ເສດຖະກິດເມືອງວັງວຽງ ແຂວງວຽງຈັນ ຂະຫຍາຍຕົວ 8.62%

ເສດຖະກິດເມືອງວັງວຽງ ແຂວງວຽງຈັນ ຂະຫຍາຍຕົວ 8.62% - 481243399 946882804320533 4234356509949159986 n - ເສດຖະກິດເມືອງວັງວຽງ ແຂວງວຽງຈັນ ຂະຫຍາຍຕົວ 8.62%
ເສດຖະກິດເມືອງວັງວຽງ ແຂວງວຽງຈັນ ຂະຫຍາຍຕົວ 8.62% - kitchen vibe - ເສດຖະກິດເມືອງວັງວຽງ ແຂວງວຽງຈັນ ຂະຫຍາຍຕົວ 8.62%

ສະຫາຍ ພອນແກ້ວ ຂຸນພົນ ຄະນະປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງວັງວຽງ ໄດ້ຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງວັງວຽງ ຄັ້ງທີ VIII ທີ່ໄຂຂຶ້ນໃນລະຫວ່າງວັນທີ 27-28 ກຸມພາ 2025 ນີ້ ວ່າ: ເສດຖະກິດຂອງເມືອງວັງວຽງ ຂະຫຍາຍຕົວໃນລະດັບດີ ໝັ້ນທ່ຽງ ແລະ ຖືກທິດ ໂຄງປະກອບເສດຖະກິດໄດ້ມີການຫັນປ່ຽນຢ່າງເປັນລະບົບ, ການພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບສະເລ່ຍ 8.62% ຕໍ່ປີ ລື່ນແຜນການ 0.12%, ລວມຍອດຜະລິດຕະພັນພາຍໃນ (GO) ປະຕິບັດໄດ້ 114.69% ມູນຄ່າທັງໝົດ 2,024.55 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 29,72 ລ້ານກີບ ຫລື ເທົ່າກັບ 1,486 ໂດລາ.

– ຂະແໜງກະສິກຳປະຕິບັດໄດ້ 573.70 ຕື້ກວ່າກີບ, ອັດຕາການຂະຫຍາຍຕົວ 4.99% ກວມເອົາ 28.34% ຂອງລວມຍອດລາຍຮັບພາຍໃນເມືອງ.

ເສດຖະກິດເມືອງວັງວຽງ ແຂວງວຽງຈັນ ຂະຫຍາຍຕົວ 8.62% - Visit Laos Visit SALANA BOUTIQUE HOTEL - ເສດຖະກິດເມືອງວັງວຽງ ແຂວງວຽງຈັນ ຂະຫຍາຍຕົວ 8.62%

– ຂະແໜງອຸດສາຫະກໍາ-ການກໍ່ສ້າງປະຕິບັດໄດ້ 529.02 ຕື້ກີບ, ອັດຕາການຂະຫຍາຍຕົວ 9.52% ກວມເອົາ 26.13% ຂອງລວມຍອດລາຍຮັບພາຍໃນເມືອງ.

– ຂະແໜງບໍລິການປະຕິບັດໄດ້ 921.78 ຕື້ກີບ, ອັດຕາການຂະຫຍາຍຕົວ 10.33% ກວມເອົາ 45.53% ຂອງລວມຍອດລາຍຮັບພາຍໃນເມືອງ.

ເສດຖະກິດເມືອງວັງວຽງ ແຂວງວຽງຈັນ ຂະຫຍາຍຕົວ 8.62% - 111135579875 82 1 - ເສດຖະກິດເມືອງວັງວຽງ ແຂວງວຽງຈັນ ຂະຫຍາຍຕົວ 8.62%

 ເນື້ອທີ່ປູກເຂົ້າລວມທັງໝົດ 27,944 ເຮັກຕາ, ຜົນຜະລິດລວມ 121,174 ໂຕນ, ສະເລ່ຍເຂົ້າກິນຕໍ່ຫົວຄົນ 361.20 ກິໂລກຣາມ/ຄົນ/ປີ, ອັນພົ້ນເດັ່ນແມ່ນການປູກພືດສະບຽງອາຫານ ແລະ ພືດສິນຄ້າ ເນື້ອທີ່ທັງໝົດ 14,754 ຮຕ, ຜົນຜະລິດ 110,205 ໂຕນ/ປີ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ລື່ນແຜນການ 22.35 %; ໄດ້ລົງຊຸກຍູ້ ສົ່ງເສີມດ້ານວິຊາການ ແລະ ຕອບສະໜອງວັດຖຸອຸປະກອນທີ່ຈຳເປັນຈໍານວນໜຶ່ງໃນການປ້ອງກັນ ແລະ ປິ່ນປົວພະຍາດສັດລ້ຽງ ເຮັດໃຫ້ການລ້ຽງສັດປະເພດຕ່າງໆ ມີການຂະຫຍາຍຕົວໄວສົມຄວນ ສະເລ່ຍ 4-5% ຕໍ່ປີ, ສະເລ່ຍການບໍລິໂພກຕໍ່ຫົວຄົນ 65.78 ກິໂລ/ຄົນ/ປີ.

