

ເຜີຍແຜ່ນິຕິກຳກ່ຽວກັບຄຸ້ມຄອງລົດຂົນສົ່ງສິນຄ້າ ທີ່ນໍາໃຊ້ເສັ້ນທາງພາຍໃນ ແຂວງຈໍາປາສັກ
ວັນທີ 19 ກຸມພາ 2025, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບຄຸ້ມຄອງລົດຂົນສົ່ງສິນຄ້າ ທີ່ນໍາໃຊ້ເສັ້ນທາງພາຍໃນແຂວງຈໍາປາສັກ, ກອງປະຊຸມຈັດຂຶ້ນຢູ່ຫ້ອງປະຊຸມຂອງ ພະແນກ ຍທຂ ແຂວງໂດຍການເປັນປະທານຂອງທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກ ຍທຂ ແຂວງ. ມີທ່ານ ອາອານຸສັກ ພິລາງາມ ຕາງໜ້າຄະນະບໍລິຫານງານຜູ້ຂົນສົ່ງ ແລະ ຈັດສົ່ງ ສິນຄ້າ ລະຫວ່າງ ປະເທດ ຂອງ ສປປ ລາວ, ທ່ານ ແໜວວົງກົດ ສຸລິວົງ ຜູ້ປະຈຳການ 4 ແຂວງພາກໃຕ້ ຜູ້ບໍລິຫານສະມາຄົມລົດຂົນສົ່ງແຫ່ງຊາດ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ເຈົ້າໜ້າທີ່ກ່ຽວຂ້ອງ ຈາກກອງບັນຊາການ ປກສ ແຂວງ, ຜູ້ອໍານວຍການ ບໍລິສັດ ແລະ ຜູ້ຕາງໜ້າບໍລິສັດ, ຜູ້ປະກອບການຂົນສົ່ງຂອງແຂວງ, ເຈົ້າໜ້າທີ່ຈະລາຈອນ,ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ເຜີຍແຜ່ແຈ້ງການຂອງຫ້ອງການກະຊວງ ຍທຂ ສະບັບເລກທີ 04718/ຍທຂ.ຫກ, ລົງວັນທີ 23 ກຸມພາ 2022, ເລື່ອງ ເພີ່ມທະວີຄວາມເຂັ້ມງວດໃນການຕິດຕາມ, ກວດກາ ລົດຂົນສົ່ງຕ່າງປະເທດ ທີ່ເຂົ້າມາ ສປປ ລາວ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການ ໂດຍຫ້າມແລ່ນລົດເປົ່າ ແລະ ລົດບັນທຸກຕູ້ສິນຄ້າເປົ່າ (Container) ເຂົ້າມາຄ່ຽນຖ່າຍ, ຂຶ້ນ - ລົງສິນຄ້າ ໂດຍກົງ ຢູ່ໃນ ອານາເຂດພາສີ ສປປ ລາວ (ຍົກເວັ້ນກໍລະນີທີ່ເປັນລົດວິຊາສະເພາະ ແລະ ລົດຂົນສົ່ງ ທີ່ບັນທຸກສິນຄ້າປະເພດທີ່ ຄ່ຽນຖ່າຍບໍ່ໄດ້ ຫຼື ບັນທຸກສິນຄ້າ ພິເສດ ເຊັ່ນ: ວັດຖຸອັນຕະລາຍ, ສິນຄ້າຂະໜາດໃຫຍ່ ທີ່ຕ້ອງໃຊ້ເສັ້ນທາງສະເພາະ ເປັນຕົ້ນ ເຊິ່ງຕ້ອງຂໍອະນຸຍາດຈາກກົມຂົນສົ່ງເປັນແຕ່ລະກໍລະນີ; ໃຫ້ລົດເປົ່າ ແລະ ລົດບັນທຸກຕູ້ສິນຄ້າເປົ່າ ເຂົ້າມາຄ່ຽນຖ່າຍ, ຂຶ້ນ - ລົງສິນຄ້າ ຢູ່ດ່ານຊາຍແດນ, ທ່າບົກ, ສາງພາສີ ແລະ ຈຸດທີ່ເຈົ້າໜ້າທີ່ກຳນົດ; ສໍາລັບ ລົດຂົນສົ່ງສິນຄ້າ ທີ່ໄດ້ຮັບອະນຸຍາດ ຜ່ານເຂົ້າຊົ່ວຄາວ ໃນອານາເຂດພາສີລາວ ແມ່ນຫ້າມແລ່ນລົດອອກນອກເສັ້ນທາງທີ່ກຳນົດໃນສັນຍາລະຫວ່າງປະເທດ ທີ່ ສປປ ລາວ ເປັນພາຄີ; ຫ້າມລົດຂົນສົ່ງຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ຜ່ານເຂົ້າຊົ່ວຄາວ ໃນອານາເຂດພາສີລາວ ເພື່ອໄປສິ່ງສິນຄ້າ ຢູ່ຈຸດປາຍທາງນອກດ່ານຊາຍແດນ, ທ່າບົກ, ຈຸດທີ່ເຈົ້າໜ້າທີ່ກຳນົດ. ພາຍຫຼັງສົ່ງເຄື່ອງແລ້ວ ຕ້ອງກັບຄືນປະເທດ, ຫ້າມສວຍໂອກາດເຮັດການຂົນສົ່ງສິນຄ້າ ພາຍໃນດິນແດນ ຂອງ ສປປ ລາວ ແລະຕິດຕາມ, ກວດກາ ແລະ ປັບໄໝ ລົດດັດແປງສະພາບເຕັກນິກ, ບັນທຸກນໍ້າໜັກເກີນກຳນົດ ແລະ ຄົນຂັບລົດເປັນ ຄົນຕ່າງປະເທດ ທີ່ມາຂັບລົດລາວ ໂດຍບໍ່ມີໃບອະນຸຍາດເຮັດວຽກ ຢູ່ ສປປ ລາວ.
