ອິດສະລາແອນຖອນກໍາລັງອອກຈາກລີບັງ ແຕ່ຍັງປະຈໍາການທະຫານ 5 ຈຸດ


ກອງທະຫານອິດສະລາແອນຖອນກໍາລັງອອກຈາກທາງໃຕ້ຂອງລີບັງ ຍົກເວັ້ນພື້ນທີ່ 5 ຈຸດ ສົ່ງຜົນເຮັດໃຫ້ປະຊາຊົນທີ່ພັດຖິ່ນສາມາດເດີນທາງກັບໄປບ້ານບໍລິເວນຊາຍແດນ ເຊິ່ງສ່ວນຫລາຍຖືກທໍາລາຍໃນການສູ້ຮົບກວ່າ 1 ປີ.
ລັດຖະບານເບຣຸດລະບຸວ່າ: ການທີ່ອິດສະລາແອນຢູ່ໃນດິນແດນຂອງລີບັງ ຖືເປັນການຢຶດຄອງ. ພ້ອມເຕືອນວ່າ: ທາງການຈະຂໍໃຫ້ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ກົດດັນໃຫ້ອິດສະລາແອນຖອນກໍາລັງທະຫານອອກໄປ ແລະ ກອງທັບລີບັງພ້ອມເຂົ້າປະຈໍາການຢູ່ຊາຍແດນ.
ທາງພາກໃຕ້ຂອງລີບັງ ປະຊາຊົນຈໍານວນຫລາຍກັບໄປເຮືອນ, ເນື້ອທີ່ກະສິກໍາ ແລະ ທຸລະກິດທີ່ຖືກທໍາລາຍ ຫລື ໄດ້ຮັບຄວາມເສຍຫາຍຢ່າງໜັກ ພາຍຫລັງການປະທະທີ່ຍາວນານກວ່າ 1 ປີ ລວມທັງສົງຄາມເຕັມຮູບແບບ 2 ເດືອນ ເຊິ່ງຢຸດລົງດ້ວຍການຢຸດຍິງໃນວັນທີ 27 ພະຈິກປີຜ່ານມາ.
ທັງນີ້, ອິດສະລາແອນປະກາດກ່ອນເຖິງເສັ້ນຕາຍການຖອນກໍາລັງວ່າ: ຈະຮັກສາກໍາລັງທະຫານໄວ້ໃນຈຸດຍຸດທະສາດ 5 ແຫ່ງໃກ້ຊາຍແດນ ແລະ ທ່ານ ກີດຽນ ຊາຣ໌ ລັດຖະມົນຕີກະຊວງການຕ່າງປະເທດອິດສະລາແອນ ກ່າວວ່າ: ອິດສະລາແອນຈະຖອນກໍາລັງທະຫານທັງໝົດ ເມື່ອລີບັງປະຕິບັດຕາມຂໍ້ຕົກລົງ.
ຂະນະທີ່ກອງທັບອິດສະລາແອນລະບຸວ່າ: ທະຫານອິດສະລາແອນຈະຍັງປະຈໍາການຢູ່ເທິງພູ 5 ແຫ່ງ ເຊິ່ງເບິ່ງເຫັນພື້ນທີ່ທັສອງຝັ່ງຂອງຊາຍແດນຊົ່ວຄາວ ເພື່ອເຮັດໃຫ້ແນ່ໃຈວ່າບໍ່ມີໄພຄຸກຄາມເກີດຂຶ້ນຢ່າງກະທັນຫັນ.
ອີກດ້ານໜຶ່ງ, ກອງທັບລີບັງໄດ້ສົ່ງທະຫານໄປບ້ານເຂດຊາຍແດນທາງພາກໃຕ້ 11 ແຫ່ງ ແລະ ພື້ນທີ່ອື່ນໆ ເຊິ່ງທະຫານອິດສະລາແອນຖອນກໍາລັງໄປແລ້ວນັບແຕ່ວັນທີ 17 ກຸມພາຜ່ານມາ.