ປຸກລະດົມຄວາມຮັກຊາດ ຜະລິດ ແລະ ຊົມໃຊ້ສິນຄ້າລາວ ຄືແຜນໄລຍະຍາວເຮັດໃຫ້ເງິນກີບແຂງຄ່າ


ໂດຍ: ທິດກໍ່າ
ການປຸກລະດົມຄົນລາວພາຍໃນຊາດຫັນມາຊົມໃຊ້ສິນຄ້າລາວທີ່ຜະລິດເອົາເອງໄດ້ຄືໜຶ່ງໃນປັດໄຈສົ່ງເສີມການຜະລິດຢູ່ພາຍໃນໃຫ້ເຂັ້ມແຂງຂຶ້ນເລື້ອຍໆ. ນອກຈາກນັ້ນ ຍັງເປັນການສ້າງລາຍຮັບໃຫ້ປະເທດຊາດ ແລະ ຜູ້ປະກອບການມີທຶນຮອນເພື່ອເສີມຂະຫຍາຍການຜະລິດໃຫ້ຂະຫຍາຍຕົວນັບມື້ເຂັ້ມແຂງ ເຊິ່ງບໍ່ຕ່າງກັບຈົກຖົງຈ່າຍເບື້ອງຊ້າຍແລ້ວກໍຍ້າຍໄປເຂົ້າຖົງເບື້ອງຂວາ ທັງເຮັດໃຫ້ເງິນຕາບໍ່ຮົ່ວໄຫລໄປຕ່າງປະເທດສະກຸນເງິນຂອງຊາດກໍມີການແຂງຄ່າໝັ້ນຄົງຢ່າງຍາວນານ.
ໃນໄລຍະປະຫວັດສາດຫລາຍທົດສະວັດຜ່ານມາ ຍ້ອນປະເທດຊາດດ້ອຍພັດທະນາຫລ້າຫລັງ, ການຜະລິດຢູ່ພາຍໃນປະເທດບໍ່ເຂັ້ມແຂງ, ບໍ່ສາມາດເພິ່ງຕົນເອງກຸ້ມຕົນເອງທາງດ້ານເສດຖະກິດ ສົມທົບກັບຄົນລາວພາຍໃນຊາດມັກຫັນໄປນິຍົມໃຊ້ສິນຄ້າຈາກຕ່າງປະເທດ ການນໍາເຂົ້າຫລາຍກວ່າການສົ່ງອອກອັນເປັນຕົ້ນເຫດເຮັດໃຫ້ປະເທດຊາດຕົກຢູ່ໃນສະພາບວິກິດທາງດ້ານເສດຖະກິດ-ການເງິນຕາມມາເຊັ່ນ: ຄຸນຄ່າຂອງເງິນກີບຕົກຕໍ່າ, ລາຄາສິນຄ້າແພງ, ຄ່າແຮງຕໍ່າ ກະທົບເຖິງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຜູ້ທີ່ມີລາຍຮັບຕໍ່າ.
ແຕ່ແນວໃດກໍຕາມ, ມາຮອດປັດຈຸບັນເມື່ອມາສົມທຽບໃສ່ຍຸກກ່ອນໆ ກໍເຫັນວ່າປະເທດຊາດຂອງພວກເຮົາເລີ່ມມີການພັດທະນາ ສາມາດຜະລິດສິນຄ້າໄດ້ຫລາຍພັນຫລາຍໝື່ນຊະນິດ ນັບແຕ່ເຄື່ອງນຸ່ງຫົ່ມ, ປະເພດອາຫານ, ເຄື່ອງກິນດື່ມ, ເຄື່ອງໃຊ້ສອຍຕ່າງໆ, ຢາປົວພະຍາດ, ອຸປະກອນກໍ່ສ້າງ, ເຄື່ອງມືຮັບໃຊ້ການຜະລິດການປູກການລ້ຽງ ຕະຫລອດຮອດອາຫານພືດຜັກນາໆຊະນິດກໍມີຂາຍຕາມຕະຫລາດຫ້າງຮ້ານຕ່າງໆຢ່າງກວ້າງຂວາງ. ນອກຈາກມີຈໍາໜ່າຍຢູ່ພາຍໃນປະເທດແລ້ວ ຍັງມີສິນຄ້າຫລາຍຊະນິດທີ່ສົ່ງໄປຈໍາໜ່າຍຢູ່ຕ່າງປະເທດ ເປັນຕົ້ນໄຟຟ້າ, ມັນຕົ້ນ, ໝາກກ້ວຍ, ນໍ້າຕານ, ເຄື່ອງນຸ່ງຫົ່ມ, ເຄື່ອງດື່ມ ແລະ ສິນຄ້າຊະນິດຕ່າງໆ. ໃນທຸກໆສິນຄ້າທີ່ລາວຜະລິດເອງໄດ້ ຖ້າຄົນລາວເຮົາພ້ອມກັນປຸກລະດົມຈິດໃຈຮັກຊາດດ້ວຍການຫັນມາສະໜັບສະໜູນ ແລະ ຊົມໃຊ້ຈະເປັນການສ້າງລາຍຮັບອັນມະຫາສານໃຫ້ແກ່ປະເທດຊາດ ທັງສົ່ງເສີມການຜະລິດໃຫ້ແຂງແຮງ ແລະ ທັງເປັນປັດໄຈໃຫ້ເສດຖະກິດ-ການເງິນຂອງປະເທດຂະຫຍາຍຕົວຢ່າງສົມດູນ, ຄ່າເງິນກີບລາວເຮົາກໍຈະມີມີທ່າອ່ຽງດີ ເພີ່ມຂຶ້ນເລື້ອຍໆ ແລະ ໝັ້ນຄົງຖາວອນ.
ເຖິງຢ່າງໃດກໍດີ, ໃນອະນາຄົດດ້ວຍການນໍາພາຂອງພັກ-ລັດເຮົາກໍເຊື່ອໝັ້ນຢ່າງຍິ່ງວ່າ ການຜະລິດສິນຄ້າເພື່ອຮັບໃຊ້ພາຍໃນ ແລະ ສົ່ງອອກກໍຈະມີປະລິມານເພີ່ມຂຶ້ນເລື້ອຍໆໃນແຕ່ລະປີ ທັງສາມາດກຸ້ມຕົນເອງເພິ່ງຕົນເອງທາງດ້ານເສດຖະກິດ ສົມກັບຄໍາຂວັນທີ່ວ່າ: ລາວເຮັດລາວໄດ້ລາວໃຊ້ລາວຈະເລີນ.