ເມືອງທ່າໂທມ ປະກາດວັງໄຮເປັນເຂດສີແດງ ເນື່ອງຈາກພົບການລະບາດຂອງເຊື້ອອະຫິວາໝູອາຟຣິກາ


ເມືອງທ່າໂທມ ແຂວງໄຊສົບບູນ ອອກຄໍາສັ່ງ ວັນທີ 21 ກຸມພາ 2025 ວ່າດ້ວຍການປະກາດ ບ້ານ ວັງໄຮ ເມືອງ ທ່າໂທມ ເປັນເຂດລະບາດພະຍາດອະຫິວາໝູອາຟຣິກາ. ດັ້ງນັ້ນ, ຈຶ່ງແຈ້ງເຖິງບັນດາຫົວໜ້າຫ້ອງການ, ກົມກອງອ້ອມຂ້າງເມືອງ, ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ຜູ້ປະກອບການຄ້າຂາຍໝູ ໃນທົ່ວເມືອງທ່າໂທມ.
ພະຍາດອະຫິວາໝູໄດ້ເກີດຂື້ນຢູ່ຫລາຍແຂວງຫລາຍທ້ອງຖິ່ນໃນທົ່ວປະເທດ ເຊິ່ງເປັນສິ່ງທ້າທາຍຕໍ່ກັບການ ເກີດພະຍາດລະບາດເຂົ້າສູ່ວົງກໍວາງ ມາຮອດວັນທີ 14 ກຸມພາ 2025 ທາງຫ້ອງ ການກະສິກຳ ແລະ ປ່າໄມ້ເມືອງ ລົງສົມທົບກັບ ເຈົ້າຂອງສັດ ບ້ານວັງໄຮ ເມືອງທ່າໂທມ ໄດ້ເກັບຕົວຢ່າງເລືອດໝູ 5 ຕົວຢ່າງ ສົ່ງໃຫ້ສູນວິໃຈ ພະຍາດສັດ ກົມລ້ຽງສັດ ແລະ ການປະມົງ ໃນວັນທີ 14 ກຸມພາ 2025.
ວັນທີ 19 ກຸມພາ 2025 ສູນວິໃຈ ພະຍາດສັດ ກົມລ້ຽງສັດ ແລະ ການປະມົງ ໄດ້ຢັ້ງຢືນຜົນການວິໃຈວ່າ: ພົບເຊື້ອພະຍາດອະຫິວາໝູອາຟຣິກາ, ພະຍາດ ອະຫິວາໝູອາຟຣິກາ ແມ່ນເຊື້ອພະຍາດຕິດຕໍ່ຮ້າຍແຮງພະຍາດໜຶ່ງຂອງໝູສາມາດຕິດຕໍ່ໃສ່ໝູທຸກຊະນິດ, ທຸກສາຍພັນ, ທຸກອາຍຸ ແລະ ທຸກເພດທຸກໄວ ລວມທັງໝູປ່າ, ມີຄວາມທົນທານສູງຕໍ່ສະພາບແວດລ້ອມ, ບໍ່ມີຢາປ້ອງກັນ, ບໍ່ມີຢາປິ່ນປົວໂດຍກົງ ອັດຕາການຕາຍຂອງໝູທີ່ຕິດເຊື້ອພະຍາດນີ້ ສູງເຖິງ 100% ແຕ່ບໍ່ຕິດໃສ່ຄົນ ແລະ ເຖິງຢ່າງໃດ ກໍ່ຕາມພະຍາດນີ້ກໍ່ຍັງສືບຕໍ່ຂົ່ມຂູ່ສຸຂະພາບຂອງສັດ ແຜ່ຂະຫຍາຍໃນວົງກ້ວາງ, ສົ່ງຜົນລົບຕໍ່ການຜະລິດໝູ ແລະ ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ.


