ປີ 2024 ທົ່ວປະເທດມີການອະໄພຍະໂທດ ແລະ ປ່ອຍຕົວນັກໂທດທັງໝົດ 2,716 ຄົນ


ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ຜູ້ປະຈໍາການ ລາຍງານຕໍ່ກອງປະຊຸມ ສະຫຼຸບການ ຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈໍາປີ 2024 ແລະ ທິດທາງຈຸດສຸມປີ 2025 ວັນທີ 28 ກຸມພາ 2025 ນີ້ວ່າ:
ປີ 2024 ທົ່ວປະເທດມີ ນັກໂທດທົ່ວໄປທີ່ໄດ້ຮັບອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ທັງໝົດ 2,716 ຄົນ ຍິງ 357 ຄົນ. ໃນນີ້ມີນັກໂທດທີ່ໄດ້ເງື່ອນໄຂຫຼຸດຜ່ອນໂທດ 2,339 ຄົນ ຍິງ 294 ຄົນ, ເປັນຄົນຕ່າງປະເທດ 19 ຄົນ ຍິງ 4 ຄົນ, ນັກໂທດຕະຫຼອດຊີວິດ 13 ຄົນ ຍິງ 2 ຄົນ. ມີນັກໂທດຄະດີຢາເສບຕິດ 2,261 ຄົນ, ນັກໂທດຕະຫຼອດຊີວິດ 13 ຄົນ, ນັກໂທດຄະດີທົ່ວໄປ 78 ຄົນ.
ນັກໂທດທີ່ໄດ້ເງື່ອນໄຂປ່ອຍຕົວມີ 377 ຄົນ ໃນນີ້ມີນັກໂທດຄະດີຢາເສບຕິດ 363 ຄົນ ຍິງ 60 ຄົນ, ຕ່າງປະເທດ 4 ຄົນ, ນັກໂທດຄະດີທົ່ວໄປ 14 ຄົນ ຍິງ 3 ຄົນ, ຕ່າງປະເທດ 3 ຄົນ. ນັກໂທດທີ່ຖືກສານຕັດສີນປະຫານຊີວິດ ໄດ້ຮັບອະໄພຍະໂທດມາເປັນໂທດຕັດອິດສະລະພາບຕະຫຼອດຊີວິດ 27 ຄົນ ຍິງ 6 ຄົນ ເປັນຄົນຕ່າງປະເທດ 3 ຄົນ ມີນັກໂທດຄະດີຢາເສບຕິດ 27 ຄົນ ຍິງ 6 ຄົນ, ຕ່າງປະເທດ 3 ຄົນ.