UK ປະກາດຂວໍ້າບາດບໍລິສັດຈີນ ຂໍ້ຫາສະໜັບສະໜູນຣັດເຊຍເຮັດສົງຄາມ


ອັງກິດ (UK) ປະກາດຂວໍ້າບາດບໍລິສັດຈີນ 10 ແຫ່ງ ເຊິ່ງຖືກລະບຸວ່າມີສ່ວນສະໜັບສະໜູນອຸດສາຫະກໍາຂອງຣັດເຊຍ ໂດຍເປັນສ່ວນໜຶ່ງຂອງມາດຕະການທາງເສດຖະກິດຊຸດໃຫຍ່ເພື່ອຕໍ່ຕ້ານລະບອບປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ນັບແຕ່ປີ 2022.
ກະຊວງການຕ່າງປະເທດຂອງ UK ຖະແຫລງວ່າ: ມາດຕະການຂວໍ້າບາດຊຸດໃໝ່ເນັ້ນເປົ້າໃສ່ຜູ້ທີ່ໃຫ້ການສະໜັບສະໜູນກອງທັບຣັດເຊຍ ແລະ ເຄືອຂ່າຍຜູ້ຈັດຫາສິນຄ້າທີ່ຣັດເຊຍອາໄສ ໂດຍບໍລິສັດເຫລົ່ານີ້ສ່ວນຫລາຍຜະລິດ ແລະ ຈັດຫາເຄື່ອງມື, ອຸປະກອນເອເລັກໂຕຣນິກ ແລະ ສິນຄ້າທີ່ໃຊ້ໄດ້ສອງທາງ (ສິນຄ້າທີ່ນໍາໄປໃຊ້ໄດ້ທັງໃນທາງພົນລະເຮືອນ ແລະ ທາງທະຫານ) ໃຫ້ກອງທັບຣັດເຊຍ ເຊິ່ງລວມທັງໄມໂຄຣໂປຣເຊສເຊີທີ່ໃຊ້ໃນລະບົບອາວຸດ.
ການຂວໍ້າບາດຄັ້ງນີ້ມີຈຸດໝາຍເພື່ອສະແດງໃຫ້ເຫັນວ່າ: UK ຍົກລະດັບການສະໜັບສະໜູນອູແກຣນ. ຂະນະທີ່ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ສົ່ງສັນຍານວ່າຕ້ອງການຍົກເລີກສະໜັບສະໜູນອູແກຣນ.
ສໍານັກຂ່າວບລູມເບິກລາຍງານວ່າ: ທ່ານ ເຄຍ ສຕາຣເມີ ນາຍົກລັດຖະມົນຕີ UK ກຽມພົບກັບປະທານາທິບໍດີ ທຣໍາ ຢູ່ທໍານຽບຂາວ ໃນວັນທີ 27 ກຸມພານີ້ ໂດຍທ່ານຕັ້ງໃຈວ່າຈະຊັກຊວນທ່ານ ທຣໍາ ບໍ່ໃຫ້ຮີບຮ້ອນເຈລະຈາກັບຣັດເຊຍໂດຍບໍ່ໄດ້ຮັບຄວາມຍິນຍອມຈາກອູແກຣນ ແລະ ໃຫ້ອາເມລິກາຮັບຮອງຄວາມໝັ້ນຄົງພາຍໃຕ້ຂໍ້ຕົກລົງສັນຕິພາບຫລັງສົງຄາມ.
ທ່ານ ສຕາຣເມີ ກໍາລັງຜະເຊີນແຮງກົດດັນຈາກທ່ານ ທຣໍາ ແລະ ຜູ້ນໍາກອງທັບ UK ທີ່ຕ້ອງການໃຫ້ເລັ່ງເພີ່ມງົບປະມານດ້ານປ້ອງກັນປະເທດ.
ທ່ານ ເດວິດ ແລມມີ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງ UK ກ່າວວ່າ: ປັດຈຸບັນໂລກກໍາລັງກ້າວເຂົ້າສູ່ປີທີ 4 ຂອງທ່ານ ປູຕິນ ທີ່ບຸກອູແກຣນເຕັມຮູບແບບ, ພວກເຮົາບໍ່ອາດຫັນຫລັງ ແລະ ຈະບໍ່ຫັນຫລັງໃຫ້ອູແກຣນໃນການຕໍ່ສູ້ເພື່ອຄວາມໝັ້ນຄົງຮ່ວມກັບພວກເຮົາ.