ປີ 2024 ແຂວງອັດຕະປື ພົບພະນັກງານ-ສະມາຊິກພັກເຮັດຜິດລະບຽບ 23 ສະຫາຍ
February 28, 2025 - 2:28 PM


ທ່ານ ມີໄຊ ສີສະແຫວງສຸກ ຮອງປະທານກວດກາພັກ ແຂວງອັດຕະປື ລາຍງານຕໍ່ກອງປະຊຸມສະຫລຸບວຽກງານຕິດຕາມ ກວດກາປະຈໍາປີ 2024 ໃນວັນທີ 27 ກຸມພາ 2025 ໃຫ້ຮູ້ວ່າ: ປີ 2024 ຜ່ານມາ ແຂວງອັດຕະປື ກວດພົບເຫັນ ພະນັກງານ-ສະມາຊິກພັກເຄື່ອນໄຫວຜິດລະບຽບພັກ ຖືກວິໄນທັງໝົດ 23 ສະຫາຍ, ຍິງ 2 ສະຫາຍ.
ໃນນັ້ນ, ພະນັກງານຂັ້ນແຂວງຄຸ້ມຄອງ 7 ສະຫາຍ, ຍິງ 1 ສະຫາຍ, ໃນນີ້ຕິຕຽນ 2 ສະຫາຍ, ກ່າວເຕືອນ 4 ສະຫາຍ, ເອົາອອກຈາກພັກ 1 ສະຫາຍ, ພະນັກງານຂັ້ນເມືອງຄຸ້ມຄອງ 16 ສະຫາຍ, ຍິງ 1 ສະຫາຍ.
ໃນນີ້, ຕິຕຽນ 9 ສະຫາຍ, ປົດຕຳແໜ່ງ ແລະ ເອົາອອກຈາກພັກ, ສໍາລັບພະນັກງານທີ່ມີຕຳແໜ່ງພັກ ມີ 4 ສະຫາຍ, ເອົາອອກຈາກພັກ ສະມາຊິກ ພັກທີ່ບໍ່ມີຕຳແໜ່ງ ມີ 3 ສະຫາຍ ແລະ ພວມສືບຕໍ່ດໍາເນີນຄົ້ນຄ້ວາວິໄນ ຕໍ່ກັບສະມາຊິກພັກຈຳນວນໜຶ່ງ.
ທີ່ມາ: ຂ່າວສານອອນລາຍ ແຂວງອັດຕະປື