ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຍັງບໍ່ສຳເລັດຕາມແຜນ ຄາດວ່າຈະເປີດຢ່າງເປັນທາງການ 19 ທັນວາ 2025


ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທ ແຫ່ງທີ 5 ລາຍງານເນື່ອງໃນໂອກາດ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຢ້ຽມຢາມໂຄງການ ວັນທີ 14 ກຸມພາ 2025 ຜ່ານມານີ້ວ່າ: ໂຄງການໄດ້ເລີ່ມມີການສຶກສາຄວາມເປັນໄປໄດ້, ສໍາຫຼວດ, ອອກແບບ ແຕ່ປີ 2014 ແລະ ໄດ້ອອກແບບລະອຽດສໍາເລັດ ໃນປີ 2016 ໂດຍໄດ້ຮັບການຊ່ວຍເຫຼືອລ້າ ຈາກອົງການ NEDA ປະເທດໄທ, ແຕ່ຍ້ອນມີການສະເໜີໃຫ້ມີການປັບປຸງຮູບແບບຂອງເສົາຄຶງສາຍກາບກາງນໍ້າເປັນ 3 ໄລຍະ ຄື: ຮູບແຄນຄູ່, ຮູບດອກຈັນ ແລະ ກັບມາເປັນຮູບແຄນອີກເທື່ອໜຶ່ງ ແລະ ໄດ້ຖືກຮອງຮັບຈາກລັດຖະບານ 2 ຝ່າຍໃນປີ 2018 ໂຄງການດັ່ງກ່າວ ໄດ້ຮັບເງິນກູ້ຢືມດອກເບ້ຍຜ່ອນຜັນຈາກອົງການ NEDA ປະເທດໄທ, ໃນມູນຄ່າທັງໝົດ 1,380,067 ລ້ານບາດ.
ການກໍ່ສ້າງໂຄງການ ຕາມສັນຍາທີ 1 (Package 2 B): ມີການກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຫົວຂົວ, ຕາມແຜນການ ຮອດທ້າຍເດືອນ ມັງກອນ 2025 ຈະປະຕິບັດໃຫ້ສໍາເລັດ 97,52% ແຕ່ການປະຕິບັດໄດ້ຕົວຈິງ ເຮັດໄດ້ພຽງ 95,76% ຫຼຸດຄາດໝາຍ -1,76%. ໂດຍອີງຕາມແຜນດັດແກ້ໃໝ່ ທີ່ໄດ້ສະເໜີຂໍຕໍ່ສັນຍາຮອດວັນທີ 31 ມີນາ 2025 ໃຫ້ສໍາເລັດວຽກທີ່ໄດ້ສັນຍານໍາກັນ ສ່ວນວຽກອື່ນໆແມ່ນຈະໄດ້ກວດກາຄືນ ເພື່ອສືບຕໍ່ເຮັດສັນຍາ ແລະ ປະຕິບັດໃຫ້ສໍາເລັດໃນລາຍລະອຽດຂອງວຽກຕ່າງໆທີ່ຍັງຄ້າງ, ຄາດວ່າຈະໄດ້ເປີດນຳໃຊ້ຢ່າງເປັນທາງການໃນວັນທີ 19 ທັນວາ 2025.