ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ຄົ້ນຄ້ວາ ແລະ ພິຈາລະນາ ຫລາຍບັນຫາສຳຄັນ


ວັນທີ 27 ກຸມພາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມແບບເຊິ່ງໜ້າແລະ ຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນກຸມພາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນມີນາ 2025.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືປະກອບຄຳເຫັນ ແລະ ພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນ ຄື:
- ສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຄື ວຽກງານພົ້ນເດັ່ນ ປະຈໍາເດືອນກຸມພາ ແລະ ທິດທາງແຜນການ ປະຈຳເດືອນມີນາ 2025 ຂອງລັດຖະບານ,
- ມາດຕະການເພື່ອບັນລຸຄາດໝາຍເສດຖະກິດເຕີບໂຕ 4.8% ແລະ ຄາດໝາຍມະຫາພາກ
ອື່ນໆທີ່ກໍານົດໄວ້ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, - ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025,
- ເຜີຍແຜ່ຜົນການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນໍາພັກ-ລັດຕົ້ນປີ 2025,
- ທິດທາງຜັນຂະຫຍາຍ ແລະ ແບ່ງຄວາມຮັບຜິດຊອບໃຫ້ບັນດາກະຊວງ-ອົງການ ແລະ
ທ້ອງຖິ່ນ, - ແຜນການສ້າງ ແລະ ປັບປຸງກົດໝາຍ5ປີ (2026-2030) ແລະ ການປັບປຸງຮ່າງກົດໝາຍວ່າ
ດ້ວຍການປົກຄອງທ້ອງຖິ່ນ, - ຮ່າງລັດຖະບັນຍັດ ວ່າດ້ວຍເຂດຍຸດທະສາດປ້ອງກັນຊາດ,
- ຮ່າງຍຸດທະສາດ ການຄຸ້ມຄອງທີ່ດິນ ຂອງຂະແໜງການສຶກສາທິການ ແລະ ກິລາ,
- ຮ່າງແຜນດໍາເນີນງານ ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ປີ 2025-
2030, - ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ.


ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນທີ່ຍັງສືບຕໍ່ຜັນແປຢ່າງສະຫລັບສັບຊ້ອນ ແລະ ເພີ່ມທະວີຄວາມຮຸນແຮງ ຢູ່ບາງຈຸດ ໂດຍສະເພາະບັນຫາຂໍ້ຂັດແຍ້ງ-ແຂ່ງຂັນຕ່າງໆ, ການປັບປ່ຽນນະໂຍບາຍໃໝ່ ຂອງປະເທດມະຫາອຳນາດ, ບັນຫາໄພທຳມະຊາດ, ພະຍາດລະບາດ ກໍຄື ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດໂລກ ໂດຍສະເພາະຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ;
ຍົກໃຫ້ເຫັນບາງວຽກງານພາຍໃນປະເທດ ທີ່ບັນດາຂະແໜງການກ່ຽວຂ້ອງ ກໍຄື ໃນທົ່ວສັງຄົມ ຈະຕ້ອງໄດ້ພ້ອມກັນສືບຕໍ່ສຸມໃສ່ແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ໂດຍສະເພາະ ອັດຕາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າແພງເຮັດໃຫ້ຄ່າຄອງຊີບສູງຂຶ້ນ ລວມທັງຄົ້ນຄວ້າບັນດາມາດຕະການແກ້ໄຂ ແລະ ວິທີການໃນການປ້ອງກັນພະຍາດຕາມລະດູການ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງລັດຖະກອນ ລວມທັງການພັດທະນາເສດຖະກິດ-ສັງຄົມ ຂອງປະ ເທດເຮົາ. ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຈົ່ງເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງຕໍ່ບັນດາຫົວຂໍ້ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງເພື່ອເຮັດໃຫ້ ຜົນຂອງກອງປະຊຸມຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.