ເຫດການໄຟໄໝ້ ແລະ ລະເບີດຢູ່ບ້ານນາໝີ ເມືອງໄຊ ກະທົບ 142 ຫຼັງຄາເຮືອນ ມູນຄ່າ 22 ຕື້ກວ່າກີບ ແລະ 2 ລ້ານກວ່າຢວນ


ຂ່າວວິທະຍຸໂທລະພາບແຂວງອຸດົມໄຊລາຍງານວ່າ: ວັນທີ 23 ກຸມພາ 2025 ນີ້ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງອຸດົມໄຊສະຫຼຸບ ມູນຄ່າຄວາມສເສຍຫາຍຈາກເຫດອັກຄີໄພ ຢູ່ບ້ານນາໝີ ວັນທີ 14 ກຸມພາ 2025 ຄື:
ເຫດເຫດໄຟໄໝ້ ແລະ ລະເບີດເກີດຂຶ້ນຢູ່ທີ່ຮ້ານຂາຍອາໄຫຼ່ລົດ ຂອງທ້າວ ພານຕົງ ສັນຊາດຈີນ ຈາກເຫດການດັ່ງກ່າວມີຜູ້ເສຍຊີວິດ 4 ຄົນ, (ສັນຊາດລາວ 1 ຄົນ ແລະ ຈີນ 3 ຄົນ); ບາດເຈັບ 6 ຄົນ, ຍິງ 2 ຄົນ (ສາຫັດ 3 ຄົນສັນຊາດຈີນທັງໝົດ) ແລະ ຜູ້ບາດເຈັບເລັກນ້ອຍ 3 ຄົນ, (ລາວ 2 ຄົນເພດຍິງ, ຈີນ 1 ຄົນ).
ເຮືອນປະຊາຊົນໄດ້ຮັບຜົນກະທົບທັງໝົດ 142 ຫຼັງຄາເຮືອນ, ວັດ 2 ຫຼັງ ຢູ່ 3 ບ້ານ ຄື: ບ້ານນາໝີ 119 ຫຼັງຄາເຮືອນ, ບ້ານນາເລົ່າ 19 ຫຼັງຄາເຮືອນ ແລະ ບ້ານນາສ້າວ 04 ຫຼັງຄາເຮືອນ. ລວມມູນຄ່າຄງສໃເສຍຫາຍທັງໝົດ: 22,570,754,000 ກີບ ແລະ 2,019,362.60 ຢວນ.
ການຊ່ວຍເຫຼືອແກ້ໄຂ ເຂົ້າຊ່ວຍເຫຼືອສຸກເສີນ ເບື້ອງຕົ້ນ ແຕ່ງຕັ້ງກອງ ກອງບັນຊາການທະຫານແຂວງ 285 ຄົນ, ແລະ ພະຫະນະ 12 ຄັນ ໃນການສະກັດກັ້ນດັບມອດໄຟ ແລະ ພື້ນຟູ ທີ່ຢູ່ອາໄສຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຊຶ່ງໄດ້ຊ່ວຍເຫຼືອປະຊາຊົນສ້ອມແປງເຮືອນ ຈໍານວນ 16 ຫຼັງ ສໍາເລັດ 9 ຫຼັງ; ກຳລັງປ້ອງກັນຄວາມສະຫງົບແຂວງ 58 ຄົນ ໃນການສະກັດກັ້ນ ດັບມອດໄຟ, ເກັບກຳຂໍ້ມູນ, ສັນລະສຸດຫຼັກຖານ ລົດດັບເຟີງ 5 ຄັນ. ພ້ອມດຽວກັນນີ້ຄະນະຮັບຜິດຊອບໄດ້ອອກຖະແຫຼ່ງການກຽ່ວກັບເຫດການດັ່ງກ່າວໃນຄັ້ງ ວັນທີ 15 ກຸມພາ 2025.