ຈົ່ງພ້ອມກັນຮັກສາກຽດ ແລະ ສັກສີ ທີ່ໄດ້ຮັບ “ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ” ໃຫ້ສົມຄຳຍ້ອງຍໍ


ໂດຍ: ທິດກໍ່າ
ປີທ່ອງທ່ຽວລາວ 2024 ກ້າວເຂົ້າສູ່ໄລຍະໃໝ່ຂອງປີ 2025 ຖືວ່າເປັນນິມິດໝາຍທີ່ດີທີ່ສະຖານທີ່ແຫລ່ງທ່ອງທ່ຽວຫລາຍແຂວງໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ (ASEAN Clean Tourist City Standard) ແລະ ລາງວັນມາດຕະຖານອື່ນໆ ປະຈໍາປີ 2025.
ສປປ ລາວ ສາມາດປະຕິບັດໄດ້ຕາມເງື່ອນໄຂຕ່າງໆ ທີ່ໄດ້ມາດຕະຖານຄືກຳນົດໄວ້ຢູ່ໃນແຕ່ລະມາດຕະຖານການທ່ອງທ່ຽວອາຊຽນ ລວມມີທັງໝົດ 28 ລາງວັນ, ປະກອບມີ 4 ມາດຕະຖານຄື: ມາດຕະຖານເຮືອນພັກປະຊາຊົນອາຊຽນ, ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ, ມາດຕະຖານການບໍລິການສະປາອາຊຽນ ແລະ ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ໃນຈໍານວນລາງວັນທັງໝົດທີ່ໄດ້ກ່າວມານີ້ ສປປ ລາວເຮົາໄດ້ຮັບ 4 ປະເພດລາງວັນມາດຕະຖານ ລວມທັງໝົດມີ 20 ລາງວັນດ້ວຍກັນຄື: ລາງວັນມາດຕະຖານໂຮງແຮມຂຽວອາຊຽນ 5 ລາງວັນ, ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 2 ລາງວັນ, ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນປະເພດຫ້ອງປະຊຸມມີ 5 ລາງວັນ, ປະເພດສະຖານທີ່ຈັດງານວາງສະແດງ 1 ລາງວັນ, ປະເພດສະຖານທີ່ຈັດງານເທດສະການ 5 ລາງວັນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 2 ລາງວັນ ໃນນີ້ມີລາງວັນຜະລິດຕະພັນການທ່ອງທ່ຽວເຂດຕົວເມືອງ 1 ລາງວັນ ແລະ ຜະລິດຕະພັນການທ່ອງທ່ຽວເຂດຊົນນະບົດ 1 ລາງວັນ.
ເມື່ອມາພິສູດເບິ່ງສະພາບຄວາມເປັນຈິງແລ້ວ ຖືວ່າໜຶ່ງໃນຈໍານວນລາງວັນຕ່າງໆທີ່ໄດ້ຮັບທັງໝົດໄດ້ມີຊາວລາວ ກໍຄືຊາວນະຄອນຫລວງວຽງຈັນມີຄວາມສົນໃຈບໍ່ໜ້ອຍຕໍ່ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນຂອງນະຄອນຫລວງວຽງຈັນ ເພາະອາດຍັງມີຫລາຍປັດໄຈທີ່ຍັງບໍ່ທັນສົມບູນແບບຕາມ ສ.ສະອາດ ຍ້ອນສະພາບແວດລ້ອມຫລາຍຈຸດຫລາຍບ່ອນຕາມເສັ້ນທາງຫລາຍສາຍຍັງເປິເປື້ອນ, ຍາມແລ້ງມີຂີ້ຝຸ່ນໃຫງ່ກຸ້ມ, ເປັນບວກຂຸມມີນໍ້າຫົ້ງໃນຍາມຝົນ ແລະ ຂີ້ຕົມແຫລວເລະຈົນສື່ອອນລາຍພາກັນວິພາກວິຈານແພ່ລາມໃນໄລຍະຜ່ານມາ, ຍິ່ງໄປກວ່ານັ້ນ ບັນດາທາງຊອຍໃນແຕ່ລະບ້ານທີ່ຂຶ້ນກັບຫລາຍເມືອງໃນນະຄອນຫລວງວຽງຈັນສ່ວນຫລາຍມີແຕ່ເສັ້ນທາງດິນແດງ ທັງເປັນບວກຂຸມມາໄດ້ຫລາຍສິບປີ ແຕ່ກໍຍັງບໍ່ມີການປົວແປງ ແລະ ພັດທະນາໃຫ້ດີຂຶ້ນ.
ເຖິງຢ່າງໃດກໍດີ, ຕາມທັດສະນະຂອງທິດກໍ່າວ່າ ການທີ່ນະຄອນຫລວງວຽງຈັນເຮົາໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ອາດເນັ້ນໜັກໄປໃນສະພາບສະຖານທີ່ແຫລ່ງທ່ອງທ່ຽວ ນັບທັງຖະໜົນຫົນທາງໄປຫາແຫລ່ງທ່ອງທ່ຽວ ອາດຈະບໍ່ເນັ້ນໜັກໄປໃນທຸກໝ້ອງທຸກແຈຂອງແຕ່ລະບ້ານ, ແຕ່ລະເມືອງທີ່ຂຶ້ນກັບນະຄອນຫລວງ, ເຖິງວ່າພວກເຮົາໄດ້ມາແບບໃດກໍຕາມ ນີ້ຄືກຽດສັກສີຂອງຊາດບ້ານເມືອງ ຄວນຮັກສາສິ່ງທີ່ເຮົາໄດ້ມາໃຫ້ຍືນຍົງ ແລະ ມີການພັດທະນາໃຫ້ດີຂຶ້ນເລື້ອຍໆ.