ຈະປັບໃໝ ລົດບັນທຸກແກ່ຫີນ-ຊາຍ ທີ່ບໍ່ປົກຜ້າບັດ ແລະ ເຮັດເຮ່ຍໃສ່ຫົນທາງ

ຈະປັບໃໝ ລົດບັນທຸກແກ່ຫີນ-ຊາຍ ທີ່ບໍ່ປົກຜ້າບັດ ແລະ ເຮັດເຮ່ຍໃສ່ຫົນທາງ - 32 1 - ຈະປັບໃໝ ລົດບັນທຸກແກ່ຫີນ-ຊາຍ ທີ່ບໍ່ປົກຜ້າບັດ ແລະ ເຮັດເຮ່ຍໃສ່ຫົນທາງ
ຈະປັບໃໝ ລົດບັນທຸກແກ່ຫີນ-ຊາຍ ທີ່ບໍ່ປົກຜ້າບັດ ແລະ ເຮັດເຮ່ຍໃສ່ຫົນທາງ - kitchen vibe - ຈະປັບໃໝ ລົດບັນທຸກແກ່ຫີນ-ຊາຍ ທີ່ບໍ່ປົກຜ້າບັດ ແລະ ເຮັດເຮ່ຍໃສ່ຫົນທາງ

ພັນໂທ ຄຳພູ ສົມແພງພັນ ຮອງຫົວໜ້າພະແນກຕຳຫລວດຈາລະຈອນ ຫ້ອງຕຳຫລວດ ປກສ ນະຄອນຫລວງວຽງຈັນ ໃຫ້ສຳພາດຂ່າວຄວາມສະຫງົບນະຄອນຫລວງວຽງຈັນ ວັນທີ 28 ກຸມພາ 2025 ນີ້ວ່າ: ອີງຕາມປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໃນນັ້ນບັນຫາອຸບັດຕິເຫດ, ການສັນຈອນແອອັດ, ບັນຫາລົດບັນທຸກແກ່ຫີນ-ຊາຍທີ່ບໍ່ປົກຜ້າບັດ ກໍເປັນບັນຫາໜຶ່ງໃນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນ ນະຄອນຫລວງວຽງຈັນ.

ພະແນກຕຳຫລວດຈາລະຈອນ ສົມທົບກັບ ຈະລາຈອນ ເມືອງໄຊເສດຖາ ແກ້ໄຂບັນຫາ ລົດແກ່ຫີນ, ດິນ, ຊາຍບໍ່ປົກຜ້າບັດ ເຊິ່ງເຮັດໃຫ້ຫີນຊາຍ ແລະ ສິ່ງເປິເປື້ອນຕົກໃສ່ຖະໜົນຫົນທາງ ສ້າງສິ່ງເປິເປື້ອນ ແລະ ສົ່ງຜົນກະທົບຕໍ່ສຸຂະພາບໃຫ້ແກ່ຜູ້ສັນຈອນໄປມາຕາມທ້ອງຖະໜົນ ໂດຍສະເພາະລົດຈັກ ເຊິ່ງມີຄວາມສ່ຽງ ໃນການເກີອຸບັດຕິເຫດ, ໂດຍໃນທີ່ຜ່ານມາເຈົ້າໜ້າທີ່ກໍໄດ້ລົງສຶກສາອົບຮົມພາກສ່ວນກ່ຽວຂ້ອງແລ້ວ ແຕ່ຍັງບໍ່ທັນໄດ້ຮັບຜົນດີເທົ່າທີ່ຄວນ.

ສະນັ້ນ, ເຈົ້າໜ້າທີ່ຈະບໍ່ໄດ້ມີການສຶກສາອົບຮົມແລ້ວ ເຊິ່ງຈະໃຊ້ມາດຕະການຕາມດຳລັດ 568 ລົງວັນທີ 16 ກັນຍາ 2021 ໂດຍສະເພາະມາດຕະການຕໍ່ກັບຜູ້ລະເມີດກົດຈະລາຈອນ ມາດຕາ 43 ກ່ຽວກັບການແກ່ຫີນ-ຊາຍ ທີ່ບໍ່ປົກຜ້າບັດ ສ້າງສິ່ງເປິເປື້ອນໃສ່ຖະໜົນຫົນທາງ ຈະໄດ້ມີການກັກເອກະສານ ຫລື ກັກໃບຂັບຂີ່ ແລະ ຈະເຊີນນັກຂັບຂີ່ ຫລື ຜູ້ປະກອບການ ມາເຮັດບົດບັນທຶກສຶກສາອົບຮົມ ແລະ ປັບໃໝຕາມລະບຽບການໃນສະຖານຄວາມຜິດແຕ່ລະຄັ້ງ ຖ້າມີການລະເມີດຄັ້ງຕໍ່ໄປກໍຈະໄດ້ປະຕິບັດຕາມມາດຕາ 47 ຂອງດຳລັດ 568 ຈະຄູນສອງເທົ່າ, ສາມເທົ່າ, ສີ່ເທົ່າ ຫລື ຄູນຕາມຄັ້ງຄັ້ງທີ່ກຳທຳຜິດລະບຽບ ຕາມດຳລັດໄດ້ກຳນົດໄວ້.

ທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ຈະປັບໃໝ ລົດບັນທຸກແກ່ຫີນ-ຊາຍ ທີ່ບໍ່ປົກຜ້າບັດ ແລະ ເຮັດເຮ່ຍໃສ່ຫົນທາງ - 5 - ຈະປັບໃໝ ລົດບັນທຸກແກ່ຫີນ-ຊາຍ ທີ່ບໍ່ປົກຜ້າບັດ ແລະ ເຮັດເຮ່ຍໃສ່ຫົນທາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!