ນອກນີ້, ຍັງໄດ້ເຜີຍແຜ່ຄໍາແນະນໍາຂອງກົມຂົນສົ່ງ ເລກທີ 07393/ຍທຂ.ກສ, ລົງວັນທີ 29 ມີນາ 2022 ກ່ຽວກັບການຈັດຕັ້ງປະຕິບັດແຈ້ງການ 04718/ຍທຂ.ຫກ; ໜັງສືແຈ້ງການຂອງກົມຂົນສົ່ງ ເລກທີ 09711/ກຂສ, ລົງວັນທີ 24/4/2023; ເລື່ອງ ການຢັ້ງຢືນຄວາມຈໍາເປັນ ໃນການອະນຸຍາດລົດຂົນສົ່ງເປົ່າ ຈາກຕ່າງປະເທດເຂົ້າມາ ຮັບສິນຄ້າ, ລົດຂົນສົ່ງເຂົ້າມາເອົາສິນຄ້າ ແລະ ຮັບເອົາສິນຄ້າກັບຄືນ; ໜັງສືແຈ້ງແນະນໍາຂອງພະແນກ ຍທຂ ແຂວງ ເລື່ອງ: ແນະນໍາເສັ້ນທາງພາຍໃນແຂວງຈໍາປາສັກ ທີ່ອະນຸ ຍາດນໍ້າໜັກສູງສຸດຂອງລົດ ເລກທີ 3276/ຍທຂ.ຈສ, ລົງວັນທີ 21 ພະຈິກ 2024; ແຈ້ງແນະນໍາການເລີມຈັດຕັ້ງປະຕິບັດຂອງຊິງຊັ່ງນໍ້າໜັງ 3 ຈຸດຂອງແຂວງ ຄື: ຈຸດຫຼັກ 11 ເມືອງບາຈຽງຈະເລີນສຸກ; ຈຸດຫຼັກ 21 ເມືອງປະທຸມພອນ ແລະ ຈຸດຫຼັກ 26 ເມືອງຊະນະສົມບູນ ແລະ ເຜີຍແຜ່ແບບຟອມການປະກອບເອກະສານອະນຸຍາດ ແລະ ເອະສານຢັ້ງຢືນປາຍທາງ ພາຫະເຂົ້າມາສົ່ງ – ຮັບສິນຄ້າ.
ຈາກນັ້ນ, ປະທານກອງປະຊຸມ ກໍມີຄໍາເຫັນຊີ້ນໍາ ພ້ອມທັງຕັ້ງຄໍາຖາມເຈາະຈີ້ມຕໍ່ກອງປະຊຸມ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ຈຸດປະສົງ ກໍເພື່ອໃຫ້ການຈັດຕັ້ງ, ເຈົ້າໜ້າທີ່ ແລະ ຜູ້ປະກອບການຮັບຮູ້ເຂົ້າຢ່າງເລິກເຊິ່ງ ຕໍ່ກັບບັນດາຂໍ້ກໍານົດກົດລະບຽບຕ່າງໆ ທີ່ລັດວາງອອກ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ທັງຮັບປະກັນໃຫ້ການຂົນສົ່ງ ດໍາເນີນໄປຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແລະ ສັນຍາຂົນສົ່ງ ລະຫວ່າງປະເທດ.
ທີ່ມາ: ໜັງສືພິມຈຳປາໃໝ່