ຂ່າວດີ! ເປີດໂຄງການຜ່າຕັດມະເຮັງຕັບ-ໝາກໄຂ່ຫຼັງໃຫ້ເດັກໂດຍບໍ່ເສຍຄ່າ


ອົງການເຈແປນຮາດ ເປັນອົງການອາສາສະໝັກທາງການແພດໄດ້ຮ່ວມມືກັບໂຮງໝໍເດັກ. ໂດຍຜ່ານບົດບັນທຶກຄວາມເຂົ້າໃຈ (MOU) ໄລຍະ 3 ປີ (2024-2026) ເພື່ອສະໜອງການປິ່ນປົວ ແລະ ຜ່າຕັດໃຫ້ເດັກໂດຍບໍ່ເສຍຄ່າ 2 ພະຍາດຄື: ມະເຮັງຕັບ (Hepatoblastoma), ມະເຮັງຫມາກໄຂ່ຫຼັງ (Wilms Tumor)
ພ້ອມນະໂຍບາຍ: ຄ່າຜ່າຕັດ, ຄ່າໃຊ້ຈ່າຍໃນການປິ່ນປົວ, ຮອງຮັບທີ່ພັກ ແລະ ອາຫານໃຫ້ຄົນເຈັບ
ຖ້າລູກຂອງທ່ານມີອາການທີ່ຄວນກວດ ມີຄື: ທ້ອງໃຫຍ່ ຫຼື ທ້ອງເບັງ, ນ້ຳໜັກຫຼຸດລົງກະທັນຫັນ ຫຼື ຂາດຄວາມຢາກອາຫານ, ເປັນໄຂ້ ຫຼື ໜາວສັ່ນ, ເປັນກ້ອນແຂງໃນທ້ອງ
ຂະບວນການຄັດເລືອກ: ເດັກນ້ອຍຕ້ອງເຂົ້າເປັນຄົນເຈັບຂອງໂຮງໝໍເດັກ, ການບົ່ງມະຕິຕ້ອງກົງກັບເງື່ອນໄຂຂອງໂຄງການ, ການຄັດເລືອກແມ່ນເຮັດໂດຍຜູ້ຊ່ຽວຊານຈາກທັງໂຮງຫມໍເດັກ ແລະ ອົງການເຈແປນຮາດ.
ຕິດຕໍ່ພວກເຮົາສຳລັບຂໍ້ມູນເພີ່ມເຕີມ ອົງການຫົວໃຈຍີ່ປຸ່ນ 030 5452 013 ຫຼື 020 5800 6567
ສົ່ງຂໍ້ຄວາມຫາພວກເຮົາທາງ Facebook: Japan Heart Laos
ແພດປິ່ນປົວໂຮງໝໍເດັກ: ດຣ ສອນເພັດ 020 5461 9236
ວັນຈັນ-ວັນສຸກ ເວລາ 8:30 – 4:30 ໂມງແລງ