ເພື່ອບໍ່ໃຫ້ພະຍາດແຜ່ລາມອອກສູ່ວົງກ້ວາງ ແລະ ສົ່ງຜົນກະທົບດ້ານລົບ ຕໍ່ການຜະລິດໝູ ແລະ ການດໍາລົງ ຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ ມີຄວາມຈໍາເປັນທີ່ສຸດຕ້ອງພ້ອມກັນຕ້ານ, ສະກັດກັ້ນ ແລະ ຕອບໂຕ້ ພະຍາດໃຫ້ສະຫງົບລົງໂດຍໄວນັ້ນ ເຈົ້າເມືອງອອກຄໍາສັ່ງ ດັ່ງນີ້:
1. ປະກາດເຂດສີແດງ 1 ບ້ານ ບ້ານວັງໄຮ ເມືອງທ່າໂທມ ເປັນເຂດລະບາດຂອງພະຍາດອະຫິວາໝູອາຟຣິກາ.
2. ປະກາດເຂດສີເຫລືອງຄື: ບ້ານປາກຍອງເມືອງທ່າໂທມ ແລະ ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ.
3. ປະກາດເຂດເຝົ້າລະວັງຢູ່ 24 ບ້ານ ພາຍໃນເມືອງ (ນອກຈາກເຂດທີ່ມີການລະບາດ) ແລະ ເຂດໃດ ທີ່ມີການພົບເຫັນສັດ (ໝູ) ທີ່ມີອາການໄຂ້ສູງ 42 °c ໃບຫູ ແລະ ຜິວໜັງເປັນປ່າມສີແດງຊໍ້າ, ມີ ຈຸດເນື້ອຕາຍຕາມຜິວໜັງພື້ນທ້ອງນ້ອຍ ແລະ ປະກົດມີໝູຕາຍຢ່າງກະທັນຫັນ ຫຼື ຊຳເຮື້ອ ຕ້ອງລາຍງານໃຫ້ພາກສ່ວນກ່ຽວຂ້ອງ ຫລື ສັດຕະວະແພດບ້ານ ເພື່ອລາຍງານໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງ ລົງກວດກາ ແລະ ເກັບຕົວຢ່າງໄປວິໄຈຢ່າງ ເລັ່ງດ່ວນ ແລະ ແກ້ໄຂໃຫ້ທັນການ.
4. ມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະສະເພາະກິດຕ້ານ ແລະ ຕອບໂຕ້ພະຍາດອະຫິວາໝູອາຟຣິກາ ທີ່ເກີດຂື້ນໂດຍໄວ, ພ້ອມທັງວາງແຜນກຽມຄວາມພ້ອມ ເປັນຕົ້ນ: ກໍາລັງຄົນ, ວັດຖຸອຸປະກອນ, ພາຫະນະ ແລະ ອຸປະກອນ ເພື່ອລົງເຄື່ອນໄຫວຕ້ານ ແລະ ຕອບ ໂຕ້ພະຍາດໃຫ້ທັນການ.


5. ໃຫ້ນໍາໃຊ້ມາດຕະການ ໃນເຂດພະຍາດກໍາລັງລະບາດ (ເຂດສີແດງ) ດັ່ງນີ້:
– ຈຸດໃດທີ່ມີສັດ (ໝູຕາຍ, ເຈັບ) ຫຼື ພວມລະບາດຕ້ອງແຈ້ງໃຫ້ຜູ້ຮັບຜິດຊອບວຽກງານສັດຕະ ວະແພດຂັ້ນບ້ານ, ເພື່ອແຈ້ງຕໍ່ໄປຫາຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກວດກາແລ້ວພ້ອມ ກັນກໍາຈັດ ຫລື ທໍາລາຍຢ່າງຖືກຕ້ອງຕາມວິທີທາງເຕັກນິກ.
