ອະນຸມັດເອກະຊົນເຊົ່າດິນລັດຢູ່ ມຊ ເນື້ອທີ່ 53,279 ຕາແມັດ ເພື່ອກໍ່ສ້າງຫໍພັກນັກສຶກສາ ອາຍຸສັນຍາ 50 ປີ ຄ່າເຊົ່າ 12,319 ໂດລາ/ປີ


ກະຊວງການເງິນລາຍງານວັນທີ 18 ກຸມພາ 2025 ນີ້ວ່າ: ກະຊວງການເງິນລົງນາມເຊັນສັນຍາການເຊົ່າທີ່ດິນຂອງລັດ ໃຫ້ແກ່ເອກະຊົນ ເພື່ອພັດທະນາໂຄງການກໍ່ສ້າງຫໍພັກ, ອຳນວຍຄວາມສະດວກ ແລະ ການບໍລິການການສຶກສາ ຢູ່ ມະຫາວິທະຍາໄລແຫ່ງຊາດ ໂດຍ ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ທ່ານ ຄຳໄຊ ບຸນມີສີດາວົງ ແລະ ທ່ານ ຮສ ປອ ອຸນຫຼ້າ ສີວັນເພງ ຮອງອະທິ ການບໍດີມະຫາ ວິທະຍາໄລແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເນື້ໃນໃນສັນຍາໂຄງການດັ່ງກ່າວ ແມ່ນເພື່ອພັດທະນາກໍ່ສ້າງຫໍພັກນັກສຶກສາ, ອຳນວຍຄວາມສະດວກ ແລະ ການບໍລິການການສຶກສາ ຢູ່ ມະຫາວິທະຍາໄລແຫ່ງຊາດຢູ່ທີ່ ບ້ານດົງໂດກ, ເມືອງໄຊທານີ,ນະຄອນ ຫຼວງວຽງຈັນ ໃນເນື້ອທີ່ຫຼາຍກວ່າ 53,270 ຕາແມັດ, ມູນຄ່າເຊົ່າປີເລີ່ມຕົ້ນສັນຍາ 12,319 ໂດລາສະຫະລັດຕໍ່ປີ, ອາຍຸສັນຍາສຳປະທານ 50 ປີ ສາມາດຕໍ່ໄດ້ໃນຂອບສັນຍາເດີມ, ຄ່າເຊົ່າເພີ່ມຂຶ້ນ 5% ທຸກໆ 5 ປີ, ໂດຍໃຫ້ເລີ່ມເກັບຄ່າເຊົ່າ ນັບແຕ່ປີ 2030 ເປັນ ຕົ້ນໄປ.