ແລະ ຊຸມຊົນທ້ອງຖິ່ນ. ພວກເຮົາຮູ້ສຶກຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ ແລະ ການຮ່ວມມືຢ່າງຕໍ່ເນື່ອງຂອງກະຊວງປ້ອງກັນປະເທດລາວ, NRA, ແລະ UXO Lao ໃນການດໍາເນີນວຽກງານທີ່ສໍາຄັນ ແລະ ອັນຕະລາຍນີ້ ໂດຍຕະຫຼອດມາ.”
ບໍ່ຄຳ-ທອງ ເຊໂປນ ຕັ້ງຢູ່ເຂດຫ່າງໄກສອກຫຼີກ ເປັນເມືອງໜຶ່ງທີ່ຖືກຖິ້ມລະເບີດລົງຫຼາຍທີ່ສຸດ ໃນ ສປປ ລາວ ເຊິ່ງໄດ້ນຳຄວາມທ້າທາຍທີ່ພິເສດສະເພາະ ໃຫ້ແກ່ວຽກງານຂຸດຄົ້ນບໍ່ແຮ່ ແລະ ການຜະລິດກະສິກຳ. ມີລະເບີດ 260 ລ້ານລູກ ທີ່ຖືກຖິ້ມລົງໃສ່ ສປປ ລາວ ໃນລະຫວ່າງປີ 1964 ເຖິງ 1973. ໃນນັ້ນ 80 ລ້ານ ລູກຍັງບໍ່ທັນແຕກ ອັນໄດ້ປະຖິ້ມຮ່ອງຮອຍແຫ່ງຄວາມສູນເສຍອັນຍິ່ງໃຫຍ່ ທີ່ສືບຕໍ່ທຳລາຍຊີວິດ ແລະ ເປັນຕົວທ່ວງດຶງໃນການພັດທະນາຂອງ ສປປ ລາວ.
ນັບຕັ້ງແຕ່ເລີ່ມດຳເນີນງານເປັນຕົ້ນມາ, LXML ໄດ້ລົງທຶນຫຼາຍກວ່າ US$56 ລ້ານ ເຂົ້າໃນວຽກງານເກັບກູ້ ລະເບີດບໍ່ທັນແຕກ (UXO) ແລະ ໄດ້ເກັບກູ້ລະເບີດ ບໍ່ທັນແຕກຫຼາຍກວ່າ 60,000 ລູກ ພາຍໃນເນື້ອທີ່ 6.400 ເຮັກຕາ ທັງພາຍໃນ ແລະ ບໍລິເວນ ອ້ອມຂ້າງ ບໍ່ຄຳ-ທອງ ເຊໂປນ.