– ຫ້າມບໍ່ໃຫ້ມີການເຄື່ອນຍ້າຍໝູ, ຊິ້ນສ່ວນໝູ ແລະ ຜະລິດຕະພັນໝູທຸກຊະນິດຈາກໝູ (ເຂົ້າ-ອອກ) ເຂດທີ່ມີການລະບາດໃນເຂດວົງລັດສະໝີ 1 ກິໂລແມັດ ນັບທັງເຂດບ້ານ ເມືອງ ແຂວງ ແລະ ຕ່າງປະເທດ ຈົນກວ່າຈະມີແຈ້ງການຮັບຮອງຄວາມປອດໄພ.
– ຫ້າມນໍາເອົາຊິ້ນສ່ວນຕ່າງໆ ຂອງໝູທີ່ຢູ່ໃນຂອບເຂດພະຍາດລະບາດ ໄປປຸງແຕ່ງອາຫານ ຫລື ຈໍາ ໜ່າຍຊື້-ຂາຍເດັດຂາດໂດຍມອບໃຫ້ວິຊາການຜູ້ຮັບຜິດຊອບວຽກງານກວດກາອະນາໄມຊີ້ນ ກວດ ກາຕິດຕາມຢ່າງເຂັ້ມງວດ.
– ຫ້າມບໍ່ໃຫ້ປະຊາກສົບສັດທີ່ເນົ່າເປື່ອຍ ຫລື ຖິ້ມລົງໜອງນໍ້າ, ຫ້ວຍນໍ້າ, ແມ່ນໍ້າຕ່າງໆ ຢ່າງເດັດຂາດ, ຖ້າສັດລ້ຽງຂອງຕົນມີອາການຜິດປົກກະຕິ ແລະ ຕ້ອງການກຳຈັດ ແລະ ທໍາລາຍ ດ້ວຍການ ຂຸດຂຸມໃຫ້ເລິກ ແລ້ວໂຮຍປຸນຂາວ ຫລື ໃຊ້ນໍ້າຢາຂ້າເຊື້ອ ໃຫ້ຖືກຕ້ອງຕາມເຕັກນິກ.
– ໃຫ້ອະນາໄມຄອກສັດດ້ວຍວິທີການຂ້າເຊື້ອພະຍາດດ້ວຍການໃຊ້ນໍ້າຢາຂ້າເຊື້ອ ຫຼື ໂຮຍປຸນຂາວ ໃນບ່ອນຢູ່ຂອງສັດທີ່ຕິດເຊື້ອ ຫລື ສັດຕາຍຢ່າງທົ່ວເຖິງ.
– ຫ້າມບໍ່ໃຫ້ມີການລ້ຽງໝູເພີ່ມໃນວົງລັດສະໝີ 1 ກິໂລແມັດ ໃນຂອບເຂດທີ່ມີການລະບາດຂອງ ພະຍາດດັ່ງກ່າວຢ່າງເດັດຂາດ ເພາະຈະເຮັດໃຫ້ເຊື້ອພະຍາດທີ່ກໍາລັງລະບາດຕິດຕໍ່ສັດລ້ຽງ ແລະ ຈະສ້າງຄວາມເສຍຫາຍດ້ານເສດຖະກິດຕໍ່ຜູ້ລ້ຽງ.
6. ໃຫ້ນໍາໃຊ້ມາດຕະການໃນເຂດເຝົ້າລະວັງ (ເຂດສີເຫລືອງ) ດັ່ງນີ້:
– ແຈ້ງເຕືອນ ຫລື ຈັດຕັ້ງໂຄສະນາເຜີຍແຜ່ໃຫ້ທຸກບ້ານ, ທຸກຄອບຄົວຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ຄວາມອັນຕະລາຍຮ້າຍແຮງຂອງພະຍາດອະຫິວາໝູອາຟຣິກາ ດ້ວຍການເອົາໃຈໃສ່ເພີ່ມທະວິໃນ ການໃກ້ຊິດດູແລສັດລ້ຽງປະເພດໝູ ເພື່ອຮັບຮູ້ໄດ້ການລະບາດ ແລະ ລົງຄວບຄຸມຢ່າງທັນການ.