ປະຈຸບັນທົ່ວເມືອງມີຫົວໜ່ວຍວິສາຫະກິດທັງໝົດ 3,038 ຫົວໜ່ວຍ, ມູນຄ່າການລົງທຶນທັງໝົດ 4,747 ຕື້ກີບ; ໄດ້ຊຸກຍູ້ສົ່ງເສີມການຜະລິດສິນຄ້າທີ່ເປັນທ່າແຮງ, ສິນຄ້າເອກະລັກ ແລະ ມູນເຊື້ອຢູ່ບັນດາບ້ານໃຫ້ກາຍເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນໄດ້ 2 ຫົວໜ່ວຍ, ມີ 23 ຜະລິດຕະພັນ, ມີຈຳນວນ 68 ຄອບຄົວ ທີ່ນອນຢູ່ໃນເຂດບ້ານທ່າເຮືອ ແລະ ບ້ານຫ້ວຍປາມ້ອມ. ໄດ້ເອົາໃຈໃສ່ຂະຫຍາຍຕາຂ່າຍໄຟຟ້າລົງສູ່ຊົນນະບົດ ເຂດຫ່າງໄກໄດ້ຢ່າງທົ່ວເຖິງ, ລວມຍອດພະລັງງານສົ່ງອອກທັງໝົດ 340 ລ້ານກິໂລວັດໂມງ ເປັນເງິນ 356.61 ຕື້ກີບ. ການຂຸດຄົ້ນແຮ່ທາດສາມາດປະຕິບັດໄດ້ 12 ລ້ານໂຕນ ມູນຄ່າ 622.62 ຕື້ກີບ,

ທົ່ວເມືອງມີຄິວລົດຂົນສົ່ງໂດຍສານ 1 ຈຸດ, ມີພາຫະນະຂົນສົ່ງທັງໝົດ 1,714 ຄັນ, ໃນນີ້ ລົດຂົນສົ່ງສິນຄ້າ 469 ຄັນ ສາມາດຈໍລະຈອນຂົນສົ່ງສິນຄ້າ ໄດ້ 2,190 ໂຕນ/ປີ, ລົດຂົນສົ່ງໂດຍສານ 582 ຄັນ, ລົດຂົນສົ່ງນັກຮຽນ 129 ຄັນ, ລົດຂົນສົ່ງແຂກ-ນັກທ່ອງທ່ຽວ 534 ຄັນ, ສາມາດບໍລິການຂົນສົ່ງໂດຍສານໄດ້ 1,825 ຖ້ຽວ ຜູ້ໂດຍສານຈຳນວນ 18,250 ຄົນ/ປີ.

ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວເມືອງວັງວຽງ ໄດ້ທັງໝົດ 2,21 ລ້ານເທື່ອຄົນ, ຍິງ 1,05 ລ້ານເທື່ອຄົນ. ໃນນີ້, ມີນັກທ່ອງທ່ຽວຕ່າງປະເທດ 944,611 ເທື່ອຄົນ, ຍິງ 432,400 ກວ່າເທື່ອຄົນ, ສາມາດສ້າງລາຍຮັບທົ່ວສັງຄົມໄດ້ 1,882 ຕື້ກວ່າກີບ. ການເກັບລາຍຮັບງົບປະມານ ສາມາດປະຕິບັດໄດ້ 73.97 ຕື້ກີບ, ເທົ່າກັບ 116% ຂອງແຜນການ, ການລະດົມທຶນເພື່ອການພັດທະນາ ການລົງທຶນຂອງລັດລວມມີ 33 ໂຄງການ, ມູນຄ່າ 27,98 ຕື້ກີບ, ເທົ່າກັບ 17,02% ຂອງແຜນການ, ກວມເອົາ 0.32 % ຂອງທຶນທັງໝົດ.

ທີ່ມາ: ໜັງສືພິມແຂວງວຽງຈັນ

ເສດຖະກິດເມືອງວັງວຽງ ແຂວງວຽງຈັນ ຂະຫຍາຍຕົວ 8.62% - 5 - ເສດຖະກິດເມືອງວັງວຽງ ແຂວງວຽງຈັນ ຂະຫຍາຍຕົວ 8.62%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!