ປກສ ແຂວງຫລວງນໍ້າທາ ທຳລາຍສວນຝິ່ນທີ່ລັກລອບປູກຕາມໜານຜັກ ເນື້ອທີ່ 1,000 ກວ່າຕາແມັດ

ປກສ ແຂວງຫລວງນໍ້າທາ ທຳລາຍສວນຝິ່ນທີ່ລັກລອບປູກຕາມໜານຜັກ ເນື້ອທີ່ 1,000 ກວ່າຕາແມັດ - 481213822 1052480296876710 8891167274431500194 n - ປກສ ແຂວງຫລວງນໍ້າທາ ທຳລາຍສວນຝິ່ນທີ່ລັກລອບປູກຕາມໜານຜັກ ເນື້ອທີ່ 1,000 ກວ່າຕາແມັດ
ປກສ ແຂວງຫລວງນໍ້າທາ ທຳລາຍສວນຝິ່ນທີ່ລັກລອບປູກຕາມໜານຜັກ ເນື້ອທີ່ 1,000 ກວ່າຕາແມັດ - kitchen vibe - ປກສ ແຂວງຫລວງນໍ້າທາ ທຳລາຍສວນຝິ່ນທີ່ລັກລອບປູກຕາມໜານຜັກ ເນື້ອທີ່ 1,000 ກວ່າຕາແມັດ

ວັນທີ 26 ກຸມພາ 2025 ຜ່ານມານີ້ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຫລວງນໍ້າທາ ໄດ້ລົງສົມທົບກັບ ເຈົ້າໜ້າທີ່ຕຳຫລວດ ປກສ ເມືອງຫລວງນໍ້າທາ ແລະ ປກສ ກຸ່ມບ້ານຫລວງ, ອຳນາດການປົກຄອງບ້ານ ລົງກວດກາພື້ນທີ່ເປົ້າໝາຍລັກລອບປູກຝິ່ນຂອງປະຊາຊົນ ບ້ານນໍ້າແງ້ນ, ບ້ານນາລື ແລະ ບ້ານພຽງງາມ ເມືອງຫລວງນໍ້າທາ, ໂດຍການນຳພາຂອງ ພັທ ອາລຸນຍະເດດ ບົວສີສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຫລວງນໍ້າທາ ພ້ອມດ້ວຍທີມງານ.

ຜ່ານການລົງກວດກາພື້ນທີ່ຕົວຈິງ ຢູ່ຂອບເຂດ ບ້ານນໍ້າແງ້ນ ພົບເຫັນສວນຝິ່ນທີ່ປະຊາຊົນລັກລອບປູກຝິ່ນຕາມໜານຜັກເປັນຈຳນວນຫລາຍ ມີ 87 ໝານ, ມີເນື້ອທີ່ 774.3 ຕາແມັດ, ບ້ານນາລື ມີ 4 ໜານ ເນື້ອທີ່ 752 ຕາແມັດ ແລະ ບ້ານພຽງງາມ ມີ 3 ໜານ ເນື້ອທີ່ 29 ຕາແມັດ ລວມເນື້ອທີ່ສວນຝິ່ນທັງໝົດ 1,555.3 ຕາແມັດ, ມີ 48 ຄອບຄົວ ທີ່ລັກລອບປູກຝິ່່ນ. ຈາກນັ້ນ, ກໍໄດ້ມີການທຳລາຍໂດຍໃຊ້ໄມ້ຟາດຕົ້ນຝິ່ນ, ໝາກຝິ່ນ, ດອກຝິ່ນ ແລະ ຫລົກຕົ້ນອ່ອນຖິ້ມ ເພື່ອບໍ່ໃຫ້ເຈົ້າຂອງເກັບກູ້ຜົນຜະລິດ ແລະ ໜາກຝິ່ນໄປເປັນແນວພັນໄດ້ຕື່ມອີກ.

ຈາກນັ້ນ, ໄດ້ນໍາເອົາບຸກຄົນ, ຄອບຄົວ ທີ່ເປັນເຈົ້າຂອງສວນຝິ່ນ ມາສຶກສາອົບຮົມ, ອະທິບາຍໃຫ້ໄດ້ຮັບຮູ້ເຖິງຜົນຮ້າຍຂອງຝິ່ນ ພ້ອມທັງສ້າງບົດບັນທຶກ ແລະ ວາງມາດຕະການໃສ່ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເຂົາເຈົ້າລັກລອບປູກຝິ່ນຄືນຕື່ມອີກ.

ທີ່ມາ: ປກສ ແຂວງຫລວງນໍ້າທາ

ປກສ ແຂວງຫລວງນໍ້າທາ ທຳລາຍສວນຝິ່ນທີ່ລັກລອບປູກຕາມໜານຜັກ ເນື້ອທີ່ 1,000 ກວ່າຕາແມັດ - 5 - ປກສ ແຂວງຫລວງນໍ້າທາ ທຳລາຍສວນຝິ່ນທີ່ລັກລອບປູກຕາມໜານຜັກ ເນື້ອທີ່ 1,000 ກວ່າຕາແມັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!