ຫາລືການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ

ຫາລືການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ - 480702086 1035664608607547 8357920285953257701 n - ຫາລືການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ
ຫາລືການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ - kitchen vibe - ຫາລືການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ

ວັນທີ 21 ກຸມພາ 2025 ທີ່ສໍານັກງານນາຍົກ ໄດ້ຈັດກອງປະຊຸມ ຄະນະຊີ້ນໍາ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະນະ126/ນຍ) ໂດຍການເປັນປະທານຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຫາລືການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ - 480892808 1035664721940869 198521630558827988 n 1024x682 - ຫາລືການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ

ກອງປະຊຸມໃນຄັ້ງນີ້ມີຈຸດປະສົງເພື່ອ: 1. ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາ ສິນຄ້າ ແລະ ຄ່າບໍລິການ ປະຈໍາປີ 2024 ແລະ ແຜນວຽກຈຸດສຸມ ປະຈໍາປີ 2025 ຂອງຄະນະ 126/ນຍ.

ຫາລືການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ - Visit Laos Visit SALANA BOUTIQUE HOTEL - ຫາລືການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ
  1. ເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງ ຂໍ້ຕົກລົງ 126/ນຍ, ລົງວັນທີ 08 ທັນວາ2022 ວ່າດ້ວຍຄະນະຊີ້ນໍາວຽກງານຄຸ້ມຄອງ ລາຄາສິນຄ້າ ແລະ ຄ່າບໍລິການ, ພ້ອມທັງລາຍງານຜົນຂອງການສະເໜີໂຮມ 02 ຄະນະເຂົ້າກັນ (ຄະນະ 126/ນຍ ແລະ ຄະນະ 145/ນຍ ຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ).
  2. ປຶກສາຫາລື ກ່ຽວກັບການສ້າງຄັງແຮເຂົ້າ ເພື່ອແຊກແຊງລາຄາ ແລະ ດັດສົມຕະຫລາດ (ບ້ວງໃໝ່) ຕາມແຈ້ງການ ສະບັບເລກທີ 2042/ຫສນຍ, ລົງວັນທີ 03 ຕຸລາ 2024 ແລະ ປຶກສາຫາລື ບັນຫາອື່ນໆທີ່ປິ່ນອ້ອມ.

ທ່ານປະທານກອງປະຊຸມຍັງໄດ້ເນັ້ນໜັກໃຫ້ເຫັນຄວາມ ສໍາຄັນຂອງວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ແນໃສ່ການຈັດຕັ້ງປະຕິບັດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານດັ່ງກ່າວ ຂອງບັນດາຂະແໜງການໃຫ້ເປັນລະບົບ ເວົ້າລວມ ເວົ້າສະເພາະ ກໍແມ່ນການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 474/ນຍ ໃຫ້ມີປະສິດທິຜົນ.

ທີ່ມາ: ໜັງສືພິມເສດຖະກິດ-ການຄ້າ

ຫາລືການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ - 4 - ຫາລືການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!