ອັດຕາເງິນເຟີ້ ປະຈຳເດືອນກຸມພາ 2025 ເພີ່ມຂຶ້ນ +12.7%
February 27, 2025 - 12:42 PM


ວັນທີ 25 ກຸມພາ 2025 ສູນສະຖິຕິແຫ່ງຊາດ ກະຊວງ ແຜນການ ແລະ ການລົງທຶນ ລາຍງານ ດັດຊະນີລາຄາການຊົມໃຊ້ ແລະ ອັດຕາເງິນເຟີ້ ຂອງສປປ ລາວ ປະຈໍາເດືອນ ກຸມພາ 2025 ການຊົມໃຊ້ແປງຕາມໝວດລະຫັດຈັດແບ່ງສ່ວນບຸກຄົນຕາມຈຸດປະສົງ “COICOP” ເດືອນທັນວາ 2015 ເປັນ ເດືອນ/ປີ ອ້າງອີງປຽບທຽບ ຫຼື ປີ 2015, ເດືອນທັນວາ ດັດຊະນີ = 100.
- ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫລົ້າ = 256.1%
- ໝວດເຫລົ້າ ແລະ ຢາສູບ = 214.7%
- ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ = 246.3%
- ໝວດທີ່ພັກອາໄສ, ໄຟຟ້າ, ນໍ້າປະປາ ແລະ ເຊື້ອເພີງຫຸງຕົ້ມ = 212.4%
- ໝວດເຄື່ອງໃຊ້ໃນເຮືອນ = 242.3%
- ໝວດຮັກສາສຸຂະພາບ ແລະ ຢາ = 280.7%
- ໝວດຄົມມະນາຄົມ ແລະ ຂົນສົ່ງ = 256.4%
- ໝວດໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ = 140.4%
- ໝວດການບັນເທີງ ແລະ ການພັກຜ່ອນ = 256.1%
- ໝວດການສຶກສາ = 165.4%
- ຮ້ານອາຫານ ແລະ ໂຮງແຮມ = 243.6%
- ໝວດສິນຄ້າ ແລະ ການບໍລິການອື່ນໆ = 243.3%