– ຫ້າມບໍ່ໃຫ້ມີການເຄື່ອນຍ້າຍສັດ ແລະ ສິ້ນສ່ວນປະເພດໝູຢູ່ພາຍໃນ, ຕ່າງບ້ານ ຫຼື ຕ່າງເມືອງ ເຂົ້າມາເຂດທີ່ເຝົ້າລະວັງຢ່າງເດັດຂາດ.
– ບໍ່ໃຫ້ປ່ອຍສັດ ຫລື ໄປລ້ຽງສັດ ຢູ່ໃກ້ໝູ່ບ້ານທີ່ກຳລັງແຜ່ລະບາດພະຍາດຢ່າງເດັດຂາດ.
– ໃຫ້ເອົາໝູເຂົ້າຄອກພ້ອມນັ້ນຕ້ອງອະນາໄມຄອກ, ຂ້າເຊື້ອໃນຄອກສັດດ້ວຍການໂຮຍປຸນຂາວ ຫຼື ນໍ້າຢາຂ້າເຊື້ອ ແລະ ເຈົ້າຂອງສັດຕ້ອງມີຄວາມລະມັດລະວັງສູງ ໃນການນໍາໃຊ້ອາຫານສັດ ດ້ວຍ ການຫ້າມເອົາອາຫານຈາກເຂດທີ່ມີການລະບາດພະຍາດສັດ ເຂົ້າມາເກືອສັດຕົນເອງ ແລະ ມີ ຄວາມລະມັດລະວັງ ຫ້າມຄົນນອກເຂົ້າເຂດຄອກສັດ ເພາະອາດເປັນພາຫະນະນໍາເຊື້ອໃຫ້ສັດລ້ຽງ ຂອງຕົນເອງ.


7. ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສິດພົ່ນຢາຂ້າເຊື້ອຢູ່ ທາງ ເຂົ້າ-ອອກ ຂອບເຂດຈຸດທີ່ມີພະຍາດລະບາດ (ບ້ານວັງໄຮ).
8. ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ສົມທົບກັບຫ້ອງການອຸດສະຫະກຳ ແລະ ການຄ້າ ແລະ ພາກສ່ວນ ທີ່ກ່ຽວຂ້ອງຕິດຕາມກວດກາ ແລະ ເຝົ້າລະວັງຜູ່ປະກອບການຕ່າງໆ ເພື່ອບໍ່ໃຫ້ມີການລັກລອບຄ້າຂາຍ ຊີ້ນໝູໃນຊ່ວງພະຍາດລະບາດ.
9. ມອບໃຫ້ຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງໂຄສະນາອອກຂ່າວສື່ວິທະຍຸ, ໂທລະໂຄ່ງ ແລະ ສື່ສັງຄົມອອນລາຍຕ່າງໆ.
10. ພາຍຫລັງໄດ້ຮັບຄໍາສັ່ງສະບັບນີ້ແລ້ວ ໃຫ້ບັນດາຫ້ອງການ, ກົມກອງອ້ອມຂ້າງເມືອງ, ອົງການປົກຄອງ ບ້ານ ຢູ່ພາຍໃນເມືອງທ່າໂທມ ຮີບຮ້ອນຈັດຕັ້ງຜັນຂະຫຍາຍໃຫ້ພະນັກງານ-ລັດຖະກອນຕະຫຼອດ ຮອດປະຊາຊົນບັນດາເຜົ່າ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຮັບຊາບຢ່າງທົ່ວເຖິງ.
11. ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດພະຍາດອະຫິວາໝູອາຟຣິກາ ແລ້ວສະຫລຸບສັງລວມຜົນ ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ລາຍງານໃຫ້ການນໍາເມືອງເປັນແຕ່ລະໄລຍະ ເພື່ອມີທິດ ຊີ້ນໍາແກ້ໄຂຢ່າງທັນການ.
12. ຄໍາສັ່ງສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.