ຈູດທຳລາຍກະໂພກ ທີ່ຢຶດໄດ້ຈາກຊາຍຊາວຈີນລັກລອບນໍາເຂົ້າ 20,000 ກວ່າໜ່ວຍ

ຈູດທຳລາຍກະໂພກ ທີ່ຢຶດໄດ້ຈາກຊາຍຊາວຈີນລັກລອບນໍາເຂົ້າ 20,000 ກວ່າໜ່ວຍ - 20 - ຈູດທຳລາຍກະໂພກ ທີ່ຢຶດໄດ້ຈາກຊາຍຊາວຈີນລັກລອບນໍາເຂົ້າ 20,000 ກວ່າໜ່ວຍ
ຈູດທຳລາຍກະໂພກ ທີ່ຢຶດໄດ້ຈາກຊາຍຊາວຈີນລັກລອບນໍາເຂົ້າ 20,000 ກວ່າໜ່ວຍ - kitchen vibe - ຈູດທຳລາຍກະໂພກ ທີ່ຢຶດໄດ້ຈາກຊາຍຊາວຈີນລັກລອບນໍາເຂົ້າ 20,000 ກວ່າໜ່ວຍ

ຂ່າວ ປກສ ແຂວງຫົວພັນ ລາຍງານວ່າ: ວັນທີ 21 ກຸມພາ 2025 ຜ່ານມານີ້ ປກສ ແຂວງຫົວພັນ ໄດ້ຈູດທຳລາຍໝາກກະໂພກ ຈຳນວນ 17 ແກັດ ເທົ່າກັບ 20,768 ໜ່ວຍ ໂດຍການເຂົ້າຮ່ວມຂອງທ່ານ ພັອ ອຳພອນ ພັນມະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພາກສ່ວນກ່ຽວຂ້ອງ.

ພັຕ ຄຳອົ້ນ ພັນທະວົງ ຮອງຫົວໜ້າພະແນກ 204 ຫ້ອງສັນຕິບານ ປກສ ແຂວງຫົວພັນ ລາຍງານວ່າ: ໝາກກະໂພກຈຳນວນດັ່ງກ່າວ ແມ່ນໄດ້ຈາກການກວດຢຶດຈາກຮ້ານ ແລະ ສາງເກັບເຄື່ອງຂອງທ້າວ ຢູຮົງຢວນ ເຊື້ອຊາດຈີນ ສັນຊາດຈີນ ອາຍຸ 38 ປີ ໃນວັນທີ 11 ມັງກອນ 2025 ເຊິ່ງຜູ້ກ່ຽວຮັບສາລະພາບວ່າ: ໝາກກະໂພກດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້, ເຈົ້າໜ້າທີ່ຈຶ່ງໄດ້ສ້າງບົດບັນທຶກສຶກສາອົບຮົມຜູ້ກ່ຽວ ສ່ວນໝາກກະໂພກຈຳນວນດັ່ງກ່າວ ແມ່ນໄດ້ຢຶດ ແລະ ຈູດທຳລາຍຖິ້ມ.

ທີ່ມາ: ປກສ ແຂວງຫົວພັນ

ຈູດທຳລາຍກະໂພກ ທີ່ຢຶດໄດ້ຈາກຊາຍຊາວຈີນລັກລອບນໍາເຂົ້າ 20,000 ກວ່າໜ່ວຍ - 3 - ຈູດທຳລາຍກະໂພກ ທີ່ຢຶດໄດ້ຈາກຊາຍຊາວຈີນລັກລອບນໍາເຂົ້າ 20,000 ກວ່າໜ່ວຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!