ອັດຕາການເກີດຢູ່ ສ.ເກົາຫລີ ເພີ່ມຂຶ້ນຄັ້ງທໍາອິດໃນຮອບ 9 ປີ ພາຍຫລັງຄົນແຕ່ງດອງເພີ່ມຂຶ້ນ

ອັດຕາການເກີດຢູ່ ສ.ເກົາຫລີ ເພີ່ມຂຶ້ນຄັ້ງທໍາອິດໃນຮອບ 9 ປີ ພາຍຫລັງຄົນແຕ່ງດອງເພີ່ມຂຶ້ນ - 222 10 - ອັດຕາການເກີດຢູ່ ສ.ເກົາຫລີ ເພີ່ມຂຶ້ນຄັ້ງທໍາອິດໃນຮອບ 9 ປີ ພາຍຫລັງຄົນແຕ່ງດອງເພີ່ມຂຶ້ນ
ອັດຕາການເກີດຢູ່ ສ.ເກົາຫລີ ເພີ່ມຂຶ້ນຄັ້ງທໍາອິດໃນຮອບ 9 ປີ ພາຍຫລັງຄົນແຕ່ງດອງເພີ່ມຂຶ້ນ - kitchen vibe - ອັດຕາການເກີດຢູ່ ສ.ເກົາຫລີ ເພີ່ມຂຶ້ນຄັ້ງທໍາອິດໃນຮອບ 9 ປີ ພາຍຫລັງຄົນແຕ່ງດອງເພີ່ມຂຶ້ນ

       ຂໍ້ມູນເບື້ອງຕົ້ນຈາກສໍານັກງານສະຖິຕິແຫ່ງຊາດ ສ.ເກົາຫລີ ເປີດເຜີຍໃນວັນທີ 26 ກຸມພາວ່າ: ອັດຕາການເກີດເພີ່ມຂຶ້ນໃນປີ 2024 ເປັນຄັ້ງທໍາອິດໃນຮອບ 9 ປີ ໂດຍມີປັດໄຈມາຈາກການແຕ່ງດອງທີ່ເພີ່ມສູງຂຶ້ນ.

       ຂໍ້ມູນລະບຸວ່າ: ອັດຕາການຈະເລີນພັນຂອງ ສ.ເກົາຫລີ ຢູ່ລະດັບ 0.75 ໃນປີ 2024 ເພີ່ມຂຶ້ນຈາກ 0.72 ໃນປີ 2023 ເຊິ່ງເປັນລະດັບຕໍ່າສຸດໃນໂລກເວລານັ້ນ.

ອັດຕາການເກີດຢູ່ ສ.ເກົາຫລີ ເພີ່ມຂຶ້ນຄັ້ງທໍາອິດໃນຮອບ 9 ປີ ພາຍຫລັງຄົນແຕ່ງດອງເພີ່ມຂຶ້ນ - Visit Laos Visit SALANA BOUTIQUE HOTEL - ອັດຕາການເກີດຢູ່ ສ.ເກົາຫລີ ເພີ່ມຂຶ້ນຄັ້ງທໍາອິດໃນຮອບ 9 ປີ ພາຍຫລັງຄົນແຕ່ງດອງເພີ່ມຂຶ້ນ

       ສໍານັກຂ່າວຣອຍເຕີລາຍງານວ່າ: ການປ່ຽນແປງນີ້ຖືເປັນສັນຍານບວກຄັ້ງສໍາຄັນ ພາຍຫລັງ ສ.ເກົາຫລີ ປະສົບບັນຫາອັດຕາການເກີດຕໍ່າມາຢ່າງຕໍ່ເນື່ອງ ຈົນເປັນປະເທດດຽວໃນກຸ່ມ OECD ທີ່ມີອັດຕາການເກີດຕໍ່າກວ່າ 1 ມາແຕ່ປີ 2018.

      ຕົວເລກການແຕ່ງດອງໃນປີ 2024 ເພີ່ມສູງເຖິງ 14.9% ເຊິ່ງເປັນການເພີ່ມຂຶ້ນຫລາຍທີ່ສຸດນັບແຕ່ເລີ່ມເກັບຂໍ້ມູນໃນປີ 1970 ໂດຍໃນສັງຄົມ ສ.ເກົາຫລີ ການແຕ່ງດອງມີການພົວພັນໃກ້ຊິດກັບອັດຕາການເກີດ ເນື່ອງຈາກການແຕ່ງດອງມັກຖືກເບິ່ງວ່າເປັນເງື່ອນໄຂເບື້ອງຕົ້ນສໍາລັບການມີລູກ.

      ເຖິງວ່າຈະເຫັນສັນຍານບວກ, ແຕ່ ສ.ເກົາຫລີ ຍັງຜະເຊີນຄວາມທ້າທາຍດ້ານປະຊາກອນຢ່າງໜັກ ໂດຍໃນປີຜ່ານມາ ມີຜູ້ເສຍຊີວິດຫລາຍກວ່າຜູ້ເກີດໃໝ່ເຖິງ 120,000 ຄົນ ເຊິ່ງເປັນປີທີ 5 ຕິດຕໍ່ກັນທີ່ປະຊາກອນຫລຸດລົງຕາມທໍາມະຊາດ.

       ລັດຖະບານ ສ.ເກົາຫລີ ໄດ້ອອກມາດຕະການຕ່າງໆ ເພື່ອສົ່ງເສີມການແຕ່ງດອງ ແລະ ການມີລູກ ພາຍຫລັງອະດີດປະທານາທິບໍດີ ຢຸນ ຊອກຢໍ ປະກາດໃຫ້ເລື່ອງນີ້ເປັນ “ວິກິດປະຊາກອນແຫ່ງຊາດ” ແລະ ມີແຜນຈັດຕັ້ງກະຊວງໃໝ່ເພື່ອແກ້ໄຂບັນຫາໂດຍສະເພາະ.

ອັດຕາການເກີດຢູ່ ສ.ເກົາຫລີ ເພີ່ມຂຶ້ນຄັ້ງທໍາອິດໃນຮອບ 9 ປີ ພາຍຫລັງຄົນແຕ່ງດອງເພີ່ມຂຶ້ນ - 3 - ອັດຕາການເກີດຢູ່ ສ.ເກົາຫລີ ເພີ່ມຂຶ້ນຄັ້ງທໍາອິດໃນຮອບ 9 ປີ ພາຍຫລັງຄົນແຕ່ງດອງເພີ່ມຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!