ຄາດຄະເນວ່າ ປີ 2025 ພົນລະເມືອງລາວ ຈະມີປະມານ 7.8 ລ້ານຄົນ, ປີ 2035 ຈະມີປະມານ 8.9 ລ້ານຄົນ ແລະ ປີ 2045 ມີ 9.9 ລ້ານຄົນ


ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກບັດຖະມົນຕີ ລາຍງານໃນ ພິທີໂຮມຊຸມນຸມ ປະກາດບັ້ນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ຈັດຂຶ້ນ ໃນວັນທີ 28 ກຸມພາ 2025 ນີ້ວ່າ: ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນການສໍາຫລວດໜຶ່ງທີ່ມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດສໍາລັບບັນດາປະເທດ ທີ່ຢູ່ໃນພາກພື້ນ ແລະ ສາກົນໃນທຸກໆ 10 ປີ ພາຍໃຕ້ຂໍ້ ແນະນໍາຂອງໜ່ວຍງານສະຖິຕິຂອງອົງການສະຫະປະຊາຊາດ, ລັດຖະບານແຫ່ງ ສ ປປ ລາວ ກໍໄດ້ດໍາ ເນີນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ມາແລ້ວ 4 ຄັ້ງ ເລີ່ມແຕ່ປີ 1985 ເຖິງ ປີ 2015.


ຕະຫລອດໄລຍະທີ່ຜ່ານມາຈາກຜົນການສໍາຫລວດຊີ້ໃຫ້ເຫັນວ່າ ພົນລະເມືອງລາວ ໄດ້ເພີ່ມຂຶ້ນຈາກ 3.5 ລ້ານຄົນ ປີ 1985, ມາເປັນ 4.5 ລ້ານຄົນ ໃນປີ 1995 ມີ 5.5 ລ້ານຄົນ ໃນປີ 2005 ແລະ ຈາກການສໍາຫລວດຄັ້ງ ທີ IV ຫລ້າສຸດ ໃນປີ 2015 ພົນລະເມືອງລາວ ມີ 6,4 ລ້ານຄົ້ນ ແລະ ຄາດຄະເນວ່າ ໃນ ປີ 2025 ພົນລະເມືອງລາວ ຈະມີປະມານ 7.8 ລ້ານຄົນ, ໃນປີ 2035 ຈະມີປະມານ 8.9 ລ້ານຄົນ ແລະ ປີ 2045 ສປປ ລາວ ຈະມີປະຊາກອນ 9.9 ລ້ານຄົນ.